ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຢູ່ບ້ານປາງສາ, ເມືອງນາໝໍ້, ແຂວງອຸດົມໄຊ

Posting Date: 
20 Jan 2022

 

ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຢູ່ບ້ານປາງສາ, ເມືອງນາໝໍ້, ແຂວງອຸດົມໄຊ

 

 

 

          ໂດຍ: ອາລຸນໄຊ ຈິນດາໄຊ, ໂພຊະນາການ ທລຍ ເມືອງ ຫຼາ-ນາໝໍ້

 

 

 

          ໃນວັນທີ 14 ມັງກອນ 2022 ຜ່ານມາ, ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອຳນວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ນຳເອົາເຄືື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ໃນຄອບຄົວ ແລະ ອຸປະກອນການຮຽນ ຈໍານວນໜຶ່ງ ທີ່ຮິບໂຮມຈາກການບໍລິຈາກຂອງພາກສ່ວນຕ່າງໆ ມອບໃຫ້ຄອບຄົວທຸກຍາກ 12 ຄອບຄົວ ຢູ່ບ້ານປາງສາ, ເມືອງນາໝໍ້ ແຂວງອຸດົມໄຊ ໃນໄລຍະທີ່ລົງໄປເຄື່ອນໄຫວຊຸກຍູ້ວຽກງານຢູ່ພື້ນທີ່ເປົ້າໝາຍຂອງໂຄງການ ທລຍ. ເຄື່ອງຊ່ວຍເຫຼືອທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງເດັກ 4-6 ປີ 1 ແກັດ, ເຄື່ອງນຸ່ງເດັກ 5-8 ປີ 1 ແກັດ, ເຄື່ອງນຸ່ງເດັກ 8-9 ປີ 1 ແກັດ, ເຄື່ອງນຸ່ງເດັກ 5-10 ປີ 4 ແກັດ, ເກີບເດັກ 5-10 ປີ 2 ແກັດ, ເສື້ອຜູ້ໃຫຍ່ 1 ຖົງ, ກະເປົານັກຮຽນ 1 ແກັດ, ຜ້າຫົ່ມໃຫຍ່ 1 ຖົງ, ເສື້ອຊ້ອນໃນ 2 ຖົງ ແລະ ໄຟສາຍ 4 ໂຫຼ, ຄິດເປັນມູນຄ່າ 5 ລ້ານກວ່າກີບ.

 

ໃນການມອບເຄື່ອງໃຫ້ກັບຄອບຄົວທຸກຍາກໃນຄັ້ງນີ້ ເປັນກຽດເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງແຂວງອຸດົມໄຊ; ທ່ານ ໄຊພອນ ສີຈະເລີນ, ຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ກຳມະການພັກເມືອງ, ຮອງເຈົ້າເມືອງເມືອງນາໝໍ້; ທ່ານ ຫຸມພັນ ບຸບຜາຄຳ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງຫຼາ, ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງຫຼາ ແລະ ເມືອງນາໝໍ້ ພ້ອມດ້ວຍທີມງານ ທລຍ ຂັ້ນເມືອງ, ຂັ້ນບ້ານ ແລະ ຕາງໜ້າຂຶ້ນຮັບເຄື່ອງໂດຍ ທ່ານ ນາງ ສຸກມະນີ ຂັນທະວົງ ຮອງນາຍບ້ານບ້ານປາງສາ.

 

ຖ້າບຸກຄົນ ຫຼື ອົງການ ມີຈຸດປະສົງຢາກມອບເຄື່ອງອຸປະຖໍາຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ດໍາລົງຊິວິດຢູ່ເຂດຫ່າງໄກສອກຫຼີກ ສາມາດພົວພັນຫ້ອງການ ທລຍ ສູນກາງ ເບີໂທ 021261479-80 ຫຼື ຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ ປະຈໍາ ທລຍ ຄື: ທ່ານ ດຣ ນາງ ຄອນທິບ ພວງເພັດ (020 9118 6644), ທ່ານ ຫົງເງິນ ສະເດັດຕັນ (020 5558 7815), ທ່ານ ແສງທະວີ ສີຫາພອນ (020 9800 7888), ທ່ານ ແສງອາລຸນ ພິລາຈັນ (020 55622205), ທ່ານ ດວງເພັດ ອິນທະວົງ (020 2223 2409), ແລະ ທ່ານ ໜູທອງ ສີຫານາມ (020 5670 4441).