ກອງປະຊຸມປະກອບຄໍາເຫັນໃສ່ການນໍາສະເໜີຜົນໄດ້ຮັບຂອງການປະເມີນໂຄງການ ທລຍ 3

Posting Date: 
21 Dec 2021

ກອງປະຊຸມປະກອບຄໍາເຫັນໃສ່ການນໍາສະເໜີຜົນໄດ້ຮັບຂອງການປະເມີນໂຄງການ ທລຍ 3

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານສູ່ມວນຊົນ, ທລຍ ສູນກາງ

 

ໃນວັນທີ 16 ທັນວາ 2021 ຜ່ານມາ, ກອງປະຊຸມປະກອບຄໍາເຫັນໃສ່ການນໍາສະເໜີຜົນໄດ້ຮັບຂອງການປະເມີນຜົນ ຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄດ້ຖືກຈັດຂຶ້ນໃນຮູບແບບອອນລາຍ ໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ແລະ ເປັນປະທານຮ່ວມຂອງທ່ານ ເບັນຈາມິນ ເບີກຣາສ, ຜູ້ຊ່ຽວຊານອາວຸໂສດ້ານການພັດທະນາສັງຄົມ, ຫົວໜ້າຄະນະຊີ້ນໍາ ການຈັດຕັ້ງປະຕິບັດໂຄງການ ທລຍ ປະຈໍາທະນາຄານໂລກ ແລະ ທ່ານ ນາງ ໂອເຣລີ ຣິກເຮຕິ, ຫົວໜ້າແຜນງານດ້ານການປົກຄອງ ແລະ ມີສ່ວນຮ່ວມຂອງປະຊາຊົນ, ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ແລະ ການເຂົ້າຮ່ວມຂອງບັນດາຊ່ຽວຊານຂອງທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ, ບັນດາຫົວໜ້າຂະແໜງການ ແລະ ພະນັກງານຫຼັກແຫຼ່ງ ຂອງ ທລຍ ລວມທັງໝົດ 27 ທ່ານ.

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອຮັບຟັງ ແລະ ປະກອບຄໍາຄິດຄໍາເຫັນໃສ່ບົດການປະເມີນຜົນຂັ້ນສຸດທ້າຍຂອງໂຄງການ ທລຍ 3 ເຊີ່ງໄດ້ຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2017 ເຖີງປີ 2020 ໃນພື້ນທີ່ເປົ້າໝາຍ 10 ແຂວງ (ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫົວພັນ, ຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື), 43 ເມືອງ, 263 ກຸ່ມບ້ານ, 1820 ບ້ານ ແລະ ກວມເອົາປະຊາກອນຫຼາຍກວ່າ 850.000 ຄົນ.ໂຄງການ ທລຍ 3 ມີຈຸດປະສົງເພື່ອປັບປຸງການເຂົ້າເຖິງ ແລະ ການຊົມໃຊ້ພື້ນຖານໂຄງລ່າງຂັ້ນພື້ນຖານ ແລະ ການບໍລິການຕ່າງໆ ຂອງຊຸມຊົນທຸກຍາກໃນເຂດຊົນນະບົດ ໂດຍຜ່ານຂະບວນການມີສ່ວນຮ່ວມຂອງຊຸມຊົນ ແລະ ຮັບປະກັນຄວາມຍືນຍົງ.  

ພາຍຫຼັງທີ່ທ່ານ ປະທານໄດ້ສໍາເລັດກ່າວເປີດກອງປະຊຸມ, ທີມງານຊ່ຽວຊານການປະເມີນ ນໍາພາໂດຍ ທ່ານ ດຣ. ຊິງ ຄູນວັນ ໄດ້ນໍາສະເໜີຜົນໄດ້ຮັບຂອງການປະເມີນຜົນໂຄງການ ທລຍ 3 ເຊິ່ງເຫັນໄດ້ວ່າ ໂຄງການດັ່ງກ່າວ ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍ ທີ່ກໍານົດໄວ້ໃນແຕ່ລະໜ້າວຽກ ໂດຍສະເພາະ ການຈັດຕັ້ງປະຕິບັດ ທີ່ນໍາໃຊ້ວິທີການພັດທະນາໂດຍຊຸມຊົນເປັນເຈົ້າ (CDD) ເຊີ່ງມີຜົນສໍາເລັດສູງ ໃນນັ້ນປະກອບມີ ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ (CFA), ກຸ່ມບົວລະບັດຮັກສາທາງ (RMG), ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (SHG) ລວມທັງການຄຸ້ມຄອງ ແລະ ການນໍາໃຊ້ງົບປະມານຂອງໂຄງການ ແມ່ນຈັດຢູ່ໃນປະເພດດີຫຼາຍ. ນອກນັ້ນ, ບັນດາຊ່ຽວຊານຂອງທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາເຫັນຕໍ່ການນໍາສະເໜີຜົນໄດ້ຮັບຂອງການປະເມີນຜົນໂຄງການ ທລຍ 3 ແລະ ພິເສດແມ່ນໄດ້ຊົມເຊີຍຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ຮູບແບບ ແລະ ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດໂຄງການ ທລຍ 3 ນັ້ນ ຈະເປັນພື້ນຖານສໍາຄັນສໍາລັບ ການເສີມຂະຫຍາຍການຈັດຕັ້ງປະຕິບັດໂຄງການ ທລຍ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ແລະ ການອອກແບບ ວາງແຜນໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນສຸມປີຕໍ່ໜ້າ.

ຂັ້ນຕອນຕໍ່ໄປແມ່ນທິມງານຊ່ຽວຊານປະເມີນຜົນ ຈະປັບປຸງບົດລາຍງານການປະເມີນຜົນໂຄງການ ທລຍ 3 ຕາມຄໍາເຫັນຂອງບັນດາຊ່ຽວຊານຂອງທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ປະເທດສະວິດເຊີແລນ ຕະຫຼອດຮອດບັນດາຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ໂດຍຈະໃຫ້ສໍາເລັດເປັນສະບັບສົມບູນ ໃນເດືອນມັງກອນ ປີ2022 ທີ່ຈະມາເຖິງນີ້.