ການເຮັດສວນຄົວ ເພື່ອສົ່ງເສີມໂພຊະນາການ ແລະ ປ່ຽນແປງພຶດຕິກໍາຂອງຊຸມຊົນ

Posting Date: 
17 Jan 2022

ການເຮັດສວນຄົວ ເພື່ອສົ່ງເສີມໂພຊະນາການ ແລະ ປ່ຽນແປງພຶດຕິກໍາຂອງຊຸມຊົນ

ໂດຍ: ພອນສັກ ພັນທະສິດ, ໂພຊະນາການເມືອງບຸນໃຕ້

ການສົ່ງເສີມການເຮັດສວນຄົວ ແມ່ນເພື່ອຮັບປະກັນໃຫ້ມີອາຫານທີ່ມີໂພຊະນາການຫຼາກຫຼາຍ  ແລະ ເພື່ອປ່ຽນແປງພຶດຕິກໍາຂອງຊຸມຊົນໃນການປຸງແຕ່ງອາຫານທີ່ມີໂພຊະນາການ ແນ່ໃສ່ປັບປຸງສຸຂະພາບຂອງແມ່ ແລະ ເດັກ ໃຫ້ສົມບູນ, ແຂງແຮງ ແລະ ເຕີບໃຫຍ່ຕາມມາດຕະຖານ. ສະນັ້ນ, ໃນລະຫວ່າງວັນທີ 13-16 ມັງກອນ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມການເຮັດສວນຄົວເພື່ອໂພຊະນາການ ໃຫ້ແກ່ຊຸມຊົນ 15 ບ້ານເປົ້າໝາຍ ຂອງ ທລຍ ໂດຍມີຜູ້ເຂົ້າຮ່ວມທັງຫມົດ 45 ຄົນ,ຍິງ 43 ຄົນ ພາຍໃຕ້ການເປັນຄູຝຶກຂອງກຸ່ມບໍລິການດ້ານກະສິກຳ (CLICK) ເຊິ່ງໄດ້ຝຶກພາກທິດສະດີ ແລະ ເຮັດຕົວຈິງໄປພ້ອມໆກັນ. ພາຍຫຼັງການຝຶກອົບຮົມສໍາເລັດແລ້ວ ເຫັນໄດ້ວ່າ ຊຸມຊົນໃນ 15 ບ້ານເປົ້າໝາຍ ມີຄວາມເຂົ້າໃຈຢ່າງເລີກເຊິ່ງຕໍ່ຄຸນປະໂຫຍດທາງດ້ານໂພຊະນາການຂອງພືດແຕ່ລະຊະນິດທີ່ສົ່ງເສີມໂດຍ ທລຍ ລວມທັງການເຮັດຝຸ່ນບົ່ມ ແລະ ການກຳຈັດສັດຕູພືດສວນຄົວ. ໃນຕໍ່ໜ້າ, ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈະນໍາເອົາບົດຮຽນທີ່ໄດ້ຮັບ ໄປຈັດຕັ້ງປະຕິບັດຕົວຈິງ ໂດຍມີເປົ້າໝາຍໃຫ້ໄດ້ຢ່າງໜ້ອຍ 3 ຄອບຄົວຕົວແບບສວນຄົວເພື່ອໂພຊະນາການ ໃນແຕ່ລະບ້ານ.