ມອບເຄື່ອງນຸ່ງຫົ່ມໃຫ້ຄອບຄົວທຸກຍາກ ຢູ່ບ້ານເມືອງເຢືອງ, ເມືອງກວັນ, ແຂວງຫົວພັນ

Posting Date: 
14 Feb 2022

ມອບເຄື່ອງນຸ່ງຫົ່ມໃຫ້ຄອບຄົວທຸກຍາກ ຢູ່ບ້ານເມືອງເຢືອງ, ເມືອງກວັນ, ແຂວງຫົວພັນ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ເພື່ອເປັນການປະກອບສ່ວນຕ້ານໄພໜາວທີ່ກໍາລັງເກີດຂື້ນຢູ່ໃນປະຈຸບັນນີ້ ໃນວັນທີ 9 ກຸມພາ 2022 ຄອບຄົວ ພິລາຈັນ ໄດ້ມອບເຄື່ອງນຸ່ງຫົ່ມເດັກນ້ອຍ ຈໍານວນ 2 ແກັດໃຫຍ່ ແລະ ອຸປະກອນການຮຽນຈໍານວນໜຶ່ງ ຄິດເປັນມູນຄ່າ 2.000.000 ກວ່າກີບ ໃຫ້ 9 ຄອບຄົວທຸກຍາກ ຢູ່ບ້ານເມືອງເຢືອງ, ເມືອງກວນ, ແຂວງຫົວພັນ ໃນຂະນະທີ່ເດີນທາງລົງໄປເຮັດວຽກຢູ່ບ້ານດັ່ງກ່າວ ຊຶ່ງເປັນບ້ານເປົ້າໝາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ຕັ້ງຫ່າງຈາກເມືອງກວັນພຽງ 31 ກິໂລແມັດ ແຕ່ໃຊ້ເວລາໃນການເຂົ້າເຖິງ 3 ຊົ່ວໂມງ ເພາະເປັນເສັ້ນທາງທຸລະກັນດານຍາກໃນການເຂົ້າເຖິງ.

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂໍຂອບໃຈມາຍັງ ຄອບຄົວ ພິລາຈັນ ທີ່ໄດ້ມີນໍ້າໃຈຊ່ວຍອຸປະຖໍາເຄື່ອງນຸ່ງຫົ່ມໃນຄັ້ງນີ້ ແລະ ຖ້າບຸກຄົນ ຫຼື ອົງການໃດ ມີຈຸດປະສົງຢາກມອບເຄື່ອງອຸປະຖໍາຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ດໍາລົງຊິວິດຢູ່ເຂດຫ່າງໄກສອກຫຼີກ ສາມາດພົວພັນຫ້ອງການ ທລຍ ສູນກາງ ເບີໂທ 021261479-80 ຫຼື ຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ ປະຈໍາ ທລຍ ຄື: ທ່ານ ດຣ ນາງ ຄອນທິບ ພວງເພັດ (020 9118 6644), ທ່ານ ຫົງເງິນ ສະເດັດຕັນ (020 5558 7815), ທ່ານ ແສງທະວີ ສີຫາພອນ (020 9800 7888), ທ່ານ ແສງອາລຸນ ພິລາຈັນ (020 55622205), ທ່ານ ດວງເພັດ ອິນທະວົງ (020 2223 2409), ແລະ ທ່ານ ໜູທອງ ສີຫານາມ (020 5670 4441).