ການສົ່ງເສີມໂພຊະນາການ ຢູ່ບ້ານນາທອງ, ເມືອງຄໍາ

Posting Date: 
12 Sep 2023

ການສົ່ງເສີມໂພຊະນາການ ຢູ່ບ້ານນາທອງ, ເມືອງຄໍາ 

ໂດຍ: ນາງ ທິບພາວອນ ສີສະໝັກ, ໂພຊະນາການ ຂັ້ນບ້ານ, ທລຍ ເມືອງຄຳ

ໃນຕອນເຊົ້າຂອງວັນທີ 8 ສິງຫາ 2023 ທີ່ຜ່ານມາກຸ່ມໂພຊະນາການ ບ້ານນາທອງ, ເມືອງຄໍາ, ແຂວງຊຽງຂວາງ  ໄດ້ຈັດກອງປະຊຸມໃຫ້ຄວາມຮູ້ທາງດ້ານໂພຊະນາການ ພ້ອມກັບສາທິດການປຸງແຕ່ງອາຫານເສີມໃຫ້ແກ່ແມ່ ແລະ ເດັກ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ ໃນນັ້ນ ມີແມ່ຍິງຖືພາ 5 ຄົນແມ່ລູກອ່ອນ 4 ຄົນເດັກອາຍຸ 0-5 ເດືອນ 4 ຄົນເດັກອາຍຸ 6-23 ເດືອນ 15 ຄົນ, ແມ່ ຫຼື ຜູ້ດູແລເດັກ 15 ຄົນ ແລະ ບັນດາຂະແໜງການຂັ້ນເມືອງ 7 ຄົນ.

ການຈັດກອງປະຊຸມໂພຊະນາການໃນຄັ້ງນີ້ ໄດ້ຕົ້ມເຂົ້າປຽກຕາມສູດທີ 4 ໂດຍສ່ວນປະກອບຫຼັກມີ ໝາກອຶ, ຖົ່ວຂຽວ, ຜົງປາ, ນ້ຳມັນພືດ, ເຂົ້າປຽກເຂົ້າໃສ່ນົມແບ້ ແລະ ຈືນໄຂ່ໃສ່ນົມແບ້. ການປະສົມນົມແບ້ໃສ່ອາຫານ ຈະເພີ້ມຄຸນຄ່າທາງໂພຊະນາການ ເປັນຕົ້ນແມ່ນ ໂປຼຕີນ, ແຄຼວຊຽມ, ໄຂມັນ, ວິຕາມີນ ແລະ ແຮທາດຕ່າງໆ ຊຶ່ງຈະຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ຈະເລີນເຕີບໂຕໄດ້ດີ.

 

ການສາທິດປຸງແຕ່ງອາຫານເສີມໃຫ້ແມ່ ແລະ ເດັກ ແມ່ນໄດ້ຈັດຕັ້ງປະຕິບັດ 1 ຄັ້ງ ຕໍ່ອາທິດ ຢູ່ບັນດາບ້ານເປົ້າໝາຍຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ເພື່ອຊ່ວຍເຮັດໃຫ້ເດັກນ້ອຍ ມີສຸຂະພາບທີ່ແຂງແຮງໄດ້ຮັບທາດອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ແລະ ເປັນການສາທິດວິທີການເຮັດອາຫານເສີມສູດຕ່າງໆ ເພື່ອໃຫ້ຜູ້ເປັນແມ່ ນຳໄປແຕ່ງອາຫານໃຫ້ລູກກິນເປັນປົກກະຕິ ໃນຊີວິດປະຈຳວັນ.