ຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ພະນັກງານ ທລຍ ເມືອງ

Posting Date: 
11 Apr 2022

ຝຶກອົບຮົມການເປັນຄູຝຶກກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ

ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ພະນັກງານ ທລຍ ເມືອງ

 

ໂດຍ: ຍຸດທະວິນ ສີຫາພົມ, ຫົວໜ້າໜ່ວຍງານຈັດຊື້-ຈັດຈ້າງ ທລຍ ສູນກາງ

 

ໃນລະຫວ່າງວັນທີ 28/02/2022 ຫາ 04/03/2022, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການເປັນຄູຝຶກກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ກັບພະນັກງານ ທລຍ ເມືອງເປົ້າໝາຍຂອງໂຄງການ ທລຍ ໄລຍະເພີ່ມທຶນ ຢູ່ທີ່ເມືອງຂວາ, ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ປອ. ວົງປະພັນ ມະນີວົງ, ຮອງຜູ້ອຳນວຍການ ທລຍ ແລະ ການເຂົ້າຮ່ວມຂອງນັກສໍາມະນາກອນຈາກຫ້ອງການ ທລຍ 12 ເມືອງ ໃນ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ); ສ່ວນຄູຝຶກແມ່ນມາຈາກ ທລຍ ສູນກາງ,  ໂຮງຮຽນວິຊາຊີບ ຂອງ 4 ແຂວງດັ່ງກ່າວ ແລະ ພະນັກງານ ທລຍ ຈາກແຂວງຫລວງພະບາງ, ຫລວງນໍ້າທາ, ແລະ ສາລະວັນ ລວມຜູ້ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 9 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານ ທລຍ ທີ່ຮັບຜິດຊອບຈັດຕັ້ງປະຕິບັດໂຄງການຍ່ອຍ ຮັບຮູ້ ແລະ ເປັນເອກະພາບກັນ ໃນການຈັດກອງປະຊຸມ ແລະ ຝຶກອົບຮົມໃຫ້ແກ່ທີມງານບ້ານ ກ່ອນການຈັດຕັ້ງປະຕິບັດໂຄງການ ທີ່ນຳໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ເຊິ່ງການຝຶກອົບຮົມ ປະກອບມີຫົວຂໍ້ ດັ່ງນີ້:

-         

ການຮັບຮອງແບບໂຄງການຍ່ອຍ;

-         

ການຮັບຮອງທີມງານຈັດຕັ້ງປະຕິບັດຂັ້ນບ້ານ (ທີມງານກໍ່ສ້າງ, ທີມງານການເງິນ, ແລະ ທີມງານຈັດຊື້);

-         

ການຄັດເລືອກນາຍຊ່າງຊຸມຊົນ ແລະ ຂັ້ນຕອນການຝຶກອົບຮົມ;

-         

ການຄັດເລືອກກຳມະກອນ;

-         

ການຄັດເລືອກວິຊາການຕິດຕາມພາກສະໝາມ;

-         

ການຝືກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຕິດຕາມການກໍ່ສ້າງ;

-         

ການຝຶກອົບຮົມໃຫ້ທີມງານບ້ານກ່ຽວກັບການຄຸ້ມຄອງທາງດ້ານເງິນ;

-         

ການຝຶກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຈັດຊື້ວັດສະດຸເຄື່ອງກໍ່ສ້າງ.

 

 

ພິເສດ ພາຍຫຼັງທີ່ນັກສໍາມະນາກອນ ໄດ້ຝຶກອົບຮົມພາກທິດສະດີແລ້ວ ກໍ່ໄດ້ມີການລົງພາກປະຕິບັດຕົວຈິງ ໂດຍຈັດກອງປະຊຸມຮັບຮອງແບບ ຢູ່ບ້ານນໍ້າມ່າໃຕ້, ເມືອງ ຂວາ, ແຂວງຜົ້ງສາລີ ເຊິ່ງເຫັນໄດ້ວ່າ ຜູ້ເຂົ້າຮ່ວມທຸກຄົນ ສາມາດເຂົ້າໃຈ ແລະ ຖອດຖອນເອົາບົດຮຽນຕົວຈິງ ທີ່ໄດ້ຈາກການຝຶກອົບຮົມໃນເທື່ອນີ້ ເພື່ອໄປຖ່າຍທອດໃຫ້ທີມງານບ້ານ ໃຫ້ສາມາດຈັດຕັ້ງປະຕິບັດໂຄງການຍ່ອຍ ໄດ້ດ້ວຍເຂົາເຈົ້າເອງ ໃຫ້ສຳເລັດຕາມຄາດໝາຍ ແລະ ກຳນົດເວລາ.