ຝຶກອົບຮົມເຕັກນິກການລ້ຽງສັດ ໃຫ້ສະມາຊິກ ກຊກ ຢູ່ເມືອງໃໝ່

Posting Date: 
22 Jul 2022

ຝຶກອົບຮົມເຕັກນິກການລ້ຽງສັດ ໃຫ້ສະມາຊິກ ກຊກ ຢູ່ເມືອງໃໝ່

 

ໂດຍ: ສັນຕິ ລໍວົງເດືອນ, ຫົວໜ້າທີມ ທລຍ ເມືອງໃໝ່

 

ໃນລະຫວ່າງວັນທີ 12-21 ມີຖູນາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງ ໃໝ່, ແຂວງຜົ້ງສາລີ ໄດ້ສົົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລົງຝຶກອົບຮົມເຕັກນິກການລ້ຽງໝູ, ເປັດ-ໄກ່ ແລະ ແບ້ ໃຫ້ແກ່ສະມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈຳນວນ 108ທ່ານ ທີ່ຖືກຄັດລັດເປັນຄອບຄົວຕົວແບບ ໃນ 24 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ທລຍ ຢູ່ເມືອງໃໝ່.

 

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກ ຄອບຄົວຕົວແບບ ໄດ້ຮຽນຮູ້ ເຕັກນິກວິທີການໃນການລ້ຽງສັດທີ່ຖືກຕ້ອງ, ສາມາດສ້າງລາຍຮັບຈາກຜົນຜະລິດຂອງຕົນ ແລະ ສາມາດຊ່ວຍເຫລືອດ້ານເຕັກນິກໃຫ້ສະມາຊິກ ກຊກ ພາຍໃນບ້ານຂອງຕົນ.

 

ເຂົ້າຮ່ວມເປັນວິທະຍາກອນ ຝຶກອົບຮົມໃນຄັ້ງນີ້ ໂດຍວິຊາການໜ່ວຍງານລ້ຽງສັດ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ພະນັກງານ ທລຍ ຂັ້ນເມືອງ, ພະນັກງານ ທລຍ ຂັ້ນບ້ານ ລວມທັງໝົດ 8ທ່ານ, ຍິງ 2ທ່ານ ແລະ ນັກສໍາມະນາກອນ ຈາກຄອບຄົວຕົວແບບ ກຸ່ມລ້ຽງໝູ ຈຳນວນ 66 ທ່ານ, ຍິງ 46 ທ່ານ;ກຸ່ມລ້ຽງໄກ່ 13ທ່ານ, ຍິງ 9 ທ່ານ; ກຸ່ມລ້ຽງເປັດ 7 ທ່ານ, ຍິງ 4 ທ່ານລວມຜູ້ເຂົ້າເຂົ້າຮ່ວມທັງໝົດ 108ທ່ານ, ຍິງ 59ທ່ານ.

 

ການຝຶກອົບຮົມໃນຄັ້ງນີ້້ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70%. ໃນພາກທິດສະດີ ນັກສໍາມະນາກອນ ໄດ້ຮຽນຮູ້ ການກະກຽມສະຖານທີ່ລ້ຽງ, ການຄັດເລືອກພໍ່ພັນແມ່ພັນ, ການເຮັດອາຫານຕາມສູດເພື່ອຫຼຸດຜ່ອນຕົ້ນທຶນ, ການໃຫ້ອາຫານ, ການເບິ່ງແຍງຮັກສາສຸຂະພາບ ແລະ ການສັກວັກຊິນປ້ອງກັນພະຍາດຕາມລະດູການ. ສ່ວນພາກປະຕິບັດຕົວຈິງ ໄດ້ສາທິດການປະສົມອາຫານຕາມສູດ, ສາທິດການເຮັດອາຫານໝັກແບບປະຫຍັດຕົ້ນທຶນ ໂດຍນໍາໃຊ້ວັດສະພຶດຕາມທ້ອງຖິ່ນທີມີພາຍໃນບ້ານ, ສາທິດວິທີການສັກຢາ, ຢອດຢາວັກຊີນປ້ອງກັນພະຍາດ.

 

 

ຜ່ານການຝຶກອົບຮົມເປັນເວລາ 10 ວັນ ເຫັນໄດ້ວ່າ ບັນດານັກສໍາມະນາກອນ ໄດ້ຮຽນຮູ້ເຕັກນິກວິທີການລ້ຽງໝູ, ລ້ຽງໄກ່-ເປັດ ແລະ ລ້ຽງແບ້ ຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ເກີດດອກອອກຜົນຢ່າງເປັນຮູບປະທໍາ.