ການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກ ຢູ່ບ້ານ ສາມັກຄີໄຊ ເມືອງຫຼາ

Posting Date: 
18 Jul 2022

ການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກ

ຢູ່ບ້ານ ສາມັກຄີໄຊ ເມືອງຫຼາ

          ໂດຍ: ລູນີ ອຸທິຜົນ, ປັບປຸງຊີວິດການເປັນຢູ່ຂັ້ນບ້ານ

 

ບ້ານສາມັກຄີໄຊ ເປັນບ້ານໜຶ່ງທີ່ນອນໃນບ້ານເປົ້າໝາຍ ຂອງໂຄງການກອງທຶນຫຼຸດຜ່ອນຄວາມຍາກ (ທລຍ) ທັງໝົດ 5 ບ້ານ ໃນຊຸດທີ 1 ຂອງເມືອງຫຼາ, ແຂວງອຸດົມໄຊ. ບ້ານດັ່ງກ່າວ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດກິດຈະກໍາຕ່າງໆກັບໂຄງການ ທລຍ ມາຕັ້ງແຕ່ປີ ທ້າຍປີ 2020, ໜຶ່ງໃນບັນດາກິດຈະກໍາແກ້ໄຂຄວາມທຸກຍາກພາຍໃນບ້ານ ທີ່ປະຊາຊົນໄດ້ເຂົ້າຮ່ວມ ແມ່ນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ຊຶ່ງບ້ານດັ່ງກ່າວ ສາມາດສ້າງຕັ້ງກຸຸ່ມ ກຊກ ໄດ້ 5 ກຸ່ມ ແລະ ມີສະມາຊິກເຂົ້າຮ່ວມທັງໝົດ 60 ຄົນ ໃນນີ້ ເປັນເພດຍິງ 60 ຄົນ ແລະ ຄອບຄົວບໍ່ພົ້ນທຸກ ອິງຕາມດໍາລັດ 348/ລບ ມີ 48 ຄອບຄົວ. ຜ່ານການຈັດຕັ້ງປະຕິບັດກິດຈະກໍາປັບປຸງຊີວີດການເປັນຢູ່ ມາໄດ້ໄລຍະ 18 ເດືອນ ເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ.

ຄະນະກຳມະການບໍລິຫານກອງທຶນ ກຊກ (ຄບກ) ຂັ້ນບ້ານ ໄດ້ຕິດຕາມຢ່າງເປັນປົກກະຕິ ກ່ຽວກັບຝາກເງິນປະຈໍາເດືອນ ຂອງສະມາຊິກ ກຊກ, ຊຶ່ງໄດ້ກຳນົດເອົາ ທຸກໆ ວັນທີ 12 ພາຍຂອງເດືອນ  ເປັນມື້ຈັດກອງປະຊຸມ. ສະມາຊິກໄດ້ກຳນົດເອົາ ຂະໜາດເງິນຝາກຕາມຄວາມສາມາດຂອງຕົນເອງ ຊຶ່ງເລີ່ມຕົ້ນ 50.000- 100.000 ກີບ ມາຮອດປະຈຸບັນມີເງິນຝາກທັງໝົດ 19.225.000 ກີບ ແລະ ໄດ້ຮັບເງິນຕົ້ນທຶນສົມທົບຈາກໂຄງການ ທລຍ ຈຳນວນ 66.240.000 ກີບ. ນອກຈາກການສະໜອງເງິນຕົ້ນທຶນແລ້ວ, ໂຄງການ ທລຍ ຍັງໄດ້ຈັດຝືກອົບຮົມທາງດ້ານເຕັກນິກ-ວິຊາການ ການປູກ-ການລ້ຽງໃຫ້ກັບກຸ່ມ ກຊກ ອິງຕາມກິດຈະກຳທີ່ສະມາຊິກ ໄດ້ຄັດເລືອກເອ. ກ່ອນການປ່ອຍກູ້ ສະມາຊິກກຸ່ມ ກຊກ ຕ້ອງໄດ້ຂຽນແຜນທຸລະກິດຄົວເຮືອນ ແລະ ສະເໜີຕໍ່ ຄບກ ຂັ້ນບ້ານ ເພື່ອອະນຸມັດການກູ້ຢືມເງິນ ອີງຕາມແຜນທຸລະກິດຂອງສະມາຊິກ. ໃນເດືອນມິຖຸນາ 2022, ກອງທຶນ ກຊກ ບ້ານສາມັກຄີໄຊ ໄດ້ປ່ອຍກູ້ຈາກເງິນຕົ້ນທຶນເພື່ອລົງທຶນໃສ່ກິດຈະກໍາສ້າງລາຍຮັບ ເປັນຕົ້ນແມ່ນ ການປູກສາລີ ຈໍານວນ 34.000.000 ກີບ, ການລ້ຽງເປັດ-ໄກ່ ຈໍານວນ 21.500.000 ກີບ, ການລ້ຽງໝູ ຈໍານວນ 10.000.000 ກີບ ແລະ ການລ້ຽງປາຈໍານວນ 2000.000 ກີບ ແລະ ໄດ້ປ່ອຍກູ້ເງິນຝາກຂອງສະມາຊິກ ກຊກ ເພື່ອກິດຈະກຳ ປູກສາລີ ຈຳນວນ 4000.000 ກີບ ແລະ ປ່ອຍກູ້ສຸກເສີນ ຈຳນວນ 2.500.000 ກີບ.

ມາຮອດປະຈຸບັນ ສະມາຊິກ ກຊກ ໄດ້ມີລາຍຮັບເຂົ້າມາໃນຄອບຄົວຢ່າງຕໍ່ເນື່ອງ ໂດຍພາຍໃນເດືອນມິຖຸນາ 2022 ໄດ້ຂາຍໝູ ຈຳນວນ 150 ກິໂລ ຄິດເປັນເງິນ 6.750.000 ກີບ, ຂາຍສັດປິກ 100 ກິໂລ ຄິດເປັນເງິນ 5.000.0000 ກີບ, ຂາຍປາ ຈໍານວນ 39 ກິໂລ ຄິດເປັນເງິນ 780.000 ກີບ, ລວມລາຍຮັບທັງໝົດ 12.538.000 ກີບ, ອັນນີ້ແມ່ນຕົວຊີ້ບອກເຖິງລາຍຮັບຂອງສະມາຊິກ ກຊຫ ທີ່ໄດ້ເຮັດກິດຈະກຳສ້າງລາຍໄດ້ເຂົ້າໃນຄອບຄົວ.

 

          ນອກຈາກການປູກ-ລ້ຽງຂອງກຸ່ມ ກຊກ ແລ້ວ ທາງບ້ານສາມັກຄີໄຊ ຍັງໄດ້ເຂົ້າເປັນສະມາຊິກກຸ່ມ 4 ຮ່ວມ ເພື່ອໃຫ້ສະມາຊິກກຸ່ມ ສາມາດເຂົ້າເຖິງແຫຼ່ງທຶນສິນເຊື່ອຈາກທະນາຄານນະໂຍບາຍ, ໃນນັ້ນ ໄດ້ມີການສ້າງຕັ້ງກຸ່ມຂຶ້ນ ຄືກຸ່ມລ້ຽງໝູ 1 ກຸ່ມ ມີສະມາຊີກກຸ່ມ 6 ຄົນ ຫຼັງຈາກສ້າງຕັ້ງກຸ່ມສຳເລັດແລ້ວ ທາງ ໂຄງການ ທລຍ ໂດຍສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫຼາ ໄດ້ລົງຝືກອົບຮົມດ້ານເຕັກນິກ ໃຫ້ກັບສະມາຊິກພາຍໃນກຸ່ມ ເພື່ອສ້າງຄວາມເຂັ້ມແຂ້ງໃຫ້ກຸ່ມທາງດ້ານການລ້ຽງ ແລະ ການປ້ອງກັນພະຍາດສັດ.