ການກໍ່ສ້າງປັບປຸງເສັ້ນທາງຊົນນະບົດ 4,5 ກມ ເຂົ້າບ້ານປ່າໄລ໋ ສໍາເລັດແລ້ວ 50%

Posting Date: 
06 Dec 2021

ການກໍ່ສ້າງປັບປຸງເສັ້ນທາງຊົນນະບົດ 4,5 ກມ ເຂົ້າບ້ານປ່າໄລ໋ ສໍາເລັດແລ້ວ 50%

ໂດຍ: ລຳເງິນ ສີປັດໃຈ, ຈັດຊື້-ຈັດຈ້າງ ແຂວງສະຫວັນນະເຂດ

   ບ້ານປ່າໄລ໋, ເມືອງເຊໂປນ, ແຂວງສະຫວັນນະເຂດ ເປັນບ້ານເຜົ່າມັງກອງ, ປະກອບມີ 107ຄອບຄົວ, ພົນລະເມືອງທັງໝົດ 721ຄົນ, ຍິງ 363ຄົນ. ໃນປີ 2021 ບ້ານດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນການໂຄງການປັບປຸງເສັ້ນທາງຊົນນະບົດ 4,5 ກມ ໂດຍທຶນສົມທົບຂອງລັດຖະບານລາວ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ).   ໃນທ້າຍເດືອນພະຈິກ 2021 ຜ່ານມາ, ທ່ານ ວົງສະຫວັນ ວຽງມະນີ, ເຈົ້າເມືອງ ເມືອງເຊໂປນແຂວງສະຫວັນນະເຂດ ພ້ອມດ້ວຍ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເຊໂປນ ໄດ້ລົງຕິດຕາມກວດກາດ້ານເຕັກນິກ ການກໍ່ສ້າງປັບປຸງເສັ້ນທາງຊົນນະບົດ ໄລຍະ 4,5 ກມ ເຂົ້າບ້ານປ່າໄລ໋ ໂດຍໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກໍ່ງສ້າງ ຈາກຜູ້ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ວ່າ: ການກໍ່ສ້າງປັບປຸງເສັ້ນທາງຊົນນະບົດດັ່ງກ່າວ ໄດ້ເລີ່ມການກໍ່ໍສ້າງຕັ້ງແຕ່ວັນທີ 25 ພະຈິກ 2021 ດ້ວຍມີມູນຄ່າການກໍ່ສ້າງທັງໝົດ 237ລ້ານກວ່າກີບໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ຄິດເປັນເງິນ 14 ລ້ານກວ່າກີບ. ການກໍ່ສ້າງປັບປຸງເສັ້ນທາງຊົນນະບົດດັ່ງກ່າວ ໄດ້ມີການປັດເກດໜ້າທາງຄວາມກວ້າງໜ້າທາງ 3,5 ແມັດມີການວາງທໍ່ພີ 60  2 ຈຸດ, ບໍລິມາດດິນຖົມ 350 ແມັດກ້ອນ, ບໍລິມາດດິນຕັດ 1,713 ແມັດກ້ອນ ແລະ ມີການເກດຮ່ອງລະບາຍນໍ້າ 2 ຂ້າງທາງ. ມາເຖິງປະຈຸບັນ ການກໍ່ສ້າງມີຄວາມຄືບໜ້າສຳເລັດແລ້ວ 50% ແລະ ຄາດວ່າຈະໃຫ້ສໍາເລັດຕາມແຜນໃນທ້າຍເດືອນທັນວາ 2021 ນີ້.