ຄອບຄົວຕົວແບບໃນການສ້າງລາຍຮັບ

Posting Date: 
28 Apr 2023

ຄອບຄົວຕົວແບບໃນການສ້າງລາຍຮັບ

 

ໂດຍ: ສົມຈັນ ໄຊຈຸມພອນ, ວິຊາການປັບປຸງຊິວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງສໍາພັນ, ແຂວງຜົ້ງສາລີ 

 

          ທ້າວ ອາເນີ ແລະ ຄອບຄົວ ອາໃສຢູ່ບ້ານລີຊີໂຊ, ຂຶ້ນກັບກຸ່ມເອີປາ, ເມືອງສໍາພັນ, ແຂວງຜົ້ງສາລີ ຊຶ່ງເປັນບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ຊຶ່ງຢູ່ໃນຄອບຄອບຄົວຂອງລາວ ມີສະມາຊິກທັງໝົດ 11 ຄົນ, ຍິງ 6 ຄົນ ແລະ ເດັກນ້ອຍອາຍຸ 1-18 ປີ ມີ 5 ຄົນ. ທ້າວອາເນີ ແລະ ເມຍຂອງລາວ ໄດ້ມີໂອກາດເຂົ້າຮ່ວມຮັບຟັງການແນະນຳກ່ຽວກັບໂຄງການ ທລຍ ໂດຍສະເພາະວິທີການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຊຶ່ງເຮັດໃຫ້ພວກເຂົາເຈົ້າ ມີຄວາມເຂົ້າໃຈເຖິງຈຸດປະສົງຂອງໂຄງການ ທລຍ ທີ່ຈະສະໜັບສະໜູນຊ່ວຍຄອບຄົວທຸກຍາກພາຍໃນບ້ານ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ພາຍຫຼັງ ທ້າວອາເນີ ແລະ ເມຍ ໄດ້ກັບໄປເຮືອນ ແລະ ໄດ້ອະທິບາຍສິ່ງທີ່ພວກຕົນເອງໄດ້ຍິນ ແລະ ຟັງຈາກກອງປະຊຸມໃນຄັ້ງນັ້ນ ສູ່ສະມາຊິກຄອບຄົວຟັງ, ພວກເຂົາ ໄດ້ຕັດສິນໃຈສະມັກເປັນສະມາຊິກ ກຊກ ນັບຕັ້ງແຕ່ເດືອນມັງກອນ ປີ 2021 ໂດຍໄດ້ເຂົ້າຮ່ວມປະຊຸມ ກຊກ ຢ່າງເປັນປົກກະຕິ ແລະ ໄດ້ຝາກເງິນກັບກອງທຶນ ກຊກ ແລ້ວ 6 ຄັ້ງ ເປັນເງິນທັງໝົດ 155.000 ກີບ. ນອກຈາກນັ້ນ ພວກເຂົາຍັງໄດ້ເຂົ້າຮ່ວມການຝຶກອົບຮົມເຕັກນິກການການປູກ-ການລ້ຽງ ຊຶ່ງເຮັດໃຫ້ຄອບຄົວທ້າວ ອາເນີ ໄດ້ຮັບສິດໃນການກູ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 5.000.0000 ກີບ ໃນອັດດອກເບ້ຍ 1% ຕໍ່ເດືອນ ຊຶ່ງຖືວ່າເປັນການເຂົ້າເຖິງແຫຼ່ງທຶນກູ້ຄັ້ງທໍາອິດຂອງຄອບຄົວລາວ ໄປລົງທຶນລ້ຽງແບ້ ໂດຍໄດ້ນໍາເອົາເງີນຈໍານວນດັ່ງກ່າວໄປຊື້ ແມ່ພັນແບ້ 4 ໂຕ, ພໍ່ພັນແບ້ 1 ໂຕ, ແມ່ພັນເປັດ 3 ໂຕ, ພໍ່ພັນເປັດ 1 ໂຕ. ມາຮອດປັດຈຸບັນ ສາມາດຂາຍແບ້ຈໍານວນ 130 ກິໂລກຣາມ ເປັນເງິນ 8.450.0000 ກີບ, ຂາຍເປັດ 30 ກິໂລກຣາມ ເປັນເງິນ 1.950.000 ກີບ ລວມເປັນເງິນທັງໝົດ 10.400.000 ກີບ ຫຼັງຈາກຫັກເງິນຕົ້ນທຶນໃຫ້ກອງທຶນ ກຊກ ຈໍານວນ 5.000.000 ກີບ ຄອບຄົວຂອງລາວ ມີກໍາໄລ 5.400.000 ກີບ ແລະ ຍັງມີແບ້ໄວ້ເປັນພໍ່ພັນ ແມ່ພັນ ຈໍານວນ 8 ໂຕ ແລະ ເປັດພໍ່ພັນ ແມ່ພັນ ຈໍານວນ 20 ກວ່າໂຕ.