ປ່ອຍກູ້ໃຫ້ສະມາຊິກ ກຊກ 27 ຄົນ ມູນຄ່າ 81 ລ້ານກີບ

Posting Date: 
24 Nov 2021

ປ່ອຍກູ້ໃຫ້ສະມາຊິກກຊກ 27 ຄົນມູນຄ່າ 81 ລ້ານກີບ

ໂດຍ: ແວວ ຄໍາມູນທາ, ຫົວໜ້າທີມ ທລຍ ເມືອງຄໍາ

ບ້ານໃໝ່ກໍຄາຍ  ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມລ້ອງປິວ, ເມືອງຄໍຳ, ແຂວງຊຽງຂວາງ  ຊຶ່ງຕັ້ງຫ່າງຈາກຕົວເມືອງປະມານ 17 ກິໂລແມັດ. ບ້ານດັ່ງກ່າວປະກອບມີ 2 ຄຸ້ມຄື: ຄຸ້ມໜອງໃໝ່ແລະຄຸ້ມກໍຄາຍ, ມີ 2 ຊົນເຜົ່າຄື: ເຜົ່າກຶມມຸແລະເຜົ່າມົ້ງ, ມີທັງໝົດ 206 ຄອບຄົວທີ່ອາໃສໃນ 128 ຫຼັງຄາເຮືອນແລະມີປະຊາກອນທັງໝົດ 834 ຄົນ, ເປັນເພດຍິງ 409 ຄົນ.

ບ້ານໃໝ່ກໍຄາຍໄດ້ເຂົ້່າຮ່ວມກິດຈະກຳຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາແລະປ່າໄມ້ໃນເດືອນກັນຍາປີ 2020 ເປັນຕົ້ນແມ່ນໄດ້ຮັບຟັງການເຜີຍແຜ່ນະໂຍບາຍຂອງທລຍໃນການແກ້ໄຄວາມທຸກຍາກຂອງຄົວເຮືອນແລະການຂາດສານອາຫານໃນເດັກນ້ອຍ. ມາຮອດເດືອນທັນວາປີ 2020, ປະຊາຊົນຜູ້ເປັນກຸ່ມເປົ້າໝາຍແລະອົງການປົກຄອງບ້ານໄດ້ຕັດສິນໃຈສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈໍານວນ 5 ກຸ່ມລວມທັງສ້າງຕັ້ງກອງທຶນກຊກຊຶ່ງປະກອບມີສະມາຊິກກຸ່ມທັງໝົດ 66 ຄົນ, ທັງໝົດນີ້ເປັນເພດຍິງ. ສະມາຊິກກຊກໄດ້ເລີ່ມຝາກເງິນຕັ້ງແຕ່ເດືອນທັນວາ 2020 ເປັນຕົ້ນມາຈົນຮອດເດືອນພະຈິກປີ 2021 ມີເງິນຝາກສະສົມທັງໝົດຈໍານວນ 9.590.000 ກີບ

ຄຽງຄູ່ກັບເງິນຝາກຈາກສະມາຊິກກຊກ, ໃນເດືອນກັນຍາ 2021 ບ້ານໃໝ່ກໍຄາຍຍັງໄດ້ຮັບເງິນຕົ້ນທຶນຈາກທລຍມູນຄ່າ 72.864.000 ກີບເພື່ອນໍາໃຊ້ເປັນເງິນປ່ອຍກູ້ແບບໝູນວຽນສົມທົບກັບເງິນຝາກຂອງສະມາຊິກກຊກ. ນອກຈາກນັ້ນ, ບ້ານໃໝ່ກໍຄາຍຍັງໄດ້ຮັບການຝຶກອົບຮົມເຕັກນິກ-ວິຊາການດ້ານການຜະລິດກະສິກໍາເປັນຕົ້ນແມ່ນການຝຶກອົບຮົມການລ້ຽງແບ້, ຊຶ່ງເປັນເງື່ອນໄຂອັນຈໍາເປັນກ່ອນທີ່ທລຍຈະສະໜອງເງິນຕົ້ນທຶນໃຫ້.

ມາຮອດວັນທີ 12 ພະຈິກ 2021 ຄະນະບໍລິຫານກອງທຶນກຊກບ້ານໃໝ່ກໍຄາຍໄດ້ປ່ອຍເງິນກູ້ມູນຄ່າທັງໝົດ 81.000.000 ກີບໃຫ້ສະມາຊິກ 27 ຄົນເຮັດກິດຈະກຳການລ້ຽງແບ້ຊຶ່ງໄລຍະການກູ້ຢືມແມ່ນ12 ເດືອນແລະອັດຕາດອກເບ້ຍ 1 % ຕໍ່ເດືອນ. ດອກເບ້ຍທີ່ເກັບກູ້ຈາກເງິນກູ້ຢືມນີ້ຈະນໍາໃຊ້ເຂົ້າໃນຫລາຍຈຸດປະສົງ ຄື: ສະສົມເຂົ້າໃສ່ເງິນຕົ້ນທຶນ, ຄັງສໍາຮອງ, ໃຊ້ຈ່າຍບໍລິຫານກອງທຶນ, ສະຫວັດດີການສັງຄົມ, ການພັດທະນາບ້ານ, ແລະ ເງິນປັນຜົນໃຫ້ແກ່ສະມາຊິກແລະຄະນະຄຸ້ມຄອງກອງທຶນກຊກ. ການສະໜອງເງິນກູ້ໃຫ້ແກ່ສະມາຊິກກຊກແມ່ນເນັ້ນໃສ່ກິດຈະກໍາສ້າງລາຍຮັບຂອງຄອບຄົວລວມທັງການຜະລິດສະບຽງອາຫານໂດຍສະເພາະທາດຊີ້ນໃຫ້ກຸ້ມຕົນເອງແລະນໍາພາຄອບຄົວຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.