ຄວາມຄຶບໜ້າການກໍ່ສ້າງລະບົບນ້ຳລິນ ຢູ່ບ້ານສາມເມືອງ

Posting Date: 
13 Jan 2022

ຄວາມຄຶບໜ້າການກໍ່ສ້າງລະບົບນ້ຳລິນ ຢູ່ບ້ານສາມເມືອງ

ໂດຍ: ສະນົນ ກ້ອນຄໍາຕື້, ບໍລິຫານການເງິນ ເມືອງລອງ

      ເມືອງລອງ, ແຂວງຫຼວງນໍ້າທາ ເປັນເມືອງໝຶ່ງທີ່ໄດ້ຮັບທຶນສະໜັບສະໜູນການຊ່ວຍເຫຼືອຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຕ່ປີ 2008 ເປັນຕົ້ນມາ ແລະ ໃນປີ 2021 ຜ່ານມາ ເມືອງລອງ ໄດ້ຮັບທຶນສະໜັບສະໜູນຈາກ ທລຍ ຈໍານວນ 3 ໂຄງການ ໜຶ່ງໃນນັ້ນແມ່ນການກໍ່ສ້າງລະບົບນໍ້າລິນ ຢູ່ບ້ານສາມເມືອງ.

     ບ້ານສາມເມືອງ, ກຸ່ມບ້ານຈ່າໃໝ່, ເມືອງລອງ, ແຂວງຫຼວງນໍ້າທາ ເປັນບ້ານຊົນເຜົ່າອາຄາ, ມີ 29 ຄົວເຮືອນ, 36 ຄອບຄົວ ແລະ ພົນລະເມືອງທັງໝົດ 157 ຄົນ (ຍິງ 77 ຄົນ). ອາຊີບຕົ້ນຕໍຂອງຊາວບ້ານ ແມ່ນເຮັດໄຮ່, ເຮັດສວນ, ລ້ຽງສັດ ແລະ ເກັບຊາເປັນອາຊີບເສີມ. ໃນໄລຍະຜ່ານມາ ບ້ານສາມເມືອງ ໄດ້ຮັບທຶນຊ່ວຍເຫຼືອກໍ່ສ້າງລະບົບນໍ້າລິນຈາກໂຄງການ NCA ໃນປີ 2006 ແລ ໄດ້ຮັບທຶນຈັດສັນສະຖານທີ່ລ້ຽງສັດຈາກໂຄງການກອງທືນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃນປີ 2017. ມາຮອດປະຈຸບັນ ລະບົບນໍ້າລິນທີ່ມີ ແມ່ນບໍ່ສາມາດສະໜອງນໍ້າໄດ້ພຽງພໍຕໍ່ການຊົມໃຊ້ຂອງປະຊາຊົນພາຍໃນບ້ານ ຍ້ອນນໍ້າຫົວງານແຫ້ງ, ການປ່ຽນແປງຂອງທໍາມະຊາດ ແລະ ການເພີ່ມຂຶ້ນຂອງປະຊາກອນ, ສະນັ້ນ ປະຊາຊົນໃນບ້ານ ໂດຍສະເພາະແມ່ນລະດູແລ້ງ ແມ່ນໄດ້ພາກັນໄປຊອກຫາເອົານໍ້າຈາກຫ້ວຍຮ່ອງຕ່າງໆ ທີ່ບໍ່ສະອາດມາບໍລິໂພກ ເຮັດໃຫ້ຊາວບ້ານເກີດພະຍາດຖ້ອກທ້ອງ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ.

ດັ່ງນັ້ນ ໃນປີ 2021, ບ້ານສາມເມືອງຈຶ່ງໄດ້ຖືເອົາການກໍ່ສ້າງລະບົບນໍ້າລິນເປັນບຸລິມະສິດທໍາອິດຂອງບ້ານ ແລະ ໄດ້ຮັບການສະໜັບສະໜູນທຶນສົມທົບຂອງລັດຖະບານລາວ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 335 ກ່ວາລ້ານກີບ ໃນນັ້ນຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ຄິດເປັນມູນຄ່າ 15 ລ້ານກີບ. ການກໍ່​ສ້າງ​ລະ​ບົບ​ນ້ຳ​ລີນ ປະ​ກອບ​ມີຫົວ​ງານ ກ້​ວາງ 7 ແມັດ, ເດີນ​ທໍ່​ 5.500 ແມັດ, ​ອ່າງ​ເກັບນໍ້າ​ຂະໜາດ 2 x 2 ແມັດ ຊຶ່ງມີຄວາມສູງ 2 ແມັດ, ​ລານກ໊ອກ​ 4 ກ໊ອກ. ເມື່ອການກໍ່ສ້າງລະບົບນໍ້າລິນດັ່ງກ່າວສໍາເລັດນອກຈາກຈະນໍາໃຊ້ພາຍໃນບ້ານສາມເມືອງແລ້ວ ນໍ້າລິນດັ່ງກ່າວ ຍັງຈະຖືກນໍາໃຊ້ໂດຍສຸກສາລາ ແລະ ໂຮງຮຽນມັດທະຍົມຕົ້ນ ຢູ່ກຸ່ມຈ່າໃໝ່ ທີ່ຢູ່ຫ່າງຈາກບ້ານດັ່ງກ່າວປະມານ 10 ກິໂລແມັດ ໂດຍຜູ້ທີ່ຈະໄດ້ຮັບຜົນປະໂຫຍດທັງໝົດ ປະກອບດ້ວຍປະຊາຊົນພາຍໃນບ້ານສາມເມືອງ, ນັກຮຽນ, ພະນັກງານຄູ, ພະນັກງານ ສຸກສາລາ, ທະຫານ-ຕຳຫຼວດ ທີ່ສັງກັດຢູ່ກຸ່ມບ້ານຈ່າໃໝ່ ຈຳນວນ 295 ຄົນ (ຍິງ 128 ຄົນ). ການກໍ່ສ້າງລະບົບນໍ້າລິນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນທັນວາ ປີ 2021 ມາຮອດປະຈຸບັນແມ່ນສໍາເລັດແລ້ວ 90%, ຄາດວ່າຈະສໍາເລັດການກໍ່ສ້າງທັງໝົດ ໃນທ້າຍເດືອນມັງກອນ ປີ 2022 ນີ້.