ສະມາຊິກ ກຊກ ບ້ານຫາດງາໃຕ້ ເອົາໃຈໃສ່ສັກຢາກັນພະຍາດສັດລ້ຽງ

Posting Date: 
07 Dec 2023

ສະມາຊິກ ກຊກ ບ້ານຫາດງາໃຕ້ ເອົາໃຈໃສ່ສັກຢາກັນພະຍາດສັດລ້ຽງ

 

ໂດຍ: ທ. ສົມຈັນ ໄຊຈຸມພອນປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງສໍາພັນ, ແຂວງຜົ້ງສາລີ

 

ພະຍາດອະຫິວາສັດປີກ, ອະຫິວາໝູ, ປາກເປື່ອຍລົງເລັບແບ້ ແລະ ເຕົ້າໂຮມເລືອດງົວ, ຄວາຍ ເປັນອຸປະສັກ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ. ດັ່ງນັ້ນ, ໃນວັນທີ 23 ພະຈິກ 2023, ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຢູ່ບ້ານຫາດງາໃຕ້, ເມືອງສໍາພັນແຂວງຜົ້ງສາລີ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການກອງທຶນຫຼຸດຜ່ອນຄວາມທູກຍາກ (ທລຍ) ໄດ້ເຕົ້າໂຮມສະມາຊິກຜູ້ລ້ຽງສັດປີກ, ໝູ, ແບ້, ງົວ, ແລະ ຄວາຍ ທີ່ເປັນເພດຍິງ ທັງໝົດ 50 ຄອບຄົວ ເຂົ້າຮັບຟັງການເຜີຍແຜ່ຜົນຮ້າຍຂອງພະຍາດອະຫິວາສັດປີກ, ອະຫິວາໝູ, ປາກເປື່ອຍລົງເລັບແບ້ ແລະ ເຕົ້າໂຮມເລືອດງົວ, ຄວາຍ ແລະ ການປ້ອງກັນການຕາຍຂອງສັດເຫຼົ່ານັ້ນ. ພ້ອມດຽວກັນນັ້ນ, ກໍໄດ້ຮຽນຮູ້ວິທີການສັກວັກຊີນ ເຊັ່ນ: ຕໍາແໜ່ງການສັກຢາວັກຊິນ, ປະລິມານວັກຊິນທີ່ໃຊ້, ວິທີການເກັບຮັກສາຢາວັກຊິນ ແລະ ໄດ້ສັກວັກຊິນປ້ອງກັນອະຫິວາສັດປີກ, ອະຫິວາໝູ, ປາກເປື່ອຍລົງເລັບແບ້ ແລະ ເຕົ້າໂຮມເລືອດງົວ, ຄວາຍ. ​ຈຳ​ນວນ​ສັດ​ທີ່​ໄດ້​ສັກ​ວັກ​ຊີນ ​ມີຄື: ສັດປີກ 325 ໂຕ, ໝູ 70 ໂຕ, ແບ້ 2 ໂຕ, ງວົ 34ໂຕ ແລະ  ຄວາຍ 22 ໂຕ.

 

ນອກຈາກກິດຈະກຳສ້າງລາຍຮັບຈາກການລ້ຽງສັດແລ້ວ, ສະມາຊິກ ກຊກ ບ້ານຫາດງາໃຕ້ ຍັງໄດ້ຝາກເງິນປະຈໍາເດືອນ ຢ່າງເປັນປົກກະຕິ ກັບກອງທຶນ ກຊກ ບ້ານ, ຊຶ່ງກອງທຶນ ກຊກ ໄດ້ຖືກສ້າງຕັ້ງຂຶ້ນມາແຕ່ເດືອນ ຕຸລາ ປີ 2022. ປັດຈຸບັນ ບ້ານຫາດງາໃຕ້ ປະກອບມີ ກຊກ 4 ກຸ່ມ ແລະ ມີສະມາຊິກ ກຊກ ທັງໝົດ 50 ຄົນ, ຍິງ 48 ຄົນ; ມີຄະນະກຳມະການບໍລິຫານກອງທຶນ ກຊກ ບ້ານ ຫຼື ເອີ້ນຫຍໍ້ວ່າ ຄບກ ຈຳນວນ 6 ທ່ານ ເປັນຜູ້ຄຸ້ມຄອງການເງິນ, ບັນຊີກອງທຶນ. ມາຮອດເດືອນ ພະຈິກ ປີ 2023 ກອງທຶນ ກຊກ ບ້ານຫາດງາໃຕ້ ມີເງິນຝາກທັງໝົດ 6,905,000 ກີບ (ມູນຄ່າເງິນຝາກຂອງສະມາຊິກ ຕໍ່າສຸດ 5,000 ແລະ ສູງສຸດ 80,000 ກີບ/ຄົນ).