ຄວາມເປັນເຈົ້າການ ຂອງກຸ່ມໂພຊະນາການ (ກພກ) ບ້ານຂວາງຄຳ, ເມືອງນາໝໍ້

Posting Date: 
18 Nov 2021

ຄວາມເປັນເຈົ້າການ ຂອງກຸ່ມໂພຊະນາການ (ກພກ) ບ້ານຂວາງຄຳ, ເມືອງນາໝໍ້

ໂດຍ: ພອນຄຳ ແກ້ວວິໄຊ, ໂພຊະນາການຂັ້ນບ້ານ ເມືອງນາໝໍ້

            ໃນວັນທີ 9 ພະຈິກ 2021 ທາງຄະນະຮັບຜິດຊອບ ແລະ ສະມະຊິກ ກຸ່ມໂພຊະນາການ (ກພກ) ບ້ານຂວາງຄຳ, ເມືອງນາໝໍ້, ແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ກພກ ຂຶ້ນ ຊຶ່ງມີສະມາຊິກ ເຂົ້າຮ່ວມທັງໝົດ 92 ຄົນ, ໃນນັ້ນ ແມ່ຖືພາ 8 ຄົນ, ແມ່ລູກອ່ອນ 6 ຄົນ, ເດັກ 0-5 ເດືອນ 6 ຄົນ, ເດັກ 6-23 ເດືອນ 36 ຄົນ ແລະ ແມ່ຜູ້ດູແລເດັກ 36 ຄົນ.

          ໃນກອງປະຊຸມຄັ້ງນີ້ ສະມາຊິກ ກພກ ໄດ້ພ້ອມກັນປຸງແຕ່ງອາຫານໃຫ້ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກນ້ອຍ6-23 ເດືອນ,ຊຶ່ງເປັນການຊ່ວຍເຮັດໃຫ້ຊຸມຊົນ ກໍຄືຜູ້ເປັນແມ່ຍິງ ແລະ ຜູ້ດູແລເດັກ ໄດ້ຮຽນຮູ້ກ່ຽວກັບອາຫານທີ່ມີໂພຊະນາການສໍາລັບແມ່ ແລະ ເດັກ ຢ່າງຖືກຕ້ອງຕາມຫຼັກການ ໂດຍສະເພາະຕໍ່ການຈະເລີນເຕີບໂຕຂອງເດັກ ແລະ ຕໍ່ສຸຂະພາບຂອງແມ່ຖືພາ,ແມ່ລູກອ່ອນ. ນອກຈາກນັ້ນ, ແມ່ ຫຼື ຜູ້ດູແລເດັກຍັງໄດ້ຮຽນຮູ້ວິທີການນຳໃຊ້ເຄື່ອງບົດແປ້ງອາຫານ ທີ່ມີສ່ວນປະກອບຂອງເຂົ້າຈ້າວ ແລະ ຖົ່ວຂຽວ ເປັນວັດຖຸດິບຕົ້ນຕໍ ກ່ອນທີ່ຈະນໍາໄປຕົ້ມເຂົ້າປຽກໃຫ້ແກ່ເດັກ ອາຍຸ 6-23 ເດືອນ. ວິທີການບົດແປ້ງດັ່ງກ່າວນີ້ ແມ່ນນະວັດຕະກຳໃໝ່ທີ່ ທລຍ ກຳລັງສົ່ງເສີມຢູ່ບັນດາບ້ານເປົ້າໝາຍໂຄງການ ເພື່ອຫຼຸດຜ່ອນເວລາໃນການກະກຽມອາຫານໃຫ້ແກ່ເດັກອາຍຸ 6-23ເດືອນ ໄດ້ຫຼາຍສົມຄວນ ຊຶ່ງຈະເຮັດໃຫ້ເຂົາເຈົ້າ ມີເວລາໄປເຮັດວຽກອື່ນ.