ຄອບຄົວຕົວແບບ ສະມາຊິກ ກຊກ ບ້ານນາຫວາຍ ກັບການລ້ຽງປາ ສ້າງລາຍຮັບໃຫ້ແກ່ຄອບຄົວ

Posting Date: 
02 Aug 2022

ຄອບຄົວຕົວແບບ ສະມາຊິກ ກຊກ ບ້ານນາຫວາຍ ກັບການລ້ຽງປາ ສ້າງລາຍຮັບໃຫ້ແກ່ຄອບຄົວ

 

ໂດຍ: ວິໄລ ແກ້ວອິ່ນຄຳ,  ທລຍ ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ

 

ການປູກຝັງ-ລ້ຽງສັດ ເປັນອາຊິບໜື່ງທີ່ສ້າງຜົນປະໂຫຍດໃຫ້ທັງຜູ້ຜະລິດ ແລະ ຜູ້ບໍລິໂພກພາຍໃນສັງຄົມ. ການຜະລິດກະສິກໍາ ນອກຈາກຈະສາມາດສະໜອງສະບຽງອາຫານໃຫ້ແກ່ຄອບຄົວແລ້ວ ຍັງເປັນຊ່ອງທາງໜື່ງໃນການສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ນາງ ອິ່ນຄຳ, ອາຍຸ 30 ປີ ປະຊາຊົນ ຢູ່ບ້ານນາຫວາຍ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ໃຫ້ສໍາພາດວ່າ: ຄອບຄົວຂອງຕົນ ມີສະມາຊິກທັງໝົດ 3 ຄົນ: ຜົວ, ເມຍ ແລະ ລູກ 1 ຄົນ ມີອາຊີບ ເປັນຊາວນາ ຊື່ງສາມາດປູກເຂົ້າໄດ້ປີລະ 1 ໂຕນ, ມີຊີວິດການເປັນຢູ່ໃນເມືອກ່ອນ ແບບພໍແຕ່ກຸ້ມກິນ, ການດຳລົງຊີວິດມີຄວາມລໍາບາກຫຼາຍສົມຄວນ, ການມີແຕ່ລາຍໄດ້ຈາກການຂາຍເຂົ້າ ແລະ ສັດປີກຈຳນວນໜຶ່ງ ແມ່ນບໍ່ພຽງພໍກັບລາຍຈ່າຍ.

ໃນປີ 2020 ໂຄງການ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ປະຈໍາເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ(ກຊກ) ຢູ່ບ້ານນາຫວາຍ ຈໍານວນ 3 ກຸ່ມ, ມີຊະມາຊິກທັງໝົດ 26 ຄົນ, ຍິງ 10 ຄົນ ໃນນັ້ນ ນາງ ອິ່ນຄຳ ເປັນສະມາຊິກ ກຸ່ມ 2 ຄື: ກຸ່ມຈະເລີນຮັ່ງມີ. ໃນຕົ້ນປີ 2021 ໂຄງການ ທລຍ ໄດ້ມອບເງິນຕົ້ນທຶນ ໃຫ້ກຸ່ມ ກຊກ ບ້ານນາຫວາຍ ຈໍານວນທັງໝົດ 28,704,000 ກີບ ໂດຍຜ່ານບັນຊີທະນາຄານທຸລະກິດ ປະຈໍາເມືອງ ທີ່ມີຄະນະບໍລິຫານ ກຊກ ຂັ້ນບ້ານ ເປັນຜູ້ຄຸ້ມຄອງ ແລະ ບໍລິຫານ. ເງິນຕົ້ນທຶນຈໍານວນດັ່ງກ່າວ ໃຊ້ເປັນທຶນກູ້ຢືມໂດຍສົມທົບກັບເງິນຝາກຂອງສະມາຊິກເພື່ອປ່ອຍກູ້ໃຫ້ສະມາຊິກ ກຊກ. ສະມາຊິກ ກຊກ ຜູ້ທີ່ຈະກູ້ຢືມເງິນຈາກກອງທຶນດັ່ງກ່າວ ຕ້ອງໄດ້ເຂົ້າຮ່ວມການຝຶກອົບຮົມດ້ານເຕັກນິກ-ວິຊາການ ຈາກນັກວິຊາການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເປັນຕົ້ນແມ່ນ ເຕັກນິກວິຊາການປູກຝັງ-ລ້ຽງສັດ-ສັດຕະວະແພດ ເພື່ອຮັບປະກັນການນໍາໃຊ້ທຶນກູ້ຢືມ ຢ່າງມີປະສິດທິພາບ.

ໃນວັນທີ 12 ເດືອນຕຸລາ ປີ 2021 ນາງ ອິ່ນຄຳ ໄດ້ຂຽນແຜນທຸລະກິດຄົວເຮືອນກ່ຽວກັບການລ້ຽງປາ ແລະ ໃບສະເໜີ ຂໍກູ້ຢືມເງິນຈາກກອງທຶນ ກຊກ ແລະ ຫຼັງຈາກຄະນະຄຸ້ມຄອງບໍລິຫານກອງທອງທຶນ ກຊກ (ຄບກ) ໄດ້ພິຈາລະນາອະນຸມັດເງິນກູ້ໃຫ້ຜູ້ກ່ຽວ ຈຳນວນ 5,000,000 ກີບ, ໄລຍະການກູ້ຢືມແມ່ນ 8 ເດືອນ. ໂດຍສົມທົບກັບທຶນຮອນຂອງຜູ້ກ່ຽວຈຳນວນໜື່ງ ນາງ ອິ່ນຄຳ ໄດ້ຊື້ແນວພັນປານິນນ້ອຍ ຈຳນວນ 20,000 ໂຕ ແລະ ຫົວອາຫານຈຳນວນໜຶ່ງ ເພື່ອເລີ້ມກິດຈະກໍາລ້ຽງປາ.

ຫຼັງຈາກລ້ຽງປາໄດ້ 5-6 ເດືອນ ໂດຍການນຳໃຊ້ເຕັກນິກການລ້ຽງປາ ທີ່ໄດ້ຝຶກອົບຮົມນຳ ຈາກວິຊາການລ້ຽງສັດ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເຫັນວ່າ ປານິນ ມີການຈະເລີນເຕິບໂຕດີ ແລະ ນາງ ອິ່ນຄຳ ໄດ້ຂາຍປານິນໄດ້ທັງໝົດ 1,500 ກິໂລກລາມ (ລາຄາຂາຍປານິນ 25,000 ກີບຕໍ່ກິໂລກລາມ) ລວມເປັນເງິນທັງໝົດ 37,500,000 ກີບ. ເມື່ອສົ່ງເງິນຄືນເງິນກູ້ທີ່ຢືມຈາກກອງທຶນ ກຊກ ຈໍານວນ 5 ລ້ານກີບແລ້ວ ນາງ ອິ່ນຄຳ ມີລາຍຮັບ 32,500,000 ກີບ ແລະ ຍັງມີປາຈໍານວນໜື່ງທີ່ຍັງສືບຕໍ່ລ້ຽງ ແລະ ຈະສາມາດສ້າງລາຍໄດ້ຕື່ມອີກໃນຕໍ່ໜ້າ.

 

 ນອກຈາກນີ້ ນາງ ອິ່ນຄໍາ ຍັງໄດ້ເຂົ້າຮ່ວມການຝາກເງິນໃນກອງທຶນ ກຊກ ເປັນປົກກະຕິ ເຊິ່ງມາຮອດປັດຈຸບັນ ລາວມີເງິນຝາກປະຫຍັດຢູ່ໃນບັນຊີ ກຊກ ຈຳນວນໜຶ່ງ. ທ່ານ ນາງ ອິ່ນຄຳ ຍັງກ່າວຕື່ມວ່າ: ຜ່ານການເຂົ້າຮ່ວມເປັນສະມາຊິກ ກຊກ, ການຝຶກອົບຮົມເຕັກນິກການປູກຝັງ-ລ້ຽງສັດ ເຮັດໃຫ້ລາວ ມີຄວາມຮູ້, ປະສົມການ ແລະ ສາມາດເຂົ້າເຖິງແຫຼ່ງທຶນໄດ້. ລາວໄດ້ເອົາລາຍຮັບໃນການຂາຍປານິນຊຸດທີ່ຜ່ານມາ ໄປບຸກເບີກໜອງປາຕື່ມອີກ ເຮັດໃຫ້ຊີວິດການເປັນຢູ່ທີ່ເຄີຍຫຍຸ້ງຍາກໃນເມືອກ່ອນ ດີຂື້ນກວ່າເກົ່າ.