ກອງປະຊຸມສະຫຼຸບລາຍງານ ຜົນໄດ້ຮັບຂອງການປະເມີນຜົນໄລຍະກາງສະໄໝ ຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ

Posting Date: 
09 Mar 2023

ກອງປະຊຸມສະຫຼຸບລາຍງານຜົນໄດ້ຮັບຂອງການປະເມີນຜົນໄລຍະກາງສະໄໝ

ຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ

ໂດຍ: ທລຍ ສູນກາງ

ໃນວັນທີ 24 ກຸມພາ 2023 ຜ່ານມາ, ກອງປະຊຸມສະຫຼຸບລາຍງານ ຜົນໄດ້ຮັບຂອງການປະເມີນຜົນໄລຍະກາງສະໄໝ ຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ທັດສະກາ ສະພັງທອງ, ຫົວໜ້າກົມແຜນການ​ແລະ​ການຮ່ວມມື,ກະຊວງ ກະສິກໍາແລະປ່າໄມ້ ແລະ ທ່ານເບັນຈາມິນ ເບີກຮາດ, ຜູ້ຊ່ຽວຊານອາວຸໂສ ດ້ານການພັດທະນາສັງຄົມ ແລະ ຫົວໜ້າຄະນະທິມງານຈັດຕັ້ງປະຕິບັດໂຄງການ ທລຍ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ແລະ ກົມພັດທະນາຊົນນະບົດ ຂອງກະຊວງກະສິກໍາ ແລະ ປ່າໄມ້, ພະນັກງານຫຼັກແຫຼ່ງຂອງ ທລຍ ແລະ ຄະນະຊ່ຽວຊານຂອງທະນາຄານໂລກ ຈໍານວນທັງໝົດ 33 ທ່ານ.

ເປົ້າໝາຍຂອງການມາເຮັດວຽກຂອງຄະນະຊ່ຽວຊານທະນາຄານໂລກຄັ້ງນີ້ ແມ່ນເພື່ອປະເມີນຜົນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ທີ່ນອນຢູ່ໃນ ແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ເພື່ອແກ້ໄຂບັນຫາໂພຊະນາການຢູ່ 4 ແຂວງພາກເໜືອຂອງລາວ (ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ) ໂດຍສະເພາະແມ່ນເພື່ອປະເມີນຄືນ ຈຸດປະສົງ, ເປົ້າໝາຍ ແລະ ຕົວຊີ້ວັດຕ່າງໆຂອງໂຄງການທີ່ກໍານົດໄວ້ ແລະ ທັງເປັນການຢັ້ງຢືນ ເຖິງໝາກຜົນຕົວຈິງຂອງໂຄງການ ທີ່ໄດ້ປະຕິບັດຖືກຕ້ອງສອດຄ່ອງກັບທິດທາງນະໂຍບາຍຂອງລັດຖະບານ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນ ຢູ່ເຂດຊົນນະບົດ.

ໂດຍປະຕິບັດຕາມວາລະການມາເຄື່ອນໄຫວເຮັດວຽກ ຂອງຄະນະຊ່ຽວຊານຂອງທະນາຄານໂລກ ຊຶ່ງໄດ້ເລີ່ມ ນັບແຕ່ວັນທີ 13 ເຖິງວັນທີ 24 ເດືອນກຸມພາ 2023 ຊຶ່ງໃນນັ້ນ ລະຫວ່າງວັນທີ 13 ຫາ 17 ກຸມພາ 2023 ທິມງານ ໄດ້ໄປຢ້ຽມຢາມກິດຈະການໂຄງການ ຢູ່ບ້ານເປົ້າໝາຍຈໍານວນໜຶ່ງ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ແລະ ໄດ້ປຶກສາຫາລືກັບພາກສ່ວນຕ່າງໆ ຢູ່ຂັ້ນທ້ອງຖີ່ນ ແລະ ລະຫວ່າງວັນທີ 20 ຫາ 24 ກຸມພາ 2023 ແມ່ນໄດ້ປຶກສາຫາລືກັບບັນດາສາຍງານ ຂອງ ທລຍ ຂັ້ນສູນກາງ ທີ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ໃນກອງປະຊຸມສະຫຼຸບລາຍງານ ທ່ານເບັນຈາມິນ ເບີກຮາດ, ຜູ້ຊ່ຽວຊານອາວຸໂສ ດ້ານການພັດທະນາສັງຄົມ ແລະ ຫົວໜ້າຄະນະທິມງານຈັດຕັ້ງປະຕິບັດໂຄງການ ທລຍ ໄດ້ລາຍງານສະຫຼຸບຜົນໄດ້ຮັບ ຂອງການປະເມີນຜົນໄລຍະກາງສະໄໝ ຂອງໂຄງ ການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ຊຶ່ງເຫັນໄດ້ວ່າໂຄງການ ສາມາດຈັດຕັ້ງປະຕິບັດວຽກງານສໍາເລັດຕາມຄາດໝາຍທີ່ວາງໄວ້. ທ່ານຍັງໄດ້ວ່າ ຜ່ານການລົງຢ້ຽມຢາມເຮັດວຽກຢູ່ ບ້ານສົບທ້າງ, ເມືອງຄໍາ, ແຂວງຊຽງຂວາງ, ບ້ານນາສາມ ແລະ ບ້ານຫ້ວຍໄຄ້, ເມືອງຫົວເມືອງ, ແຂວງຫົວພັນ ເປັນເວລາ 5 ວັນເຕັມນັ້ນ ໂດຍລວມເຫັນໄດ້ວ່າ ຊາວບ້ານແມ່ນມີຄວາມເຂັ້ມແຂງ ສາມາດຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ ທລຍ ໃຫ້ການສະໜັບສະໜູນໄດ້ດີ ໂດຍສະເພາະແມ່ນການປູກການລ້ຽງ ການສົ່ງເສີມການແຕ່ງອາຫານເສີມໃຫ້ເດັກ 6-23 ເດືອນ, ການເຮັດສວນຄົວໂພຊະນາການ ເພື່ອສະໜັບສະໜູນການແຕ່ງກິນຂອງຄົວເຮືອນສະມາຊິກ ກພກ ແຕ່ເຖິງແນວໃດ ກໍຕາມຈະຕ້ອງໄດ້ເອົາໃຈໃສ່ບາງຈຸດທີ່ເຫັນວ່າຍັງບໍ່ທັນໄດ້ດີອີກຕື່ມ.

ທ່ານ ປອ. ທັດສະກາ ສະພັງທອງ, ຫົວໜ້າກົມແຜນການ​ແລະ​ການຮ່ວມມື​, ກະຊວງ ກະສິກໍາແລະປ່າໄມ້ ໄດ້ກ່າວວ່າ: ຈາກການຮັບຟັງ ການລາຍງານຜົນໄດ້ຮັບ ຂອງການປະເມີນຜົນໄລຍະກາງສະໄໝ ຂອງໂຄງ ການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ໂດຍທ່ານ ເບັນຈາມິນ ເບີກຮາດ, ຂ້າພະເຈົ້າ ຕີລາຄາສູງ ຕໍ່ກັບຜົນສໍາເລັດດັ່ງກ່າວ ແລະ ເຫັນວ່າສາມາດ ບັນລຸໄດ້ຕາມລະດັບຄາດໝາຍ ແລະ ຕົວຊີ້ວັດຕ່າງໆ ທີ່ກໍານົດໄວ້; ທັງໄດ້ສະແດງໃຫ້ເຫັນວ່າ ຜົນງານຂອງໂຄງການ ໄດ້ປະກອບສ່ວນໂດຍກົງເຂົ້າໃນແຜນງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາ ກໍ່ຄືໂຄງການທີ່ກໍາລັງຈັດຕັ້ງປະຕິບັດໃນປະຈຸບັນ. ຜົນສໍາເລັດຂອງໂຄງການດັ່ງກ່າວນີ້ ໄດ້ສະແດງໃຫ້ເຖິງການຮ່ວມມື ອັນໜັກແໜ້ນ ລະຫວ່າງ ລັດຖະບານ ສປປ ລາວ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ແລະທະນາຄານໂລກ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ ຕອບສະໜອງຄວາມຕ້ອງການຕົວຈິງຂອງປະຊາຊົນບັນດາເຜົ່າ ແລະ ມີຄວາມສອດຄ່ອງກັບທິດທາງນະໂຍບາຍ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ສປປ ລາວ

 

ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທະນາຄານໂລກ ຈົ່ງໄດ້ສືບຕໍ່ສະໜັບສະໜູນ ທຶນຮອນຊ່ວຍເຫຼືອ ໃນຕໍ່ໜ້າ ເນື່ອງຈາກວ່າ ອັດຕາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃນເຂດຊົນນະບົດ ແມ່ນຍັງມີອັດຕາສ່ວນສູງ; ລັດຖະບານ ກໍ່ໄດ້ຖືສໍາຄັນວຽກງານຮ່ວມມືກັບຄູ່ຮ່ວມພັດທະນາ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຕາງໜ້າໃຫ້ ກະຊວງກະສິກໍາ ແລະ ປ່າໄມ້ ຂໍສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ທະນາຄານໂລກ ທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ຂອງ ສປປ ລາວ ຕະຫຼອດໄລຍະສອງທົດສະວັດຜ່ານມາ ໂດຍຜ່ານ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ຊຶ່ງໃນປະຈຸບັນ ກໍ່ກໍາລັງຈັດຕັ້ງປະຕິບັດແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ ໃນ 4 ແຂວງພາກເໜືອ.