ສຳເລັດການຝຶກອົບຮົມສວນຄົວໃຫ້ແກ່ຄົວເຮືອນສະມາຊິກກຸ່ມໂພຊະນາການ ບ້ານໂພນໄຊ

Posting Date: 
26 Apr 2023

ສຳເລັດການຝຶກອົບຮົມສວນຄົວໃຫ້ແກ່ຄົວເຮືອນສະມາຊິກກຸ່ມໂພຊະນາການ ບ້ານໂພນໄຊ

ໂດຍ: ຕົ້ນສີ ບຸນນະວົງ, ໂພຊະນາການບ້ານ

       ໃນວັນທີ 1-2 ເມສາ 2023 ຜ່ານມາ, ໂຄງການ ທລຍ ໄດ້ຈັດຊຸດຝຶກອົບຮົມສວນຄົວໃຫ້ແກ່ຄົວເຮືອນສະມາຊິກກຸ່ມໂພຊະນາການ ຂຶ້ນທີ່ບ້ານ ໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ປະກອບດ້ວຍ ພະນັກງານຫ້ອງການກະສິກຳ-ປ່າໄມ້ເມືອງ 1 ທ່ານ, ວິຊາການ ທລຍ ຂັ້ນບ້ານ 2 ທ່ານ, ອຳນາດການປົກຄອງບ້ານ 1 ທ່ານ ແລະ ຕາງໜ້າຄົວເຮືອນສະມາຊິກກຸ່ມໂພຊະນາການບ້ານ 10 ທ່ານ. ພາຍໃຕ້ການເປັນຄູຝຶກຂອງ 3 ຄອບຄົວຕົວແບບດ້ານສວນຄົວພາຍໃນບ້ານ, ການຝຶກອົບຮົມນີ້ ແມ່ນເພື່ອແນະນຳໃຫ້ຄົວເຮືອນສະມາຊິກກຸ່ມໂພຊະນາການ ໄດ້ຮຽນຮູ້ເຕັກນິກໃນການສ້າງສວນຄົວ ເຊັ່ນ: ການຄັດເລືອກສະຖານທີ່, ເຕັກນິກໃນການປູກຜັກ, ການເກັບຮັກສາແນວພັນໄວ້ປູກໃນປີຕໍ່ໄປ, ການເຮັດຝຸ່ນບົ່ມ, ນ້ຳສະກັດຊີວະພາບ ແລະ ນ້ຳຍາຂັບໄລ່ແມງໄມ້ ເພື່ອສົ່ງເສີມໃຫ້ຄົວເຮືອນສະມາຊິກ ປູກພືດຫຼາຍຊະນິດເພື່ອໄວ້ເປັນອາຫານ, ພືດທີ່ມີທາດອາຫານຄົບຖ້ວນ, ພືດທີ່ທົນທານຕໍ່ອາກາດຕະຫຼອດປີສຳລັບການບໍລິໂພກຢູ່ພາຍໃນເຮືອນ ແລະ ປຸງແຕ່ງອາຫານຂອງກຸ່ມໂພຊະນາການ, ສົ່ງເສີມການວາງແຜນປູກພືດຜັກໃຫ້ແຕ່ລະຄົວເຮືອນ ແລະ ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ, ການບົວລະບັດຮັກສາພືດ ຫລື ເບ້ຍຜັກ, ໝາກໄມ້ທີ່ມີທາດອາຫານ ແລະ ປ້ອງກັນການທຳລາຍຈາກສັດຕູພືດ.

 

ພາຍຫຼັງສຳເລັດການຝຶກອົບຮົມ ໄດ້ມອບແນວພັນຜັກ 6 ຊະນິດ ຄື: ຜັກກາດຊອມ, ຜັກປັງ, ຜັກບົ້ງ, ຜັກຫົມ, ໝາກຖົ່ວຂົ້ວ ແລະ ໝາກຖົ່ວພູ ພ້ອມທັງແນະນຳໃຫ້ຄົວເຮືອນສະມາຊິກ ນຳໄປປູກຢູ່ສວນຄົວຂອງເຂົາເຈົ້າເພື່ອເຮັດໃຫ້ມີພືດຜັກປະກອບໃນການແຕ່ງກິນໄດ້ຕະຫຼອດປີ.