​​​ໂຄງການ​ກໍ່ສ້າງ​​ລະບົບ​ນໍ້າ​ລີ​ນບ້ານ​ປຸ່ງ​​ແມ່ນ​ມີ​ຄວາມ​ເປັນໄ​ປ​ໄດ້​ສູງ

Posting Date: 
23 Jul 2013

 ​​​ໂຄງການກໍ່ສ້າງ​ລະບົບນໍ້າລີນບ້ານປຸ່ງ​ແມ່ນ​ມີ​ຄວາມ​ເປັນ​ປ​ໄດ້​ສູງ

                                                

​ໂດຍ: ຕົ່ງ​ເຊັ້ງ​ວື່

ບ້ານປຸ່ງຢູ່ຫ່າງຈາກຕົວເມືອງໜອງແຮດ 105 ກິ​ໂລ​ແມັດ  ​ແມ່ນໜຶ່ງໃນຈໍານວນບ້ານທີ່ທຸກຍາກທີ່ສຸດ​​ໃນກຸ່ມບ້ານໂພ ເປັນບ້ານປະສົມ ມີເຜົ່າລາວລຸ່ມແລະເຜົ່າມົ້ງເຊິ່ງມີຈໍານວນພົນລະເມືອງທັງໝົດ 377 ຄົນ,​ໃນນັ້ນມີຍິງ 159 ຄົນ,​ເດັກນ້ອຍທີ່ມີອາຍຸຕໍ່າກ່ວາ 15 ປີ ມີ 150​ ຄົນ ໃນນັ້ນມີຍິງ 76 ຄົນ.

            ໂດຍອີງຕາມກອງປະຊຸມວາງແຜນພັດທະນາກຸ່ມບ້ານຄັ້ງວັນທີ່ 8 ​ເດືອນຕຸລາ 2012 ທີ່ເຫັນວ່າບ້ານປຸ່ງແມ່ນບ້ານທີ່ຂາດເຂີນນໍ້າໃຊ້ທີ່ສຸດມີຄວາມຈໍາເປັນກວ່າບັານອື່ນທັງໝົດ, ດັ່ງນັ້ນກອງປະຊຸມວາງແຜນພັດທະນາໄລຍະ 5 ປີຂອງກຸ່ມບ້ານ

ໂພຈື່ງໄດ້ຈັດເປັນບູລິມະສິດຢູ່ໃນປີທີ່ 3 ຂອງແຜນພັດທະນາກຸ່ມບ້ານຊຶ່ງເປັນກິດຈະກໍາກໍ່ສ້າງໃນຮອບວຽນທີ່ 11 ສົກປີ 2013-2014 ​ເພາະສະນັ້ນເພື່ອຕອບສະໜອງຕາມຄວາມຈໍາເປັນຂອງປະຊາຊົນຊາວບ້ານປຸ່ງນັ້ນ ​ໃນວັນທີ່ 16-17 ກໍລະກົດ 2013 ທາງວິຊາການຂອງ ທລຍ,ວິຊາການຂອງຫ້ອງການສາທາລະນະ​ສຸກເມືອງແລະ ຕາງໜ້າຫ້ອງການພັດທະນາຊົນນະບົດເມືອງ ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ບ້ານ​ດັ່ງກ່າວ ​ໄດ້​ລົງມືສໍາຫຼວດເບິ່ງຄວາມເປັນໄປໄດ້ໃຫ້ແກ່ບ້ານດັ່ງກ່າວ​ ​ໃນນັ້ນມີຜູ້ເຂົ້າຮ່ວມທັງໝົດ 40 ຄົນ, ຍິ 15 ຄົນ.

ຜ່ານການສໍາຫຼວດຕົວຈິງມີຄວາມຍາວທັງໝົດ 4,720 ​ແມັດ ຄາດວ່າຈະໄດ້ໃຫ້ຢ່າງນ້ອຍ 5 ກອັກຕາມຄວາມເໝາະສົມ ​ແລະ ຈະ​​ໃຫ້​ໄດ້​ລົງມື​ກໍ່ສ້າງ​ໃນ​ໄວໆ​ນີ້ ສ່ວນ​ທາງ​ຊຸມ​ຊົນ​ແມ່ນ​ມີ​ຄວາມ​ພ້ອມ​ໃນ​ການ​ປະກອບສ່ວນ​ແຮງ​ງານ ​ແລະ ວັດຖຸ​ທ້ອງ​ຖິ່ນ​ທີ່​ຫາ​ໄດ້.