ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ ເອົາໃຈໃສ່ວຽກງານຢູ່ຮາກຖານທ້ອງຖິ່ນ

Posting Date: 
06 Sep 2022
ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ ເອົາໃຈໃສ່ວຽກງານຢູ່ຮາກຖານທ້ອງຖິ່ນ
ໂດຍ: ພູນຕາວັນ ອິນທຽມວົງ, ຫົວໜ້າທິມງານ ທລຍ ເມືອງຫົວເມືອງ
ໃນວັນທີ 8 ສິງຫາ 2022 ຜ່ານມາ, ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອຳນວຍການບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ລົງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານເຂດພື້ນທີ່ເປົ້າໝາຍ ເມືອງຫົວເມືອງ ແຂວງຫົວພັນ.
ຈຸດປະສົງຂອງການຕິດຕາມ ຊຸກຍູ້ວຽກງານໃນຄັ້ງນີ້ແມ່ນເພື່ອ: 1). ເພື່ອພົບປະກັບອຳນາດການປົກຄອງຂອງເມືອງໂດຍສະເພາຜູ້ຊີ້ນຳວຽກງານ ທລຍ ຂັ້ນເມືອງ, ຜຸ້ປະສານງານຝ່າຍລັດຂັ້ນເມືອງ; 2). ເພື່ອຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ທລຍ ຂອງເມືອງຫົວເມືອງ-ເມືອງຊ່ອນ; 3).ເພື່ອລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານໂຄງການຍ່ອຍ, ວຽກງານປັບປຸງຊິວິດການເປັນຢຸ່ ແລະ ວຽກງານໂພຊະນາການຢູ່ບ້ານເປົ້າໝາຍຂອງໂຄງການ.
ໃນການລົງຕິດຕາມ ຊຸກຍູ້ວຽກງານໃນຄັ້ງນີ້ ໄດ້ໃຫ້ກຽດການຕ້ອນຮັບຂອງ ທ່ານ ສົມແອງ ສຸກດາວົງ, ຮອງເຈົ້າເມືອງ ເມືອງຫົວເມືອງຜູ້ຊີ້ນຳວຽກງານ ທລຍ ຂັ້ນເມືອງ ແລະ ທ່ານຜູ້ປະສານງານ ທລຍ ຝ່າຍລັດຂັ້ນເມືອງ, ຜູ້ຊ່ວຍປະສານງານ, ຫົວໜ້າທີມງານຂັ້ນເມືອງພ້ອມດ້ວຍພະນັກງານ ທລຍ ເມືອງ ແລະ ບ້ານ. ລວມທັງໝົດ 23 ຄົນ, ຍິງ 10 ຄົນ ຊຶ່ງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ທລຍ ປະຈຳເມືອງຫົວເມືອງ ແລະ ເມືອງຊ່ອນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຫົົວໜ້າທິມງານ ທລຍ ເມືອງ ຫົວເມືອງ ແລະ ເມືອງຊ່ອນ ກ່ຽວສະພາບລວມຂອງເມືອງ, ຜົນສຳເລັດໃນການຈັດຕັ້ງປະຕິບັວຽກວຽກງານໃນໄລຍະຜ່ານມາ ຕາມ 4 ອົງປະກອບຂອງໂຄງການ, ຈຸດດີ, ຈຸດອ່ອນ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ, ຂໍສະເໜິໃນການແກ້ໄຂ ແລະ ແຜນທິດທາງໃນຕໍ່ໜ້າ.
ຫຼັງຈາກນັ້ນໃນຕອນບ່າຍຂອງວັນດຽວກັນ ຍັງໄດ້ລົງຢ້ຽມຢາມກິດຈະກຳປັບປຸງຊິວິດການເປັນຢູ່ຢູ່ບ້ານຫົວຫົວຊຽງ ແລະ ໄດ້ຮັບການຕ້ອງຮັບຈາກອຳນາດການປົກຄອງບ້ານ, ສະມາຊິກ ກຊກ ແລະ ສະມາຊິກ ໂພຊະນາການ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ ທລຍ ຈາກຄະນະບໍລິການ ກຸ່ມ ກຊກ ບ້ານຫົວຊຽງ. ເຊິ່ງໄດ້ຍົກໃຫ້ເຫັນ ໝົດບ້ານມີເນືື້ອທີ່ທັງໝົດ 6.961,6 ຮຕ, ເນື້ອທີ່ນາ 36,6 ຮຕ, ເນື້ອທີ່ໄຮ່ 10 ຮຕ, ເນື້ອທີ່ສວນ 629,7 ຮຕ, ແລະ ເນື້ອທີ່ປ່າໄມ້ອື່ນໆມີ 6.285,3 ຮຕ, ມີພົນລະເມືອງທັງໝົດ 458 ຄົນ, ຍິງ 228 ຄົນ, 82 ຄອບຄົວ,ໃນນັ້ນມີຄອບຄົວທຸກຍາກ 6 ຄອບຄົວ, ຜຸ້ທຸກກຍາກ 27 ຄົນ, ຍິງ 12 ຄົນ. ເຊິ່ງປະກອບມີ 1 ຊົນເຜົ່າຄື: ເຜົ່າລາວລຸ່ມ ຢູ່ຮ່ວມກັນ. ບ້ານຫົວຊຽງສາມາດສ້າງລາຍຮັບໄດ້ທັງໝົດ: 2.363.280.000ກີບ/ປີ, ສະເລຍໃສ່ຫົວຄົນຜູ້ 1 ໄດ້ 5.160.000ກີບ/ຄົນ/ປີ. ບ້ານຫົວຊຽງມີ ກຸ່ມ ກຊກ ທັງໝົດ 8 ກຸ່ມ, ມີສະມາຊີກທັງໝົດ 90 ຄົນ, ຍິງ 88 ຄົນ. ແລະ ມີຄະນະຄຸ້ມຄອງກອງທືນບ້ານ(ຄບກ)ຈຳນວນ 6 ທ່ານ, ຍິງ 5 ທ່ານ, ມີເງິນຝາກທັງໝົດ 31.590.000ກີບ. ໄດ້ປ່ອຍກູ້ໃຫ້ສະມາຊິກກູ້ຢືມທັງໝົດ 25.000.000 ກີບ. ໄດ້ຮັບເງິນສະໜັບສະໜຸນຈາກໂຄງການ ທລຍ ເພື່ອເປັນທຶນໝູວຽນຂອງບ້ານທັງໝົດ 99.360.000 ກີບ, ໄດ້ປ່ອຍກູ້ໃຫ້ສະມາຊິກກູ້ຢືມໄປເຮັດກິດຈະກຳ 99.000.000 ກີບ. ມີສະມາຊິກກຸ້ຢືມທັງໝົດ: 65 ຄົນ. ຍິງ 64 ຄົນ. ຜ່ານການດໍາເງິນກິດຈະກໍາສາມາດສ້າງຕົວແບບໄດ້ 4 ຄອບຄົວຄື: ລ້ຽງໝູ 2 ຄອບຄົວ, ລ້ຽງປາ 1 ຄອບຄົວ ແລະ ສວນພັກເຮືອນຮົ່ມ 1 ຄອບຄົວ.
ພິເສດ ໄດ້ລົງຢ້ຽມຄອບຄົວ ທ່ານ ພອນສະໄໝ ຄອບຄົວຕົວແບບ ໃນການປູກຝັງ ແລະ ລ້ຽງສັດໃຫຍ,ສັດນ້ອຍ ແລະ ສັດປິກ ເພື່ອເປັນສີນຄ້າ ເຊິ່ງຄອບຄົວດັ່ງກ່າວມີສະມາຊີກ ທັງໝົດ 6 ຄົນ, ຍິງ 3 ຄົນ, ແຮງງານຕົ້ນຕໍ 4 ຄົນ, ມີເນື້ອທີ່ນາທັງໝົດ 1 ຮຕ, ສະມັດຕະພາບເຂົ້າໄດ້ 4.8 ໂຕນ/ຮຕ, ມີສັດລ້ຽງປະເພດງົວ, ຄວາຍທັງໝົດ 35 ໂຕ,ໝູ 30 ໂຕ, ສັດປີກ 150 ໂຕ, ມີສວຍຫຍ້າເພື່ອລຽງສັດ 2 ບ່ອນ 14 ຮຕ, ໃນແຕ່ລະປີຜ່ານມາສາມາດສ້າງລາຍຮັບຈາກການຂາຍສັດເຂົ້າສູ່ຄອບຄົວປະມານ50-60 ລ້ານກີບຕໍ່ປີ.
ໃນຕອນທ້າຍຂອງການລົງຕິດຕາມ ຊຸກຍູ້ວຽກງານນັ້ນ ທ່ານ ພັດນະຄອນ ຄັນທະມີໄຊ ໄດ້ເນັ້ນໜັກໃຫ້ຮັກສາມູນເຊື້ອທີ່ດຸໝັ່ນ, ຄວາມຮູ້ຄວາມສາມາດໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ຈົນກາຍເປັນຄອບຄົວຕົວແບບຂອງບ້ານ ໃນຕໍ່ໜ້າສະເໜີໃຫ້ຖ່າຍຖອດບົດຮຽນ ຄວາມຮູ້ ແລະ ປະສົບການ ໃຫ້ແກ່ຄອບຄົວອື່ນໆ ພາຍໃນບ້ານ ແລະ ບ້ານອື່ນໆ ຢູ່ພາຍໃນເມືອງ ໃຫ້ຂະຫຍາຍອອກສູ່ວົງກວ້າງຢ່າງແທ້ຈິງ.