ສໍາມະນາ ວຽກງານຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025)

Posting Date: 
08 Mar 2022

 

ສໍາມະນາ ວຽກງານຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025)

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ ທລຍ ສູນກາງ

 

ເພື່ອປະຕິບັດຕາມການຊີ້ນໍາຂອງການນໍາກະຊວງກະສິກໍາ ແລະ ປ່າໄມ້ ໃນວັນທີ 1 ມີນາ 2022 ກົມພັດທະນາຊົນນະບົດ ຮ່ວມກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາ ວຽກຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025) ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາອ້ວນ ຄໍາພູແກ້ວ, ຮັກສາການກົມພັດທະນາຊົນນະບົດ ແລະ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຂອງສອງພາກສ່ວນ ລວມທັງໝົດ 26 ທ່ານ, ຍິງ 5 ທ່ານ. ຈຸດປະສົງຂອງກອງປະຊຸມສໍາມະນາໃນເທື່ອນີ້ ແມ່ນເພື່ອນໍາສະເໜີກ່ຽວກັບຈຸດສຸມພັດທະນາຊົນນະບົດໃໝ່ ແລະ ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ໃນໄລຍະ 2021-2025; ພ້ອມທັງປຶກສາຫາລືທິດທາງການປະກອບສ່ວນສະໜັບສະໜູນ ຂອງ ທລຍ ໃນບັນດາຈຸດສຸມເຫຼົ່ານັ້ນ.

ທ່ານ ອາໂນສັກ ແພງທິມມະວົງ, ຮອງຫົວໜ້າກົມພັດທະນາຊົນນະບົດ ໄດ້ນໍາສະເໜີທິດທາງແຜນການພັດທະນາຈຸດສຸມພັດທະນາຊົນນະບົດໃໝ່ ໄລຍະປີ 2021-2025 ເຊິ່ງປະກອບດ້ວຍ 20 ຈຸດສຸມໃນທົ່ວປະເທດ, ກວມເອົາ 109 ບ້ານ (ບ້ານທຸກຍາກ 49 ບ້ານ) ຂອງ 20 ເມືອງ. ສ່ວນ ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ໄລຍະປີ 2021-2025 ມີທັງໝົດ 25 ຈຸດສຸມ, ກວມເອົາ 158 ບ້ານ ຂອງ 20 ເມືອງ ໃນຂອບເຂດທົ່ວປະເທດ. ໂດຍ ທ່ານ ອະໂນສັກ ຍັງໄດ້ເນັ້ນຕື່ມວ່າ ນອກຈາກການລົງທຶນຂອງພາກລັດ ໃສ່ຈຸດສຸມເຫຼົ່ານັ້ນ, ພວກເຮົາ ຄວນຊຸກຍູ້ສົ່ງເສີມໃຫ້ພາກເອກກະຊົນ ມີສ່ວນຮ່ວມໃນວຽກງານດັ່ງກ່າວ ໂດຍວາງນະໂຍບາຍທີ່ມີລັກສະນະດຶງດູດ ແລະ ສົ່ງເສີມ ເພື່ອສ້າງແຮງຈູງໃຈຫລາຍກວ່າເກົ່າ; ອັນສໍາຄັນ ຕ້ອງສ້າງເປັນໂຄງການລະອຽດ ທີ່ມີຕົວຊີ້ວັດ ຈະແຈ້ງ ເພື່ອປະຕິບັດບັນລຸຄາດໝາຍ ການລຶບລ້າງຄອບຄົວ, ບ້ານ, ເມືອງ ບໍ່ພົ້ນທຸກ ແລະ ສ້າງບ້ານພັດທະນາ, ສ້າງບ້ານໃຫ້ກາຍເປັນຕົວເມືອງໃນຊົນນະບົດ.

ຈາກນັ້ນທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ໄດ້ນໍາສະເໜີບົດຮຽນຂອງການຈັດຕັ້ງປະຕິບັດວຽກງານຂອງ ທລຍ ນັບແຕ່ປີ 2003 ເປັນຕົ້ນມາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເຂດຫ່າງໄກສອກຫຼີກ ແລະ ກໍານົດເປັນໂຄງການຍ່ອຍຂະໜາດນ້ອຍ ທີ່ຊຸມຊົນຈັດຕັ້ງປະຕິບັດເອງ ໂດຍສຸມໃສ່ການສ້າງພື້ນຖານໂຄງລ່າງຂະໜາດນ້ອຍໃຫ້ແກ່ຊຸມຊົນ ທີ່ຕິດພັນກັບ 4 ຂະແໜງການຕົ້ນຕໍ (ສຶກສາທິການ ແລະ ກິລາ; ສາທາລະນະສຸກ; ໂຍທາທິການ ແລະ ຂົນສົ່ງ; ກະສິກໍາ ແລະ ປ່າໄມ້) ແລະ ມີຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 1 ລ້ານຄົນ. ປະຈຸບັນ, ພາຍໃຕ້ແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ທລຍ ໄດ້ທຶນສະໜັບສະໜູນຈາກທະນາຄານໂລກ ມູນຄ່າທັງໝົດ 22.5 ລ້ານໂດລາສະຫະລັດ ກໍາລັງຈັດຕັ້ງປະຕິບັດຢູ່ 465 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ (ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ) ໂດຍສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ. ບົດຮຽນສໍາຄັນທີ່ ທລຍ ສາມາດຖອດຖອນໄດ້ ເຫັນໄດ້ວ່າຄວາມເປັນເຈົ້າການຂອງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກ ໄດ້ຮັບຜົນສໍາເລັດສູງ. ພ້ອມນັ້ນ, ທ່ານ ພັດນະຄອນ ຍັງກ່າວວ່າ ເປັນໂອກາດດີທີ່ກົມພັດທະນາຊົນນະບົດ ແລະ ທລຍ ໄດ້ຮ່ວມກັນຈັດສໍາມະນາວຽກຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ໃນໄລຍະຜ່ານມາ. ສໍາລັບ 20 ຈຸດສຸມພັດທະນາຊົນນະບົດໃໝ່ ແລະ 25 ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ໃນໄລຍະ 2021-2025 ນັ້ນ ທລຍ ກໍຈະເປັນສ່ວນໜຶ່ງປະກອບສ່ວນໃນການພັດທະນາຈຸດສຸມເຫຼົ່ານັ້ນ ເຊິ່ງການສໍາມະນາໃນເທື່ອນີ້ ຈະເປັນພື້ນຖານໃຫ້ແກ່ ທລຍ ປຶກສາຫາລືກັບທະນາຄານໂລກ ໃນໄວໆນີ້.

ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ທີ່ກອງປະຊຸມສໍາມະນາ ໄດ້ຕົກລົງເປັນເອກະພາບ ດັ່ງນີ້:

1.   

ໃຫ້ມີການກະກຽມແຜນຈັດສໍາມະນາແບບນີ້ຄັ້ງຕໍ່ໄປ ໃນລະດັບກະຊວງກະສິກໍາ ແລະ ປ່າໄມ້;

2.   

ໃຫ້ມີການອອກຂໍ້ຕົກລົງແຕ່ງຕັ້ງຄະນະກະກຽມຈະຈັດສໍາມະນາໄປໃນລະດັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ພິເສດແມ່ນໃຫ້ເຊີນຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.