ເມືອງໃໝ່ ກັບການສົ່ງເສີມວຽກງານໂພຊະນາການ

Posting Date: 
23 Oct 2021

 

ເມືອງໃໝ່ ກັບການສົ່ງເສີມວຽກງານໂພຊະນາການ

ໂດຍ: ແສງຄໍາ ດໍລໍຄໍາ, ໂພຊະນາການ ທລຍ ເມືອງໃໝ່

ໃນເດືອນກັນຍາ 2021, ພະນັກງານໂພຊະນາການຂັ້ນບ້ານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈຳເມືອງໃໝ່, ແຂວງຜົ້ງສາລີ ໂດຍຮ່ວມກັບຫ້ອງການສາທາລະນະສຸກເມືອງ ໄດ້ລົງຊຸກຍູ້ກຸ່ມໂພຊະນາການຂັ້ນບ້ານ ຢູ່ 27 ບ້ານເປົ້າໝາຍ ໂດຍການຈັດກອງປະຊຸມ ແລະ ສາທິດການແຕ່ງກິນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 3.805 ເທື່ອຄົນ ໃນນັ້ນ ແມ່ຖືພາ 417 ເທື່ອຄົນ, ແມ່ລູກອ່ອນ 222 ເທື່ອຄົນ, ເດັກອາຍຸ 6-23 ເດືອນ 839 ເທື່ອຄົນ, ແມ່ຜູ້ດູແລເດັກ 845 ເທື່ອຄົນ, ພິເສດແມ່ນຊົນເຜົ່າກໍ່ 1.567 ເທື່ອຄົນ, ເຜົ່າບິດ 154 ເທື່ອຄົນ, ເຜົ່າກຶມມຸ 236 ເທື່ອຄົນ. ໃນການເຂົ້າຮ່ວມກອງປະຊຸມ ໃນການລົງຊຸກຍູ້ສົ່ງເສີມໃຫ້ຄວາມຮູ້ກ່ຽວກັບອາຫານ ແລະ ໂພຊະນາການ ໃນຊຸດນີ້ ສະມາຊິກກຸ່ມໂພຊະນາການ ໄດ້ຮັບການແນະນໍາ ແລະ ເບີ່ງວິດີໂອ ກ່ຽວກັບ ໝວດອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງອາຫານໃນແຕ່ລະໝວດ, ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ໃຫ້ເໝາະສົມກັບຄວາມຕ້ອງການ ແລະ ດີຕໍ່ສຸຂະພາບຂອງແມ່ຍິງຖືພາ, ແມ່ລູກອ່ອນ ແລະ ການຈະເລີນເຕີບໂຕຂອງເດັກ, ແລະ ນອກຈາກນັ້ນ ຍັງໄດ້ກິນອາຫານທີ່ໂພຊະນາການຮ່ວມກັນ ທັງນີ້ກໍເພື່ອປ່ຽນແປງພຶດຕິກຳຂອງເຂົາເຈົ້າໃນການບໍລິໂພກອາຫານທີ່ມີໂພຊະນາການ.