24 ບ້ານເປົ້າໝາຍຂອງ ທລຍ ເມືອງໃໝ່ ໄດ້ຮັບຕົ້ນທຶນໝູນວຽນ 1 ຕື້ກວ່າກີບ

Posting Date: 
06 Oct 2021

24 ບ້ານເປົ້າໝາຍຂອງ ທລຍ ເມືອງໃໝ່ ໄດ້ຮັບຕົ້ນທຶນໝູນວຽນ 1 ຕື້ກວ່າກີບ

 

ໂດຍ: ສັນຕິ ລໍວົງເດືອນຫົວໜ້າ ທລຍ ເມືອງໃໝ່

 

ໃນລະຫວ່າງທ້າຍເດືອນສີງຫາ - ກາງເດືອນກັນຍາ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໃໝ່, ແຂວງຜົ້ງສາລີ ໄດ້ຈັດພິທີມອບຮັບເງິນຕົ້ນທຶນໝູນວຽນ ຈໍານວນທັງໝົດ 1,105,104,000 ກີບ ໃຫ້ແກ່ບ້ານເປົ້າໝາຍ ຈຳນວນ 24 ບ້ານ ຊຶ່ງໃຫ້ກຽດເຂົ້າຮ່ວມມອບທຶນໝູນວຽນໃຫ້ແຕ່ລະບ້ານໂດຍ ທ່ານ ໄນເພັດ ບຸບຜາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ຜູ້ປະສານງານ ທລຍ ແຂວງຜົ້ງສາລີ, ທ່ານ ຄຳເລີດ ອີ່ນແກ້ວ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານ ທລຍ ຂັ້ນເມືອງ, ຜູ້ຕາງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທີມງານ ທລຍ ເມືອງ, ອົງການປົກຄອງບ້ານ ແລະ ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂ້ຄວາມທຸກຍາກ (ກຊກ) ແຕ່ລະບ້ານ ເຂົ້າຮ່ວມທັງໝົດ 1.035 ຄົນ, ຍິງ 832 ຄົນ.ການມອບເງິນຕົ້ນທຶນໝູນວຽນ ໃຫ້ແຕ່ບ້ານໃນເທື່ອນີ້ ແມ່ນເພື່ອນໍາໃຊ້ເປັນທຶນໝູນວຽນໃຫ້ແກ່ສະມາຊິກ ກຊກ ນຳໃຊ້ເຂົ້າໃນກິດຈະກຳການປູກພືດ, ການລ້ຽງສັດນ້ອຍ ແລະ ຫັດຖະກຳ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.