ທລຍ ສືບຕໍ່ລົງຊຸກຍູ້ ການສ້າງສວນຄົວໂພຊະນາການ ຢູ່ເມືອງນາໝໍ້

Posting Date: 
18 May 2022

ທລຍ ສືບຕໍ່ລົງຊຸກຍູ້ ການສ້າງສວນຄົວໂພຊະນາການ ຢູ່ເມືອງນາໝໍ້

ໂດຍ: ນາງ ມະນີຈັນ ຈິດດຳລົງ, ໂພຊະນາການຂັ້ນບ້ານ ເມືອງນາໜໍ້

 

ໃນລະຫວ່າງວັນທີ 8-10 ພຶດສະພາ 2022 ຜ່ານມາ ໄດ້ຮ່ວມກັບທີມງານ ກຸ່ມບໍລິການດ້ານກະສິກໍາ (CLICK) ລົງຢ້ຽມຢາມ ແລະ ຊຸກຍູ້ ການສ້າງສວນຄົວ ຢູ່ 5 ບ້ານເປົ້າໜາຍ ຄື: ບ້ານ ນາໜໍ້ເໜືອ, ນາໜໍ້ໃຕ້, ນໍ້າແຊ, ນໍ້າວືນເໜືອ ແລະ ນ້ຳແພງ  ຊຶ່ງຈຸດປະສົງຂອງ ທລຍ ເພື່ອເປັນການສົ່ງເສີມການສ້າງສວນຄົວໂພຊະນາການ ຂອງແຕ່ລະຄອບຄົວ ແມ່ນເພື່ອຮັບປະກັນ ໃຫ້ມີອາຫານທີ່ຫຼາກຫຼາຍ ແລະ ພຽງພໍ  ສຳລັບປຸງແຕ່ງອາຫານ ທີ່ມີໂພຊະນາການຂອງແມ່ ແລະ ເດັກ ໃນໄລຍະ 1.000 ວັນ. ການລົງຊຸກຍູ້ຂອງທີມງານ ໃນເທື່ອນີ້ຍັງໄດ້ແຈກຢາຍແນວພັນພືດ ສຳລັບປູກຕາມແຄມຮົ້ວເຮືອນ ແລະ ປູກຕາມໄຮ່ສວນ ນອກຈາກນັ້ນ ຍັງແນະນໍາເຕັກນິກວິທີການປູກ, ການເຮັດຝຸ່ນບົ່ມ, ນໍ້າຊີວະພາບບໍາລຸງພືດຜັກ, ນໍ້າຊີວະພາບໄລ່ແມງໄມ້ໂດຍອາໃສວັດສະດຸພືດຜັກທີ່ຫາໄດ້ຕາມທ້ອງຖິ່ນ, ທັງນີ້ເພື່ອຫຼຸດຜ່ອນການໃຊ້ສານເຄມີ ແລະ ຮັບປະກັນຕໍ່ ສຸຂະພາບ ຂອງແມ່ ແລະ ເດັກ ໃຫ້ສົມບູນ, ແຂງແຮງ ເຕີບໃຫ່ຍຕາມມາດຕະຖານ.