ການລ້ຽງແບ້ແບບລວມໝູ່ ຢູ່ບ້ານຍອດເຢື້ອງ

Posting Date: 
23 Aug 2022

ການລ້ຽງແບ້ແບບລວມໝູ່ ຢູ່ບ້ານຍອດເຢື້ອງ

ໂດຍ: ວ້າງ ວູ້ເຢຍຊ້າເຕັງ, ວິຊາການປັບປຸງຊີວິດການເປັນຢູ່ຂັ້ນບ້ານ

ບ້ານຍອດເຢຶ້ອງ, ເມືອງຊຳໃຕ້, ແຂວງຫົວພັນ ເປັນບ້ານໜຶ່ງທີ່ນອນຢູ່ໃນ 24 ບ້ານເປົ້າໝາຍ ໃນຊຸດທີ 1 ຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ເມືອງຊໍາໃຕ້ ຊຶ່ງໄດ້ຮັບການສະໜັບສະໜູນໃນການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ກັບ ທລຍ ມາແຕ່ທ້າຍປີ 2020. ບ້ານຍອດເຢື້ອງ ມີກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກບ້ານ (ກຊກ) ຈໍານວນ 4 ກຸ່ມ, ປະກອບມີສະມາຊິກທັງໝົດ 42 ຄົນ ເປັນເພດຍິງ 42 ຄົນ, ເປັນຊົນເຜົ່າມົ້ງ ແລະ ນອນໃນເກນຄອບຄົວທຸກຍາກ ອີງຕາມລຳດັດ 348/ລບ.

      ຜ່ານການຈັ້ງປະຕິບັດກິດຈະກໍາປັບປຸງຊີວິດການເປັນຢູ່ ຫຼາຍກວ່າ 20 ເດືອນ, ເຫັນວ່າ ສະມາ ຊິກ ກຊກ ຢູ່ບ້ານຍອດເຢື້ອງ ມີຄວາມຄຶບໜ້າ ຄື: ຄະນະກຳມະການບໍລິຫານກອງທຶນ ກຊກ ບ້ານ ເອີ້ນຫຍໍ້ວ່າ: ຄບກ ຂັ້ນບ້ານ ໄດ້ຕິດຕາມການຝາກເງິນປະຈຳເດືອນຂອງສະມາຊິກ ກຊກ ຢ່າງເປັນປົກກະຕິ ຊຶ່ງໄດ້ກໍານົດເອົາທຸກໆ ວັນທີ່ 20 ຂອງເດືອນເປັນມື້ຈັດກອງປະຊຸມ ແລະ ສະມາຊິກໄດ້ກຳນົດເອົາຂະໜາດເງິນຝາກຕາມຄວາມສາມາດຂອງຕົນເອງ ເລີ່ມຕົ້ນແຕ່ 5.000 - 100.000 ກີບ. ມາຮອດເດືອນກໍລະກົດ 2022 ນີ້ ກອງທຶນ ກຊກ ບ້ານຍອດເຍື້ອງ ມີເງິນຝາກທັງໝົດ 4.5 ລ້ານ ກີບ ແລະ ຍັງໄດ້ຮັບເງິນຕົ້ນທຶນສະໜັບສະໜູນຈາກ ຫ້ອງການ ທລຍ ຈຳນວນ 46,368,000 ກີບ ນອກຈາກນີ້, ຫ້ອງການ ທລຍ ຂັ້ນເມືອງ ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຈັດຊຸດຝຶກອົບຮົມດ້ານເຕັກນິກ-ວິຊາການ ເຊັ່ນ: ການລ້ຽງແບ້, ການລ້ຽງໝູ, ການລ້ຽງສັດປີກ ໃຫ້ກັບສະມາຊິກ ກຊກ ຜູ້ທີ່ມີສິດກູ້ຢືມເງິນ ໂດຍອີງຕາມການຄັດເລືອກກິດຈະກຳຂອງສະມາຊິກ, ຊຶ່ງເປັນ ເງື່ອນໄຂຂອງການປ່ອຍເງິນກູ້ໃຫ້ແກ່ສະມາຊິກ ກຊກ ແລະ ຕ້ອງໄດ້ຂຽນແຜນເສດຖະກິດຄົວເຮືອນຂອງຕົນເອງ ເພື່ອສະເໜີຕໍ່ຄະນະບໍລິຫານກອງທຶນ (ຄບກ) ເພື່ອພິຈາລະນາ ແລະ ອະນຸມັດການກູ້ຢຶມເງິນໃນຂັ້ນຕອນຕໍ່ໄປ.

ນັບແຕ່ເດືອນຕຸລາ 2021 ຜ່ານມາ,  ກອງທຶນ ກຊກ ບ້ານຍອດເຢື້ອງ ໄດ້ປ່ອຍເງິນກູ້ຈາກເງິນຕົ້ນທຶນ ໃຫ້ແກ່ສະມາຊິກ ກຊກ 42 ຄົນ ລວມເປັນເງິນທັງໝົດ 46.2 ລ້ານກີບ, ໃນນີ້ ສະມາຊິກ 19 ຄົນ ຢືມເງິນ 20.9 ລ້ານກີບ  ເພື່ອລ້ຽງແບ້ ແລະ ສະມາຊິກ 7 ຄົນ ຢືມເງິນ 7.7 ລ້ານ ສໍາລັບລ້ຽງສັດປີກ ແລະ ສະມາຊິກ 16 ຄົນ ຢືມເງິນ 17.6 ລ້ານກີບ ສໍາລັບລ້ຽງໝູ.

ສະມາຊິກ ກຊກ ຜູ້ລ້ຽງແບ້ ມີ 9 ຄົນ ໄດ້ລ້ຽງແບບສ່ວນຕົວ ແລະ 10 ຄົນ ລ້ຽງແບບລວມໝູ່. ໃນກຸ່ມລ້ຽງແບ້ແບບລວມໝູ່, ເຫັນວ່າ ສະມາຊິກ 5 ຄົນ ສາມາດສົມທົບທຶນຂອງຕົນເອງຈຳນວນ 10 ລ້ານກີບ ໃສ່ກັບເງິນກູ້ຢືມ ເພື່ອຊື້ແບ້ມາລ້ຽງຈໍານວນ 14 ໂຕ. ຫຼັງຈາກລ້ຽງແບ້ໄດ້ 9 ເດືອນ, ກຸ່ມລ້ຽງແບ້ແບບລວມໝູ່ ມີລູກແບ້ເພີ່ມຂຶ້ນອີກ 26 ໂຕ ເຮັດໃຫ້ຈໍານວນແບ້ ເພີ່ມຂຶ້ນເປັນທັງໝົດ 40 ໂຕ. ກຸ່ມລ້ຽງແບ້ແບບລວມໝູ່ ໄດ້ວາງແຜນຮ່ວມກັນທີ່ຈະຂະຫຍາຍສວນຫຍ້າຫຼາຍປະເພດ ເຊັ່ນ: ຫຍ້າເນເປຍ, ຫຍ້າກີນີ, ຖົ່ວສະໄຕໂລ, ຕົ້ນປໍສາ, ຕົ້ນກະຖິ່ນ,ໃບມັນຕົ້ນ ແລະ ຈະຊອກຫາຄວາມຮູ້ ວິທີການປຸງແຕ່ງອາຫານໃຫ້ແບ້ ເພື່ອເພີ້ມຈໍານວນແບ້ ໃຫ້ໄດ້ 55 ໂຕ ແລະ ຈະຄັດເລືອກແມ່ພັນ ແລະ ພໍ່ພັນ ເພື່ອຮັກສາການຂະຫຍາຍແບ້. ນອກຈາກນັ້ນ, ກໍມີແຜນຈັດສົ່ງສະມາຊິກພາຍໃນກຸ່ມ ໄປຝຶກອົບຮົມການລ້ຽງແບ້, ການເຮັດອາຫານໝັກ, ການສັກຢາປ້ອງກັນພະຍາດ ເພື່ອສ້າງໃຫ້ໄດ້ຄວາມຊຳນານດ້ານວິຊາການລ້ຽງແບ້ໂດຍສະເພາະ. ໃນອະນາຄົດ ຈະສຸ່ມໃສ່ການລ້ຽງແບ້ ເພື່ອເປັນລາຍຮັບຫຼັກຂອງຄອບຄົວ ແລະ ໃນເດືອນຕຸລາ ປີ 2022 ນີ້ ກຸ່ມລ້ຽງແບ້ແບບລວມໝູ່ ຄາດວ່າຈະຈໍາໜ່າຍແບ້ອອກສູ່ຕະຫລາດ ຊຶ່ງຈະມີລາຍຮັບປະມານ 16.5 ລ້ານກີບ ແລະ ຈະເອົາລາຍຮັບດັ່ງກ່າວ ສົ່ງຄືນທຶນກູ້ຢືມພ້ອມດອກເບ້ຍ.