6 ບ້ານເປົ້າໝາຍ ທລຍ ເມືອງຂວາ ໄດ້ຮັບເງິນຕົ້ນທຶນໝູນວຽນ 344 ລ້ານກວ່າກີບ

Posting Date: 
08 Oct 2021

6 ບ້ານເປົ້າໝາຍ ທລຍ ເມືອງຂວາ ໄດ້ຮັບເງິນຕົ້ນທຶນໝູນວຽນ 344 ລ້ານກວ່າກີບ

 

ໂດຍ: ປານີ ພິລາຜົນ, ໂພຊະນາການ ເມືອງຂວາ

                                                                      

ໃນລະຫວ່າງວັນທີ 8-16 ເດືອນ ກັນຍາ 2021 ຜ່ານມາ ຄະນະນໍາຂັ້ນແຂວງຜົ້ງສາລີ ຕາງໜ້າໂດຍ ທ່ານ ໄນເພັດ ບຸບຜາ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຜົ້ງສາລີ, ຜູ້ປະສານງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງຜົ້ງສາລີ, ທ່ານ ຖາວອນ ໄຊຍະບຸດ, ຜູ້ຊ່ວຍຜູ້ປະສານງານ ທລຍ ແຂວງ ພ້ອມດ້ວຍທີມງານ ທລຍ ຂັ້ນເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານໄດ້ຈັດພິທີມອບຮັບເງິນຕົ້ນທຶນໝູນວຽນຈໍານວນເງິນທັງໝົດ 344.448.000 ກີບ ໃຫ້ແກ່ຄະນະບໍລິຫານກຸ່ມຊ່ວຍເຫລື່ອກັນແກ້ໄຂ້ຄວາມທຸກຍາກ (ກຊກ) ແລະ ຄະນະບໍລິຫານກອງທຶນບ້ານ (ຄບກ) ຢູ່ 6 ບ້ານເປົ້າໝາຍ ພາຍໃນເມືອງຂວາຄື: ບ້ານສົບອັດ, ບ້ານແສນລາດ, ບ້ານຫ້ວຍກູດ, ບ້ານມົກແພກ, ບ້ານກຸງລິດ ແລະ ບ້ານນ້ໍາບອນໃຕ້ ຊຶ່ງປະກອບມີທັງໝົດ 22 ກຸ່ມ, ມີຜູ້ເຂົ້າຮ່ວມພິທິມອບຮັບທຶນທັງໝົດ 317 ຄົນ, ຍິງ 300 ຄົນ, ຊົນເຜົ່າ 300 ຊົນເຜົ່າ.

ເງິນຕົ້ນທຶນໝູນທີ່ມອບຮັບນີ້ ແມ່ນເພື່ອເປັນຕົ້ນທຶນໃຫ້ແກ່ສະມາຊິກກຸ່ມ ກຊກ ໃນ 6 ບ້ານເປົ້າໝາຍດັ່ງກ່າວ ນໍາໃຊ້ເຂົ້າໃນກິດຈະກຳສ້າງລາຍຮັບຂອງຄອບຄົວ ເປັນຕົ້ນແມ່ນການປູກພືດ, ການລ້ຽງສັດນ້ອຍ ແລະ ຫັດຖະກໍາ ເພື່ອຊ່ວຍໃຫ້ຄອບຄົວຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ເງິນຕົ້ນທຶນທັງໝົດນີ້ແມ່ນມອບໃຫ້ຄະນະບໍລິຫານກອງທຶນບ້ານເປັນຜູ້ບໍລິຫານຄຸ້ມຄອງດ້ວຍຕົນເອງ ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າຂອງຊຸມຊົນໃນການນໍາໃຊ້ທຶນໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ລະບຽບການ ພ້ອມຮັບປະກັນຄວາມໂປງໃສຮ່ວມກັນຂອງຊຸມຊົນພາຍໃນບ້ານ.