ກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຢູ່ແຂວງຜົ້ງສາລີ

Posting Date: 
31 Jan 2023

ກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)

ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຢູ່ແຂວງຜົ້ງສາລີ

 

ໂດຍ: ທລຍ ສູນກາງ

 

ໃນວັນທີ 25 ມັງກອນ 2023 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023  ຂຶ້ນທີ່ເມືອງບຸນເໜືອ ແຂວງຜົ້ງສາລີ ພາຍໃຕ້ການເປັນປະທານຂອງ ທ່ານ ພູຈອນ ພົມມະຈັນ,  ຮອງຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຜົ້ງສາລີ ແລະ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການ ທລຍ ພ້ອມດ້ວຍວິຊາການ ທລຍ ຂັ້ນສູນກາງ, ບັນດາທ່ານ ຮອງຫົວໜ້າ ແລະ ຕາງໜ້າພະແນກທີ່ກ່ຽວຂ້ອງຂັ້ນແຂວງ, ຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າ ແລະ ຕາງໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ 4 ເມືອງເປົ້າໝາຍ ຄື: ບຸນໃຕ້, ສຳພັນ, ໃໝ່ ແລະ ຂວາ ຕະຫຼອດຮອດ ພະນັກງານ ທລຍ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ເຂົ້າຮ່ວມທັງໝົດຈຳນວນ 76 ຄົນ, ຍິງ 25 ຄົນ.

ຫຼັງຈາກ ທ່ານ ພູຈອນ ພົມມະຈັນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ, ທ່ານ ຖາວອນ ໄຊຍະບຸດ, ຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງຜົ້ງສາລີ ຕາງໜ້າໃຫ້ໂຄງການ ທລຍ 4 ເມືອງເປົ້າໝາຍ ໄດ້ນຳເໜີຜົນຂອງການຈັດຕັ້ງປະຕິບັດວຽກງານ ໂຄງການ ທລຍ ໃນໄລຍະ 1 ປີຜ່ານມາ ແລະ ແຜນວຽກ ປີ 2023  ຊຶ່ງການຈັດຕັ້ງປະຕິບັດ ໂຄງການ ທລຍ 3 ໄລຍະເພີ່ມທຶນ ຢູ່ແຂວງຜົ້ງາລີ ເຮົານີ້້ ມີຜົນສໍາເລັດຫຼາຍສົມຄວນ ໂດຍສະເພາະ ກິດຈະກໍາກໍ່ສ້າງພື້ນຖານໂຄງລ່າງຂອງຊຸມຊົນ, ກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມດ້ານໂພຊະນາການໃຫ້ແກ່ຊຸມຊົນຜູ້ທຸກຍາກຫ່າງໄກສອກຫຼີກ.

ໃນກອງປະຊຸມນີ້ ທ່ານ ປອ ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການ ທລຍ ກໍໄດ້ກ່າວມີຄໍາເຫັນ ໂດຍເປັນເອກະພາບກັບ ການລາຍງານສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ໂຄງການ ທລຍ ຢູ່ແຂວງຜົ້ງສາລີ ໃນປີ 2022 ແລະ ການນໍາສະເໜີແຜນວຽກ ປີ 2023 ແລະ ຂໍຂອບໃຈພາກສວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ທີໃຫ້ການຮ່ວມມື ພ້ອມກັນຈັດຕັ້ງປະຕິບັດ ເຮັດໃຫ້ຫຼາຍວຽກງານສຳເລັດຕາມແຜນທີ່ວາງໄວ້.

ໃນຕອນທ້າຍກອງປະຊຸມ ທ່ານ ພູຈອນ ພົມມະຈັນ ໄດ້ສະແດງຄວາມຊົມເຊີຍບັນດາຜູ້ແທນກອງປະຊຸມ ທີ່ໄດ້ປະກອບຄຳຄິດເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ເນັ້ນໜັກບາງຈຸດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕີບັດວຽກງານໃນຕໍ່ໜ້າ ຄື:

 

  1. ຈະມີການຈັດກອງປະຊຸມປຶກສາຫາລືສະເພາະ ຜູ້ປະສານງານ ທລຍ ເມືອງ, ຜູ້ຊີ້ນຳໂຄງການ ທລຍ ຂັ້ນເມືອງ, ທີມງານ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ຕື່ມ.
  2. ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ກຳແໜ້ນພາລະບົດບາດຂອງຕົນເອງ, ຄູ່ມື ແລະ ຕົວຊີ້ວັດຂອງໂຄງການ ທລຍ ຕື່ມ.
  3. ໃຫ້ພະນັກງານ ທລຍ ຢູ່ແຂວງຜົ້ງສາລີ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕີບັດວຽກງານ ແລະ ໃຫ້ມີການສະຫຼຸບລາຍງານ ໃຫ້ແຕ່ລະພາກສ່ວນ ເປັນປະຈໍາ.