ເດັກນ້ອຍບ້ານນາໄຊໄດ້ກິນອາຫານທີ່ມີໂພຊະນາການ

Posting Date: 
15 Feb 2022

ເດັກນ້ອຍບ້ານນາໄຊໄດ້ກິນອາຫານທີ່ມີໂພຊະນາການ

ໂດຍ: ນາງ ພອນສັກ ພັນທະສິດ, ທລຍ ເມືອງບຸນໃຕ້

 

ໃນວັນທີ 23 ມັງກອນ 2022, ​ກຸ່ມໂພຊະນາການ ບ້ານ ນາໄຊ, ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ເຮັດສາທິດການປຸ່ງແຕ່ງອາຫານ ໃຫ້ເດັກອາຍຸ 6-23 ເດືອນຈໍານວນ 15 ຄົນ. ໃນການແຕ່ງກິນໃນຄັ້ງນີ້ ໄດ້ຕົ້ມເຂົ້າປຽກຕາມສູດທີ 7 ຂອງກຸ່ມໂພຊະນາການບ້ານ ໂດຍມີສ່ວນປະກອບ: ແປ້ງບົດ (ເຮັດມາຈາກເຂົ້າຈ້າວ ແລະ ຖົ່ວຂຽວ)ຜູ້ລະ 50 ກະລາມ, ນົມຈືດຜູ້ລະ 125 ມິນລີກະລາມ ແລະ ໝາກອຶຜູ້ລະ 40 ກະລາມ.

 

ການປຸງແຕ່ງອາຫານໃຫ້ເດັກອາຍຸ 6-23 ເດືອນ ໃນຮູບແບບດັ່ງກ່າວນີ້ ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ ຫຼື ປະມານ 1 ຄັ້ງຕໍ່ອາທິດ ຢູ່ບັນດາບ້ານບ້ານເປົ້າໝາຍ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນ 12 ເມືອງ ຂອງ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ).