ກອງປະຊຸມ ສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຄັ້ງທີ 26

Posting Date: 
10 Mar 2023

ກອງປະຊຸມ ສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຄັ້ງທີ 26

 

ໂດຍ: ທລຍ ສູນກາງ

 

ກອງປະຊຸມສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຄັ້ງທີ 26 ໄດ້ຈັດຂຶ້ນຢາງເປັນທາງການໃນວັນທີ 28 ກຸມພາ 2023 ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ເພັດ ພົມພີພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້,ທັງເປັນປະທານສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກພ້ອມດ້ວຍກໍາມະການສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກທີ່ມາຈາກບັນດາກະຊວງແລະອົງການທຽບເທົ່າກະຊວງ, ທ່ານຮອງເຈົ້າແຂວງຂອງ 4 ແຂວງເປົ້າໝາຍຂອງໂຄງການທລຍຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫົວພັນ, ແລະແຂວງຊຽງຂວາງ. ນອກຈາກນັ້ນຍັງມີຄະນະຮັບຜິດຊອບທລຍຂັ້ນສູນກາງ, ຫົວໜ້າຮອງຫົວໜ້າພະແນກກະສິກຳແລະປ່າໄມ້ແຂວງແລະຜູ້ຊ່ວຍປະສານງານທລຍຂັ້ນແຂວງຂອງ 4 ແຂວງເປົ້າໝາຍທລຍ, ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງຢູ່ແຂວງອຸດົມໄຊແລະພະນັກງານທລຍຂອງແຂວງອຸດົມໄຊໄດ້ເຂົ້າຮ່ວມຢ່າງພ້ອມພຽງກັນ. ພິເສດ​​ໄດ້ມີ​​ຜູ້ຕາງໜ້າຈາກທະນາຄານໂລກເຂົ້າປະຊຸມທາງອອນລາຍ.

ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ລາຍງານວ່າ: ໂຄງການ ທລຍ 3 ໄລຍະເພີ່ມທຶນ ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກທະນາຄານໂລກ ຈໍານວນ 22,5 ລ້ານໂດລາສະຫະລັດ ໄດ້ຈັດຕັ້ງປະຕິບັດ ແຕ່ປີ 2020-2024 ຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ຜົົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ; ເປັນໂຄງການ ທີ່ຜັນປ່ຽນຈາກການເນັ້ນໜັກໃສ່ການປັບປຸງພື້ນຖານໂຄງລ່າງຂະໜາດນ້ອຍ ມາເປັນການຊ່ວຍເຫຼືອດ້ານວຽກງານປັບປຸງຊີວິການເປັນຢູ່ ແລະ ສົ່ງເສີມໂພຊະນາການ ໃນລະດັບຄົວເຮືອນ ແລະ ຊຸມຊົນ ໃນນັ້ນ ການສົ່ງເສີມດ້ານພື້ນຖານໂຄງລ່າງຂະໜາດນ້ອຍທີ່ຕິດພັນກັບການສົ່ງເສີມການຜະລິດດ້ານກະສິກໍາ ແລະ ໂພຊະນາການ ເນັ້້ນໃຫ້ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ. ດ້ານວຽກງານການປັບປຸງພື້ນຖານໂຄງລ່າງຂອງຊຸມຊົນ ໄດ້ສຳເລັດການສ້າງແຜນພັດທະນາບ້ານ ຢູ່ 231 ບ້ານຊຸດທີ 1 ແລະ 238 ບ້ານຊຸດທີ 2; ດ້ານວຽກງານການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ປີ 2022 ຜ່ານມາ ໄດ້ຮັບເອົານັກສຶກສາຈົບໃໝ່ 130 ຄົນ ເພື່ອປະຈໍາຢູ່ຮາກຖານຂັ້ນບ້ານ ໂດຍຮັບຜິດຊອບຜູ້ລະ 5-6 ບ້ານ ເພື່ອເປັນຜູ້ເຮັດວຽກໃກ້ສິດກັບປະຊາຊົນ ແລະ ຝຶກອົບຮົມໃຫ້ປະຊາຊົນໃນວຽກງານຕ່າງໆ; ດ້ານວຽກງານປັບປຸງຊີວິດການເປັນຢູ່ ຮອດເດືອນກຸມພາ 2023 ໄດ້ສະໜັບສະໜູນເງິນຕົ້ນທຶນ ໃຫ້ແກ່ 972 ກຸ່ມຊ່ວຍເຫຼືອກັນ (ກຊກ)  ເປັນກຸ່ມທ້ອນເງິນຂັ້ນບ້ານ ແລະ ໄດ້ສະໜອງຕົ້ນທຶນໃຫ້ສະມາຊິກ ເພື່ອກູ້ຢືມເຮັດການຜະລິດກະສິກໍາ ໃນບ້ານເປົ້າໝາຍຊຸດທໍາອິດ 229 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ ຈຳນວນ 21,9 ຕື້ກີບ ໂດຍປ່ອຍກູ້ໃຫ້ສະມາຊີກ ຈໍານວນ 10.334 ຄົນ ເປັນເງິນ 19,7 ຕື້ກີບ (90%). ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງບ້ານຊຸດທີ 1 ເປັນຕົ້ນບັນດາວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມດ້ານໂພຊະນາການ ເພື່ອຮັບປະກັນວ່າຊາວບ້ານ ຍັງສາມາດສືບຕໍ່ວຽກງານໄດ້ປົກກະຕິ; ຈັດຕັ້ງປະຕິບັດກິດຈະກໍາ ຢູ່ບ້ານເປົ້າໝາຍຊຸດທີ 2 ຈໍານວນ 238 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ ໂດຍອີງໃສ່ບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນບ້ານຊຸດທີ 1. ພ້ອມນີ້ ກອງປະຊຸມ ກໍໄດ້ເປີດກວ້າງສົນທະນາ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຂອງບັນດາຜູ້ແທນໃນກອງປະຊຸມ.

ກອງປະຊຸມສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກຄັ້ງທີ 26ຄັ້ງນີ້ ໄດ້ມີການປຶກສາຫາລືຫຼາຍປະເດັນສໍາຄັນແລະໄດ້ຮັບຮອງເອົາ ວຽກທີ່ເປັນບຸລິມະສິດຕົ້ນຕໍ ຄື:

1)    

ເຫັນດີຮັບຮອງເອົາ ການສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດວຽກງານ ໃນປີ 2022 ແລະ ທິດທາງແຜນການ ປີ 2023 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ.

2)   

ເຫັນດີຮັບຮອງເອົາ ການຂະຫຍາຍໄລຍະເວລາຂອງການຈັດຕັ້ງປະຕິບັດໂຄງການ ທລຍ 3 ໄລຍະເພີ່ມທຶນ ໄປອີກ 1 ປີ ກໍຄືຈະໄປສີ້ນສຸດໂຄງການ ໃນເດືອນມິຖຸນາ ປີ 2025. ຍ້ອນເຫດຜົນຄື: ກິດຈະກໍາຂອງໂຄງການຈໍານວນໜື່ງບໍ່ສາມາດດໍາເນີນໄປຕາມແຜນການ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນປີ 2020 ແລະ 2021, ເພຶ່ອທົບທວນຄືນການສະໜັບສະໜູນພື້ນຖານໂຄງລ່າງໃຫ້ຕິດພັນກັບການຜະລິດກະສິກໍາແລະເພື່ອໃຫ້ເຫັນຜົນກະທົບດ້ານໂພຊະນາການທະນາຄານໂລກເຫັນດີໃຫ້ບັນດາໂຄງການຂອງແຜນງານໜື່ງດຽວຂະຫຍາຍໄລຍະການຈັດຕັ້ງປະຕິບັດອອກໄປອີກ 1 ປີ.

3)   

ເຫັນດີຮັບຮອງເອົາອົງປະກອບສໍາຄັນ, ກິດຈະກໍາ ແລະ ການກໍານົດພື້ນທີ່ເປົ້າໝາຍ (ແຂວງ ແລະ ເມືອງ) ຂອງໂຄງການໃໝ່ຄື: ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ທີ່ຄາດວ່າຈະໄດ້ຮັບການຈັດຕັ້ງປະຕິບັດໃນທ້າຍປີ 2023 ນີ້ຊຶ່ງການຄັດເລືອກພື້ນທີ່ເປົ້າໝາຍປະກອບດ້ວຍ 12 ເມືອງ ໃນ 6 ແຂວງຄື:  1) ແຂວງຜົ້ງສາລີ: ເມືອງຍອດອູແລະເມືອງຜົ້ງສາລີ; 2) ແຂວງອຸດົມໄຊ: ເມືອງງາ ແລະ ເມືອງປາກແບງ; 3) ແຂວງຫົວພັນ: ເມືອງກວັນ ແລະ ເມືອງແອດ; 4) ແຂວງຊຽງຂວາງ: ເມືອງໜອງແຮດ ແລະເມືອງພູກູດ; 5) ແຂວງສາລະວັນ: ເມືອງຕະໂອ້ຍ ແລະເມືອງສະໝ້ວຍ; ແລະ 6) ແຂວງເຊກອງ: ເມືອງກະລຶມ ແລະເມືອງດາກຈຶງ.

ໃນຕອນທ້າຍ ປະທານກອງປະຊຸມ ໄດ້ເນັ້ນໃຫ້ບັນດາຄະນະກໍາມະການສະພາບໍລິຫານ ທລຍ ຢູ່ແຕ່ລະແຂວງ ຈົ່ງຊ່ວຍຊຸກຍູ້-ຕິດຕາມ, ຊີ້ນໍາການການຈັດຕັ້ງປະຕິບັດໂຄງການ ໃຫ້ໄປຕາມແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທີ່ສູນກາງ ແລະ ທ້ອງຖິ່ນກໍານົດໄວ້; ເອົາໃຈໃສ່ ວຽກງານປະສານງານ ລະຫວ່າງຂະແໜງການທີ່ກ່ຽວຂ້ອງ ແລະບັນດາໂຄງການພັດທະນາອື່ນໆ ໃຫ້ສອດຄ່ອງກົມກຽວກັນ ໂດຍສະເພາະແມ່ນ ໂຄງການທີ່ກໍາລັງດໍາເນີນຢູ່ໃນ 4 ແຂວງ, 12 ເມືອງ ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ພ້ອມທັງນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ເປັນວຽກລະອຽດ ແລະ ຈັດຕັ້ງປະຕິບັດ ໃຫ້ເກີດຜົນເປັນຮູບປະທໍາໃນຕໍ່ໜ້າ.