ຄວາມຄຶບໜ້າການກໍ່ສ້າງຝາຍນໍ້າລົ້ນ ຢູ່ບ້ານທົ່ງລາດ

Posting Date: 
24 Jan 2022

ຄວາມຄຶບໜ້າການກໍ່ສ້າງຝາຍນໍ້າລົ້ນ ຢູ່ບ້ານທົ່ງລາດ

ໂດຍ: ບົວຫອມ ພູນສະຫວ່າງ,  ບໍລິຫານການເງິນ ເມືອງວຽງພູຄາ

       ບ້ານທົ່ງລາດ, ກຸ່ມບ້ານທົ່ງລາດ, ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ເປັນບ້ານຊົນເຜົ່າອາຄາ, ມີ 66 ຫຼັງຄາເຮືອນ, 76 ຄອບຄົວ ແລະ ພົນລະເມືອງທັງໝົດ 375 ຄົນ (ຍິງ 192 ຄົນ),. ບ້ານທົ່ງລາດ ເປັນບ້ານໜື່ງທີ່ໄດ້ຮັບການຊ່ວຍເຫຼືອຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃນໄລຍະຜ່ານມາ, ມາຮອດປີ 2021 ບ້ານດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນໃນການກໍ່ສ້າງຝາຍນໍ້າລົ້ນ ເຊິ່ງເປັນທຶນສົມທົບຂອງລັດຖະບານ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ ມີມູນຄ່າການກໍ່ສ້າງທັງໝົດ 261 ກ່ວາລ້ານກີບ ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດເປັນເງິນ 18 ລ້ານກວ່າກີບ.

ຝາຍນໍ້າລົ້ນດັ່ງກ່າວ ມີຂະໜາດ 10 x 10.6 ​ແມັດ, ຄອງເໝືອງສົ່ງນໍ້າ ແມ່ນເບ່ຕົ່ງເສີມເຫຼັກຂະໜາດ 0.5 x 0.6 ແມັດ, ຍາວ  106 ແມັດ, ຮາງລິນຂ້າມຫ້ວຍຍາວ  15 ແມັດ ທີ່ມີຄວາມກວ້າງ ແລະ ລວງສູງຂອງຮາງລິນແມ່ນ 0.3x0.3 ແມັດ, ເສົາສູງ 2.5 ແມັດ. ເມື່ອການກໍ່ສ້າງຝາຍນໍ້າລົ້ນດັ່ງກ່າວສໍາເລັດ ຈະມີຄອບຄົວທີ່ໄດ້ຮັບຜົນປະໂຫຍດໂດຍກົງຈໍານວນ 18 ຄອບຄົວ ແລະ ສາມາດສະ ໜອງນໍ້າຫົດເນື້ອທີນາໄດ້ 26 ເຮັກຕາ.

     ໂຄງການດັ່ງກ່າວ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນວັນທີ 22 ພະຈິກ ປີ 2021 ເຊີ່ງມາຮອດປະຈຸບັນ ແມ່ນສໍາເລັດແລ້ວ 95%, ຄາດວ່າຈະສໍາເລັດການກໍ່ສ້າງທັງໝົດ ໃນທ້າຍເດືອນມັງກອນ ປິ 2022 ນີ້.