ສໍາເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ເມືອງຫົວເມືອງ

Posting Date: 
15 Sep 2021

ສໍາເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ເມືອງຫົວເມືອງ

ໂດຍ: ເພັດສະໄໜ ເພັດສີງທອງ

ໃນວັນທີ 3 ກັນຍາ 2021 ຜ່ານມາ ຫ້ອງການກະສິກຳແລະປ່າໄມ້ເມືອງຫົວເມືອງ ສົມທົບກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງຫົວເມືອງໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງຂຶ້ນ ທີ່ຫ້ອງປະຊຸມສະໂມສອນເມືອງ ໂດຍໃຫ້ກຽດເປັນປະທານຂອງທ່ານ ອອ່ນພັນ ທອງທິດາ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງ ເມືອງຫົວເມືອງ, ມີບັນດາແຂກຖືກເຊີນຈາກຫ້ອງການທິກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າຈາກໂຄງການພັດທະນາຕ່າງໆພາຍໃນເມືອງ, ທີມງານ ທລຍ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ນາຍບ້ານໆ ເປົ້າໝາຍ 27 ບ້ານພ້ອມດ້ວຍ ຕົວແທນບ້ານເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 31 ທ່ານ, ຊົນເຜົ່າ 42 ຄົນໃນນັ້ນ ມາຈາກຫ້ອງການອ້ອມຂ້າງເມືອງ20ທ່ານ,ຍິງ4ທ່ານ,ທລຍ ເມືອງ4 ທ່ານ,ຍິງ1 ທ່ານແລະຂັ້ນບ້ານ10ທ່ານ,ຍິງ 5ທ່ານແລະຕົວແທນຂອງບ້ານບ້ານ46 ທ່ານ,ຍີງ  26ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາຂັ້ນບ້ານ ໃນບ້ານເປົ້າໝາຍຂອງ ທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ. ແຜນການພັດທະນາບ້ານນີ້ ຈະເປັນຂໍ້ມູນພື້ນຖານໃຫ້ແກ່ການພັດທະນາເສດທະກິດ-ສັງຄົມ ຂອງເມືອງ; ພ້ອມກັນນັ້ນ, ເພື່ອຄັດເລືອກເອົາກິດຈະກຳດ້ານໂຄງລ່າງພື້ນຖານ ຂະໜາດນ້ອຍທີ່ຈະສະໜັບສະໜູນ ຈາກໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະທຶນເພີ້ມທຶນ ແລະ ເພື່ອຮັບປະກັນໃຫ້ມີການປະສານສົມທົບ ເປັນເອກະພາບ ແລະ ໄປໃນລວງດຽວກັນ ຕາມຈຸດສຸມພັດທະນາຊົນນະບົດ ແລະ ຖືກຕາມທິດ ຂອງວາລະແຫ່ງຊາດ ທີ່ລັດຖະບານວາງອອກ.

ໃນກອງປະຊຸມ ໄດ້ເປີດໂອກາດໃຫ້ບັນດາຜູ້ຕາງໝ້າຈາກພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ໂຄງການພັດທະນາຕ່າງໆ ພາຍໃນເມືອງ, ຕົວແທນທີ່ມາຈາກບ້ານເປົ້າໝາຍ ໄດ້ຂຶ້ນນຳສະເໝີບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານໃນໄລຍະ 5 ປີ (2020-2024) ເຊິ່ງລວມທັງໝົດ 145ບຸລິມະສິດ,ໃນນັ້ນ ຂະແໜງການກະສິກໍາກວມເອົາ 37ກິດຈະກໍາ ຫຼືເທົ່າກັບ 25.5%, ຂະແໜງການສຶກສາທິການ ແລະ ກິລາ 9ກິດຈະກຳ ເທົ່າກັບ 6.2%, ຂະແໜງສາທາລະນະສຸກ ແລະ ນໍ້າສະອາດກວມເອົາ 22 ກິດຈະກຳ ເທົ່າກັບ 15.1%, ຂະແໜງໂຍທາທິການ ແລະ ຂົນສົ່ງ 42ກິດຈະກຳ ເທົ່າກັບ 28.9% ແລະ ອື່ນໆ 25 ກິດຈະກໍາ ເທົ່າກັບ 17.2%. ກອງປະຊຸມໄດ້ປຶກສາຫາລື ກຳນົດ ແລະຮັບຮອງເອົາບັນດາກິດຈະກຳໂຄງການຍ່ອຍດ້ານພື້ນຖານໂຄງລ່າງທັງໜົດ 42 ໂຄງການ ທີ່ຈະໄດ້ຈັດຕັ້ງປະຕິບັດຢູ່ 23ບ້ານເປົ້າໝາຍຂອງໂຄງການ ດັ່ງນີ້:

 

1)    

ບ້ານເມືອງເປີນມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ກໍສ້າງຂົວນໍ້າລົ້ນ,  ສໍາຮອງ 1 ໂຄງການ: ກໍ່ສ້າງ

ຝາຍນໍ້າລົ້ນ.

2)   

ບ້ານຄ້ອງມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ກໍ່ສ້າງຂົວອູ,  ສຳຮອງ 1 ໂຄງການ: ຊົນລະປະທານ + ຄອງເໜືອງ.

3)   

ບ້ານນໍ້າປ້ອງມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ສ້ອມແປງທາງ, ສຳຮອງ 1 ໂຄງການ: ກໍ່ສ້າງ

ຊົນລະປະທານ.

4)   

ບ້ານຫົວຊຽງມີ 1 ໂຄງການ:  ສ້ອມແປງທາງໄປເຂດທຳການຜຜະລິດ.

5)   

ບ້ານຫ້ວຍມູ້ນມີ 2 ໂຄງການ:   ຮັບຮອງ 1 ໂຄງການ: ກໍ່ສ້າງນໍ້າລີນ,  ສໍາຮອງ  1 ໂຄງການ: ທໍ່ສົງນໍ້າໃສນາ

6)   

ບ້ານກໍຮີ້ງມີ 2 ໂຄງການ:   ຮັບຮອງ 1  ໂຄງການ: ບຸກເບີກເນື້ອທີນາ,  ສຳຮອງ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ

7)   

ບ້ານກາງມີ 2 ໂຄງການ:  ຮັບຮອງ 1 ໂຄງການ:  ເສີມຫົວງານນໍ້າລີນ ໂຄງການ, ສຳຮອງ 1 ໂຄງການ: ຮົ້ວເຂດລ້ຽງສັດ.

8)   

ບ້ານໂຮງອ້ອຍມີ 2 ໂຄງການ:  ຮັບຮອງ 1  ໂຄງການ: ກໍ່ສ້າງຂົວ,  ສໍາຮອງ 1 ໂຄງການ: ຮົ້ວເຂດລ້ຽງສັດ.

9)   

ບ້ານປ່າແປກມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ກໍ່ສ້າງຂົວ,  ສຳຮອງ 1 ໂຄງການ: ສ້ອມແປງທາງເຂົ້າບ້ານ,.

10) 

ບ້ານນາສາມມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ສ້ອມແປງທາງເຂົ້າບ້ານ, ສຳຮອງ 1 ໂຄງການ: ຂົວນໍ້າລົ້ນ

11)  

ບ້ານແວກມີ 1 ໂຄງການ:  ສ້ອມແປງທາງໄປເຂດທຳການຜະລິດ

12) 

ບ້ານຮົມກອງມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ທໍ່ລອດທາງ, ສໍາຮອງ 1 ໂຄງການ: ເສີມນໍ້າລີນ

13) 

ບ້ານຫ້ວຍໄຄ້ມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ຮົ້ວເຂດລ້ຽງສັດ, ສໍາຮອງ 1 ໂຄງການ: ສ້ອມແປງທາງເຂົ້າບ້ານ

14) 

ບ້ານລ້ອງອັ່ງມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ, ສໍາຮອງ 1 ໂຄງການ: ສ້ອມແປງນໍ້າລີນ

15) 

ບ້ານໂຮມພັນມີ 2 ໂຄງກາ:  ຮັບຮອງ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ,  ສຳຮອງ 1 ໂຄງການ: ຮົ້ວເຂດລ້ຽງສັດ

16) 

ບ້ານໂຮມທອງມີ 1 ໂຄງການ:  ກໍ່ສ້າງຂົວນໍ້າລົ້ນ

17) 

ບ້ານສົບລາບມີ 1 ໂຄງການ:  ກໍ່ສ້າງຂົວອູ

18) 

ບ້ານພຽງດີມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ຮົ້ວເຂດລ້ຽງສັດ,  ສຳຮອງ 1 ໂຄງການ: ກໍ່ສ້າງຂົວອູ

19) 

ບ້ານສົ້ນຂົວມີ: 2 ໂຄງການ:  ຮັບຮອງ 1 ໂຄງການ: ຮົ້ວເຂດລ້ຽງສັດ, ສຳຮອງ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ

20)

ບ້ານບໍ່ມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ກໍ່ສ້າງນໍ້າລີນ

21) 

ບ້ານປ່າຈ້າມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ກໍ່ສ້າງນໍ້າລີນ,  ສໍາຮອງ  1 ໂຄງການ: ຮົ້ວເຂດລ້ຽງສັດ.

22)

ບ້ານສະລອງມີ 2 ໂຄງການ:  ຮັບຮອງ 1 ໂຄງການ: ສ້ອມແປງທາງເຂົ້າບ້ານ,  ສຳຮອງ  1 ໂຄງການ: ກໍ່ສ້າງຂົວນໍ້າລົ້ນ.

23)

ບ້ານໂຮມຊາຍມີ 2 ໂຄງການ: ຮັບຮອງ 1 ໂຄງການ: ກໍ່ສ້າງນໍ້າລີນ, ສຳຮອງ  1 ໂຄງການ: ກໍ່ສ້າງຂົວນໍ້າລົ້ນ

 

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ມີຄຳຄິດຄຳເຫັນໂອ້ລົມ ແລະ ແນະນຳ ບັນດາຫ້ອງການທີ່

ກ່ຽວຂ້ອງຂັ້ນເມືອງ ແລະ ຕ່າງໜ້າບ້ານເປົ້າໜາຍ ໂຄງການ ດັ່ງນີ້:

1.    

ສະເໜີໃຫ້ຜູ້ຕາງໜ້າຫ້ອງການ ນຳເອົາຈິດໃຈເນື້ອໃນ ຂອງກອງປະຊຸມໃນມື້ນີ້ໄປເຜີຍແຜ່ຕໍ່ສະມາຊິກພາຍໃນຫ້ອງການຂອງຕົນຢ່າງເລິກເຊິ່ງເພື່ອກະກຽມຄວາມພ້ອມໃນຈັດຕັ້ງປະຕິບັດໃຫ້ປະສົມກົມກ່ຽວກັນ.

2.   

ໃນຂັ້ນຕໍ່ໄປພວກເຮົາຈະໄດ້ສົມທົບກັບວິຊາການຫ້ອງການທີ່ກ່ຽວຂ້ອງກະກຽມລົງສຳຫຼວດເພື່ອຄິດໄລ່ອອກ-ແບບໂຄງການຍ່ອຍ.

3.   

ເວລາຈັດຕັ້ງປະຕິບັດ ຕ້ອງປະຕິບັດຫລັກການລວມສູນ ປະຊາທິປະໄຕ ນຳພາເປັນໜູ່ຄະນະ ແບ່ງຄວາມຮັບຜິດຊອບເຊີ່ງກັນ ແລະ ກັນ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ປະຕິບັດຫລັກການຊຸກຍູ້, ຕິດຕາມ, ສະຫຼູບຖອດຖອນບົດຮຽນເປັນແຕ່ລະໄລຍະ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນເປັນປົກກະຕິເພື່ອຊ່ວຍໃນການແກ້ໄຂຢ່າງທັນສະພາບການ.

 

ຄຽງຄູ່ກັນນັ້ນທ່ານປະທານກອງປະຊຸມໄດ້ເນັ້ນຕື່ມວ່າ: ຈະຕ້ອງໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂສະພາບຫຍໍ້ທໍ້ໃຫ້ໄດ້ດີ, ສ້າງບ້ານຂອງຕົນໃຫ້ມີຄວາມສະຫງົບ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເພື່ອເປັນກ້ອນກຳລັງຍູ້ດັນໃຫ້ແກ່ຂະບວນການພັດທະນາເມືອງ, ບ້ານໃຫ້ນັບມື້ນັບດີຂື້ນ, ໂດຍສະເພາະກໍ່ແມ່ນການໃຊ້ຄວາມພະຍາຍາມເຮັດໃຫ້ບັນດາໂຄງການທີ່ພວກເຮົາເລືອກມານີ້ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີຜົນສຳເລັດ, ເອົາໃຈໃສ່ຊຸກຍູ້ການປົກປັກຮັກສາ ແລະ ຄູ້ມຄອງບັນດາໂຄງການທີ່ກໍ່ສ້າງສໍາເລັດແລ້ວທັງປ່າສະຫງວນ ແລະ ວັງສະຫງວນທີ່ພວກເຮົາໄດ້ຈັດຕັ້ງປະຕິບັດຂຶ້ນມານັ້ນໃຫ້ເກີດຜົນປະໂຫຍດສູງສຸດ,ຊີ້ນຳຊຸກຍູ້ປະຊາຊົນດຳເນີນການປູກພືດໃຫ້ເປັນຂະບວນການ ແລະ ກາຍເປັນການຜະລິດສີນຄ້າເພື່ອສ້າງລາຍຮັບໃຫ້ແກ່ຊຸມຊົນ ແລະ ຄອບຄົວ.