ບ້ານປຸງ ກັບການລ້ຽງສັດປີກ ສ້າງລາຍຮັບເພື່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່ອແກ້ໄຂຄວາມທຸກຍາກ

Posting Date: 
17 Oct 2022

ບ້ານປຸງ ກັບການລ້ຽງສັດປີກ ສ້າງລາຍຮັບເພື່ອແກ້ໄຂຄວາມທຸກຍາກ

ໂດຍ: ແກ້ວມະນີ ສັກທິເດັດ, ພະນັກງານປັບປຸງຊີວິດການເປັນຢູ່ ຂັ້ນບ້ານ, ເມືອງໃໝ່, ແຂວງຜົ້ງສາລີ

ໃນວັນທີ 13 ກັນຍາ 2022 ຜ່ານມາ, ພະນັກງານປັບປຸງຊີວິດຂັ້ນບ້ານ ຂອງກອງທືນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໃໝ່, ແຂວງຜົ້ງສາລີ ໄດ້ລົງຕິດຕາມຊຸກຍູ້ການຝາກເງິນ, ການລົງບັນຊີ, ການຄຸ້ມຄອງກອງທຶນ ແລະ ກິດຈະກຳສ້າງລາຍຮັບຂອງສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຢູ່ບ້ານປຸງ, ເມືອງໃໝ່.

ຄອບຄົວ ນາງ ສອນ ແມ່ນຄອບຄົວໜຶ່ງທີ່ອາໃສຢູ່ບ້ານດັ່ງກ່າວ, ມີສະມາຊິກໃນຄອບຄົວທັງໝົດ 5 ຄົນ, ຍິງ 4 ຄົນ, ມີແຮງງານຕົ້ນຕໍ 3 ຄົນ, ແຮງງານສຳຮອງ 2 ຄົນ. ນາງ ສອນ ໄດ້ເຂົ້າເປັນສະມາຊີກ ກຊກ ແຕ່ປີ 2020 ແລະ ໄດ້ຮັບການຝືກອົບຮົມເຕັກນີກວີຊາການ ການລ້ຽງສັດປີກ ແລະ ການລ້ຽງແບ້ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍສະໜັບສະໜູນຈາກໂຄງການ ທລຍ.

ພາຍຫຼັງໄດ້ຮັບການຝືກອົບຮົມ ນາງ ສອນ ໄດ້ມີຄວາມຮູ້ຄວາມສາມາດຫຼາຍຂຶ້ນ ໂດຍໄດ້ຮູ້ຈັກການລ້ຽງສັດແບບຖືກເຕັກນີກວິຊາການ ໂດຍໄດ້ເຮັດຫົວອາຫານປະສົມ, ອາຫານໝັກ ເພື່ອຫຼຸດຜ່ອນຕົ້ນທຶນຈາກການນຳໃຊ້ຫົວອາຫານ ແລະ ຍັງຮຽນຮູ້ເຕັກນິກການສັກວັກຊີນປ້ອງກັນພະຍາດສັດປີກ. ນອກຈາກນັ້ນ, ນາງ ສອນ ໄດ້ກູ້ຍືມເງິນຕົ້ນທຶນ 2.000.000 ກີບ ມາສົມທົບໃສ່ເງິນທີ່ມີຢູ່ໃນຄອບຄົວ ຈໍານວນໜຶ່ງ ລົງທຶນໃສ່ການລ້ຽງເປັດໄກ່ ໂດຍໄດ້ຊື້ພໍ່ແມ່ພັນ ເປັດ 5 ຕ ແລະ ໄກ່ 7 ໂຕ ມາລ້ຽງສົມທົບກັບສັດປີກຈຳນວນໜຶ່ງທີ່ມີຢູ່ແລ້ວ.

 

ຫຼັງຈາກລ້ຽງເປັດໄກ່ ມາໄດ້ເວລາ 8 ເດືອນ ນາງ ສອນ ສາມາດສ້າງລາຍຮັບຈາກການຂາຍໄກ່ ຈຳນວນ 1.500.000 ກີບ (ຂາຍໄກ່ 30 ໂຕ, ໂຕລະ 50.000 ກີບ). ນອກຈາກນັ້ນ, ຄອບຄົວ ນາງ ສອນ ຍັງມີພໍ່ແມ່ພັນເປັດ 34 ໂຕ, ໄກ່ 50 ໂຕ ເຫຼືອໄວ້ເປັນຕົ້ນທຶນ ໃນການສ້າງລາຍຮັບໃນອະນາຄົດ. ພິເສດຄອບຄົວ ນາງ ສອນ ຍັງໄດ້ເຂົ້າຮ່ວມການຝາກເງິນໃນກອງທຶນ ກຊກ ເປັນປົກະຕີໃນທຸກໆເດືອນ.