ທລຍ ທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານ
ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກ ໂດຍການເປັນປະທານຂອງທ່ານ ປະສອນໄຊ ອິນສີຊຽງໃໝ່, ວ່າການຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງທ່ານ ຮອງຜູ້ອໍານວຍການ, ບັນດາຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ ແລະ ອ້າຍເອື້ອຍນອງພະນັກງານ ທລຍ ຂັ້ນສູນກາງ ກວ່າ 30 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການທົບທວນຄືນບັນດາໜ້າວຽກກິດຈະກໍາຕ່າງໆຂອງແຕ່ລະຂະແໜງການ ແລະ ໜ່ວຍງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພ້ອມທັງວາງແຜນວຽກໃນຕໍ່ໜ້າ.
ກອງປະຊຸມໄດ້ມີການລາຍງານບັນດາໜ້າວຽກຂອງແຕ່ລະຂະແໜງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາຢ່າງກົງໄປກົງມາ, ແລກປ່ຽນບົດຮຽນບັນຫາທີ່ພົບພໍ້ ແລະ ຊອກຫາວິທີແກ້ໄຂໃຫ້ເປັນຮູບປະທໍາ. ນອກນັ້ນ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ມາດຕາການໃນການປ້ອງກັນ, ຄວບຄຸມ ໃນການລະບາດພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດ ວາງອອກຢ່າງເຄັ່ງຄັດ.