ສະຫຼຸບຕີລາຄາ ຜົນການລົງຕິດຕາມ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງຄະນະຊ່ຽວຊານ ທະນາຄານໂລກ

Posting Date: 
12 Dec 2021

ສະຫຼຸບຕີລາຄາ ຜົນການລົງຕິດຕາມ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການ

 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້

ຂອງຄະນະຊ່ຽວຊານ ທະນາຄານໂລກ

 

ໂດຍປະຕິບັດຕາມໜັງສືແຈ້ງການຂອງຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ຄັ້ງວັນທີ 24 ພະຈິກ 2021 ຄະນະຊ່ຽວຊານ ຂອງທະນາຄານໂລກ ເຊິ່ງນໍາໂດຍ ທ່ານ ເບັນຈາມິນ ເບີກຮາດ (Benjamin Burckhart) ເປັນຫົວໜ້າຄະນະ ແລະ ທ່ານ ນາງ ປາຕຣິກເຊຍ ແຟນັນເດ  (PatriciaFernandes) ຮອງຫົວໜ້າຄະນະ  ພ້ອມດ້ວຍ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ກໍ່ໄດ້ເຂົ້າຮ່ວມ ເຊິ່ງໄດ້ເລີ່ມປະຕິບັດໜ້າທີ່ ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງກະຊວງກະສິກໍາ ແລະ ປ່າໄມ້ ນັບແຕ່ ວັນທີ 1 ເຖິງ 10 ທັນວາ 2021 ຢູ່ໃນ 10 ແຂວງເປົ້າໝາຍ ໄດ້ສໍາເລັດລົງຕາມລະດັບຄາດໝາຍ ຢ່າງໜ້າເພິ່ງພໍໃຈ.

 

ຈຸດປະສົງ ແລະ ຄາດໝາຍ ການມາຕິດຕາມປະເມີນຜົນໂຄງການ ຄັ້ງນີ້ເພື່ອຕີລາຄາປະເມີນ ຄວາມຄືບໜ້າຂອງວຽກ ງານໃນທ້າຍປີ 2021 ຢ່າງຮອບດ້ານ ໂດຍສະເພາະແມ່ນ ຮູບແບບ ແລະ ວິທີການຈັດຕັ້ງປະຕິບັດໂຄງການ ຢູ່ໃນເງື່ອນ ການລະບາດຂອງພະຍາດໂຄວິດ 19 (Covid-19); ກິດຈະກໍາປັບປຸງຊີວິດການເປັນຢູ່ ທີ່ຕິດພັນກັບກິດຈະກໍາດ້ານ ໂພຊະນາການ; ການພັດທະນາລະບົບຖານຂໍ້ມູນ ຕິດຕາມ ປະເມີນຜົນ ເພື່ອສະໜອງຂໍ້ມູນລາຍງານໃຫ້ຖືກ ຕ້ອງຕາມຄວາມເປັນຈິງ; ນອກຈາກນີ້ ກໍ່ເພື່ອຕິດຕາມ ປະເມີນເບິ່ງ ຮູບແບບການຈັດຕັ້ງປະຕິບັດ ແຜນງານໜຶ່ງດຽວດ້ານໂພຊະນາການ ທີ່ມີຫຼາຍຂະແໜງການເຂົ້າຮ່ວມ ຢູ່ 4 ແຂວງພາກເໜືອ ແລະ ຈຸດປະສົງສຸດທ້າຍແມ່ນ ເພື່ອປະເມີນເບິ່ງ ວຽກງານປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ ທີ່ມີສ່ວນພົວພັນ ກັບກິດຈະການຂອງໂຄງການ ກໍາລັງດໍາເນີນຢູ່ປະຈຸບັນ.

 

ການຕິດຕາມປະເມີນຜົນກິດຈະການ ໂຄງການໃນຄັ້ງນີ້ ໄດ້ດໍາເນີນໃນຮູບແບບ ອອນລາຍທັງໝົດ ເຊິ່ງທາງຄະນະປະເມີນຜົນຂອງ ທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ແລະ ຄະນະຮັບຜິດ ຊອບໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍ່ໄດ້ດໍາເນີນປະຊຸມ ແລະ ສະໜອງຂໍ້ມູນ ຕາມທີ່ຄະນະປະເມີນຜົນ ຕ້ອງການ ຢ່າງຄົບຖ້ວນ.

 

ປະຈຸບັນ ໂຄງການ ກອງທຶນຫຼຸດຜ່ອນຄວາມທກຸຍາກ ຂອງກະຊວງກະສິກໍາ ແລະ ປ່າໄມ້ ກໍາລັງຈັດຕັ້ງປະຕິບັດຢູ່ໃນພື້ນທີ່ 10 ແຂວງເປົ້າໝາຍ, ເຊິ່ງໃນນັ້ນ ມີ 4 ແຂວງຄື: ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ ແມ່ນເຂົ້າຮ່ວມຈັດ ຕັ້ງປະຕິບັດ ແຜນງານໜຶ່ງດຽວ ດ້ານໂພຊະນາການ ທີ່ມີຫຼາຍຂະແໜງການເຂົ້າຮ່ວມ ໂດຍການໃຫ້ທຶນເພີ່ມຕື່ມໄລຍະທີ 3 ຈາກທະນາຄານໂລກ ມູນຄ່າ 22,5 ລ້ານໂດລາສະຫະລັດ ກວມເອົາ 12 ເມືອງ ແລະ 465 ບ້ານເປົ້າໝາຍ, ໄລຍະ ຈັດຕັ້ງປະຕິບັດ ແຕ່ປີ 2020 ເຖິງ ປີ 2024; ໃນ 6 ແຂວງເປົ້າໝາຍຄື: ແຂວງຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ປະກອບມີ 23 ເມືອງ ແລະ 23 ບ້ານເປົ້າໝາຍ ກໍາລັງຈັດຕັ້ງປະຕິບັດ 53 ໂຄງການຍ່ອຍ ເປັນໂຄງການລົງທຶນຂອງລັດ ມູນຄ່າ 13 ຕື້ກີບ ແລະ ທຶນສົມທົບຈໍານວນ 395.200 ໂດລາສະຫະລັດ ຈາກອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ສໍາລັບການຈັດຕັ້ງປະຕິບັດວຽກງານໂຄງການ ໃນປີ 2021.

 

ກິດຈະກໍາທີ່ໄດ້ຮັບການປະເມີນຜົນຄັ້ງນີ້ ປະກອບມີ (1) ກິດຈະການປັບປຸງຊີວິດການເປັນຢູ່ ທີ່ຕິດພັນກັບການສ້າງຕັ້ງ ກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ການ; ການສະໜອງຕົ້ນທຶນ ແລະ ການສ້າງຕັ້ງກຸ່ມອອມຊັບ ແລະ ສິນເຊື່ອຊ່ວຍເຫຼືອກັນ; (2) ກິດຈະກໍາ ສົ່ງເສີມໂພຊະນາການ ໃຫ້ເດັກນ້ອຍ ອາຍຸລຸ່ມ 2 ປີລົງມາ, ແມ່ລ້ຽງລູກ ແລະ ແມ່ຖືພາມານ ທີ່ເປັນກຸ່ມ ບຸລິມະສິດ ເຂົ້າຮ່ວມກິດຈະກໍາປຸງແຕ່ງອາຫານ, ການເຮັດສວນຄົວ ແລະ ໃຫ້ຄວາມຮູ້ດ້ານການເບິ່ງແຍງລ້ຽງລູກ ພ້ອມທັງການປ່ຽນແປງດ້ານພຶດຕິກໍາ ການກິນຢູ່ ໃຫ້ຖືກຕ້ອງ; (3) ປະເມີນວຽກງານປົກປ້ອງດ້ານສັງຄົມ ແລະ ສິ່ງແວດ ລ້ອມ ທີ່ເກີດຂຶ້ນໃນລະຫວ່າງການດໍາເນີນ ຈັດຕັ້ງປະຕິບັດໂຄງການຍ່ອຍ; (4) ປະເມີນວຽກງານ ການພັດທະນາ ແລະ ສ້າງຖານຂໍ້ມູນ ຂອງໂຄງການໃຫ້ເປັນລະບົບ ເພື່ອສະດວກໃນການເຂົ້າເຖິງຂໍ້ມູນ, ການຄຸ້ມຄອງ ແລະ ນໍາໃຊ້ຂໍ້ມູນ ພ້ອມທັງການຮັບເອົາ ຄໍາສະເໜີ, ຄໍາຊົມເຊີຍ ແລະ ການຕໍານິສົ່ງຂ່າວ ໃຫ້ທ່ວງທັນເວລາ ແລະ ຕອບສະໜອງຂໍ້ມູນ ຕາມຕົວຊີ້ວັດຕ່າງໆຂອງໂຄງການກໍານົດໄວ້ ເພື່ອການລາຍງານ; (5) ປະເມີນວຽກງານບໍລິຫານໂຄງການ ນັບທັງການນໍາໃຊ້ງົບປະມານ ເຂົ້າໃນກິດຈະກໍາຕ່າງໆ ຕາມແຜນທີ່ກໍານົດໄວ້.

 

ການຕິດຕາມປະເມີນຜົນກິດຈະກໍາ ຂອງໂຄງການຄັ້ງນີ້ ໄດ້ດໍາເນີນ ເປັນເວລາ 10 ວັນຕິດຕໍ່ກັນ ຕາມວາລະ ທີ່ກໍານົດໄວ້ ແລະ ໄດ້ສໍາເລັດລົງ ດ້ວຍການຈັດກອງປະຊຸມ ສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດ ໂຄງການໃນຄັ້ງວັນທີ 10 ທັນວາ 2021 ໂດຍໄດ້ຮັບກຽດ ເປັນປະທານກອງປະຊຸມ ຂອງທ່ານ ປະລິນຍາເອກ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ການເປັນປະທານຮ່ວມ ຂອງທ່ານ ນາງ ວຽງສະໄໝ ສຣິດທິຣາດ ເຈົ້າໜ້າທີ່ອາວຸໂສ ຫ້ອງການທະນາຄານໂລກ ແລະ ການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ໂອເຣລີ ຣິກເຮຕິ ຫົວໜ້າແຜນງານດ້ານການປົກຄອງ ແລະ ມີສ່ວນຮ່ວມຂອງປະຊາຊົນ ຕາງໜ້າໃຫ້ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີ ແລນ; ນອກນີ້ ຍັງມີບັນດາຊ່ຽວຊານ, ວິຊາການຫຼັກແຫຼ່ງ ຂອງ ສາມຝ່າຍເຂົ້າຮ່ວມທັງໝົດ 60 ກວ່າທ່ານ.

 

ໃນກອງປະຊຸມ ປະທານ ໄດ້ກ່າວຕ້ອນຮັບ ຄະນະຈາກທະນາຄານໂລກ ແລະ ຈາກອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ຢ່າງເປັນທາງການ ແລະ ໄດ້ຮັບຟັງການລາຍງານ ຜົນຂອງການຕິດຕາມປະເມີນຜົນ ວຽກງານໂຄງການ ຈາກ ທ່ານ ເບັນຈາມິນ ເບີກຮາດ ຫົວໜ້າຄະນະປະເມີນຜົນ ເຊິ່ງໄດ້ຕີລາຄາເຖິງການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນໜຶ່ງປີຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າທຽບໃສ່ການປະເມີນຜົນຄັ້ງຫຼ້າສຸດໃນ ເດືອນ ມິຖຸນາ 2021 ເຫັນວ່າ ໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈ, ບັນລຸໄດ້ຕາມລະດັບຄາດໝາຍ ແລະ ຕົວຊີ້ວັດຕ່າງໆທີ່ໂຄງ ການກໍານົດໄວ້.

 

ໃນກອງປະຊຸມສະຫຼຸບຕີລາຄາປະເມີນຜົນໂຄງການ ຄັ້ງນີ້ ທ່ານ ນາງວຽງສະໄໝ ສະຣິດທິຣາດ ກໍ່ໄດ້ຕີລາຄາສູງເຖິງການ ພົວພັນຮ່ວມມື ຂອງສາມຝ່າຍ ລະຫວ່າງ ທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດ ເຊີແລນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີການເສີມຂະຫຍາຍດີຂຶ້ນຫຼາຍກວ່າເກົ່າ ແລະ ຍັງໄດ້ກ່າວຢໍ້າເຖິງຈຸດ ປະສົງ ແລະ ເປົ້າໝາຍຂອງການ ຕິດຕາມປະເມີນຜົນຄັ້ງຂອງທະນາຄານໂລກ ພ້ອມທັງກ່າວຍ້ອງຍໍຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນໄລຍະທີ່ ສປປ ລາວ ກໍ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19 ໄດ້ບັນລຸຜົນຕາມຄາດໝາຍ; ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງທິດທາງ ຂອບການຮ່ວມ ມື ລະຫວ່າງທະນາຄານໂລກ ແລະ ລັດຖະບານ ສປປ ລາວ ເຊິ່ງທະນາຄານໂລກ ໄດ້ມີແຜນສືບຕໍ່ໃຫ້ທຶນສະໜັບສະໜູນ ໃນຫຼາຍຂະແໜງການ ໃນໄລຍະແຕ່ປີ 2022 ເຖິງ ປີ 2026 ລວມທັງຂະແໜງການກະສິກໍາ ແລະ ປ່າໄມ້ ເຊິ່ງໃນນັ້ນ ກໍ່ມີໂຄງການສືບຕໍ່ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ມີການລະດົມແນວຄວາມຄິດ ເພື່ອກໍານົດຂອບວຽກພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ໃນສຸມປີຕໍ່ໜ້າ ແລະ ໄດ້ກໍານົດຊື່ໂຄງການ ໃນເບື້ອງຕົ້ນວ່າ: ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບສະພາບປ່ຽນແປງດິນຟ້າອາການໃນຊົນນະບົດ (Community Livelihood Enhancement and Resilience Project)ແລະ ມີຊື່ຫຍໍ້ວ່າ: CLEAR Projectເຊິ່ງມີແຜນຈະສືບຕໍ່ປຶກສາຫາລືກັນຢ່າງລະອຽດຕື່ມອີກ.

 

ນອກຈາກນັ້ນ, ທ່ານ ນາງ ໂອເຣລີ ຣິກເຮຕິ ຕາງໜ້າຂອງອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ກໍ່ໄດ້ມີຄໍາເຫັນ ກ່າວຍ້ອງຍໍ ໃນຂອບການຮ່ວມມື ກັບທະນາຄານໂລກ ແລະ ກະຊວງກະສິກໍາ ປ່າໄມ້ ເຊິ່ງກໍ່ມີຫຼາຍໂຄງການໄດ້ຮັບທຶນສະໜັບສະໜູນຈາກອົງການຂອງເພິ່ນ; ໃນນັ້ນ, ກໍ່ມີໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັບ ໂຄງການລົງທຶນຂອງລັດ ຢູ່ໃນ 6 ແຂວງ, 23 ເມືອງ, ມີ 53 ໂຄງການຍ່ອຍ ມີມູນຄ່າ 13 ຕື້ກີບ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ກໍ່ໄດ້ສືບຕໍ່ໃຫ້ທຶນເພີ່ມຕື່ມອີກ ມູນຄ່າ 395.200 ໂດລາສະຫະລັດ ເຊິ່ງໂຄງການດັ່ງກ່າວ ມີແຜນຈັດຕັ້ງປະຕິບັດໃຫ້ສໍາເລັດໃນທ້າຍປີ 2021 ນີ້; ທ່ານ ຍັງໄດ້ກ່າວຕື່ມວ່າ ການສະໜັບສະໜູນດ້ານງົບປະມານ ຈາກອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດ ເຊີແລນ ຈະໄດ້ສິ້ນສຸດລົງໃນທ້າຍເດືອນ ມິຖຸນາ ປີ 2022 ຕາມແຜນການທີ່ກໍານົດໄວ້.

 

ໃນໄລຍະສຸດທ້າຍ ຂອງກອງປະຊຸມ ທ່ານ ປະລິນຍາເອກ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍ່ໄດ້ມີຄໍາເຫັນ ຕີລາຄາສູງຕໍ່ກັບຜົນສໍາເລັດດັ່ງກ່າວ ທີ່ສາ ມາດບັນລຸໄດ້ຕາມຄາດໝາຍ ແລະ ຕົວຊີ້ວັດຕ່າງໆ ທີ່ກໍານົດໄວ້; ວຽກງານຂອງໂຄງການໄດ້ປະກອບສ່ວນໂດຍກົງ ເຂົ້າໃນການຈັດຕັ້ງປະຕິບັດແຜນງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງລັດຖະບານໃນໄລຍະຜ່ານມາ ກໍ່ຄືໂຄງການທີ່ກໍາລັງຈັດຕັ້ງປະຕິບັດ ຢູ່ໃນປະຈຸບັນຂອງກະຊວງກະສິກໍາ ແລະ ປ່າໄມ້; ທ່ານຍັງໄດ້ກ່າວຊົມເຊີຍຜົນງານ ການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ, ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ໃນໄລຍະຜ່ານມາ ແລະ ແຜນການສືບຕໍ່ໃຫ້ການສະໜັບສະໜູນໃນຕໍ່ໜ້າ ໂດຍສະເພາະ ແມ່ນແຜນການສະໜັບສະໜູນໂຄງການໃໝ່ຂອງທະນາຄານໂລກ ໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ກໍານົດຊື່ເບື້ອງຕົ້ນວ່າ: CLEAR Project; ທ່ານໄດ້ເນັ້ນໜັກເຖິງທິດທາງໃໝ່ຂອງການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ໂຄງການໃໝ່ ແມ່ນຕ້ອງໄດ້ ສຸມໃສ່ຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ ຫຼາຍຂຶ້ນ, ສົ່ງເສີມການປຸງແຕ່ງ ສ້າງມູນຄ່າເພີ່ມ ສະໜອງສິນຄ້າຕາມຄວາມຕ້ອງການຂອງຕະຫຼາດ; ສົ່ງເສີມການຜະລິດ ສະບຽງອາຫານ ແລະ ໂພຊະນາການ; ຈັດຕັ້ງ ແລະ ປັບປຸງກໍາລັງການຜະລິດ ໃຫ້ສາມາດປັບຕົວເຂົ້າກັບການປ່ຽນແປງ ສະພາບດິນຟ້າອາກາດ; ດໍາເນີນການຜະລິດກະສິກໍາສະອາດ, ເປັນມິດກັບສິ່ງແວດລ້ອມ ໄປຕາມທິດສີຂຽວ, ສະອາດ ແລະ ຍືນຍົງ; ສິ່ງສໍາຄັນແມ່ນ ສ້າງຈິດສໍານຶກໃຫ້ຊຸມຊົນ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ເພິ່ງຕົນເອງ, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ນໍາໃຊ້ໝາກຜົນຂອງໂຄງການໃຫ້ມີປະສິດທິຜົນສູງ; ສຸດທ້າຍ ທ່ານໄດ້ຮຽກຮ້ອງ ມາຍັງທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດ ສະວິດເຊີນແລນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ບັນດາ 10 ແຂວງເປົ້າໝາຍຂອງໂຄງການ ຕໍ່ໄປອີກ ເຊິ່ງເປັນແຂວງທີ່ມີອັດຕາຄວາມທຸກຍາກຫຼາຍ.