ສວນຄົວໂພຊະນາການຕົວແບບ ຢູ່ບ້ານຫ້ວຍກົບ

Posting Date: 
15 May 2023

ສວນຄົວໂພຊະນາການຕົວແບບ ຢູ່ບ້ານຫ້ວຍກົບ

ໂດຍ: ທ ສົມຈິດ ລາວກິ່ງ, ໂພຊະນາການຂັ້ນບ້ານ, ທລຍ ເມືອງໃໝ່ ແຂວງຜົ້ງສາລີ

 

ໃນວັນທີ 2 ພຶດສະພາ ປີ 2023 ຜ່ານມາ, ພະນັກງານ ທລຍ ຂັ້ນບ້ານ ໄດ້ສົມທົບກັບຄະນະ ກຸ່ມໂພຊະນາການ       (ກພກ) ບ້ານຫ້ວຍກົບ, ກຸ່ມຫົວເມີກ, ເມືອງໃໝ່, ແຂວງຜົ້ງສາລີ ໄດ້ລົງຢ້ຽມຢາມສວນຄົວໂພຊະນາການຂອງ ນາງ ລຽນ ທີ່ເປັນສະມາຊີກກຸ່ມໂພຊະນາການ ຊຶ່ງໄດ້ຖືກຄັດເລືອກຈາກສະມາຊິກ ກພກ ພາຍໃນບ້ານ ໃຫ້ເປັນຄອບຄົວຕົວແບບສວນຄົວໂພຊະນາການ. ນາງ ລຽນ ໄດ້ຮັບການຝຶກອົບຮົມການສ້າງສວນຄົວ ແລະ ການເຮັດຝຸ່ນບົ່ມ ຈາກເຄື່ອຂ່າຍຊາວກະສິກອນລາວ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໃໝ່ ໂດຍການສະໜັບສະໜູນຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ. ພາຍຫຼັງທີ່ໄດ້ຮັບການຝືກອົບຮົມແລ້ວ ນາງ ລຽນ ໄດ້ເລີ່ມສ້າງສວນຄົວໄວ້ບໍລິໂພກພາຍໃນຄອບຄົວຕົວເອງ ແລະ ໄດ້ເອົາຜັກໄປປະກອບສ່ວນເຂົ້າໃນການປຸງແຕ່ງອາຫານ ໃຫ້ແມ່ ແລະ ເດັກ ໃນເວລາຈັດກອງປະຊຸມ ແລະ ສາທິດການແຕ່ງກິນຂອງກຸ່ມໂພຊະນາການ. ປະຈຸບັນ ສວນຄົວຂອງ ນາງ ລຽນ ມີພຶດຜັກຫຼາຍຊະນິດ ເປັນຕົ້ນແມ່ນ ຜັກກາດ, ຜັກບົ້ງ, ຜັກຫົມ, ໝາກຖົ່ວ, ຜັກບົ່ວ, ຜັກຫອມ ແລະ ອື່ນໆ ໄວ້ບໍລີໂພກພາຍໃນຄອບຄົວຢ່າງພຽງພໍ ເພື່ອໃຫ້ສະມາຊິກໃນຄອບຄົວ ໄດ້ກິນນອາຫານຄົບໝວດໝູ່ ຖືກຫຼັກໂພຊະນາການ ເຮັດໃຫ້ມີສຸຂະພາບແຂງແຮງ.