ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງຫຼວງພະບາງ ແຕ່ປີ 2012-2021

Posting Date: 
27 May 2022

ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ຢູ່ແຂວງຫຼວງພະບາງ ແຕ່ປີ 2012-2021

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 ໃນວັນທີ 6 ພຶດສະພາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງຫຼວງພະບາງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ທລຍ ຢູ່ແຂວງຫຼວງພະບາງ ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2012-2021 ຂຶ້ນທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ໂດຍໃຫ້ກຽດເປັນປະທານຂອງທ່ານນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ກໍາມະການສະພາບໍລິຫານ ທລຍ, ແລະ ການເຂົ້າຮ່ວມຂອງ ທ່ານ ອານຸສັກ ຂັດຕິຍະລາດ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນຜູ້ຊີ້ນຳວຽກງານ ທລຍ ຂັ້ນແຂວງ ແລະ ທ່ານ ປອ. ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການບໍລິຫານ ທລຍ, ຫົວໜ້າຂະແໜງວິສະວະກໍາ ທລຍ ຂັ້ນສູນກາງ, ຫົວໜ້າຂະແໜງພັດທະນາຊົນນະບົດແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງ ຂັ້ນແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ ຈາກ 6 ເມືອງເປົ້າໝາຍ, ຫົວໜ້າ-ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທັງ 6 ເມືອງເປົ້າໝາຍ, ບັນດາຄູ່ຮ່ວມພັດທະນາຕ່າງໆ, ຫົວໜ້າໂຄງການຂັ້ນແຂວງ,  ພະນັກງານວິຊາການ ທລຍ ຂັ້ນແຂວງ ແລະ ພະນັກງານ ທລຍ ຂັ້ນເມືອງ ລວມຜູ້ເຂົ້າຮ່ວມທັງໝົດ 63 ທ່ານ, ຍິງ 15 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນໄດ້ຮັບໃນການສະໜັບສະໜູນ ວຽກງານແກ້ໄຂຄວາມທຸກຍາກ ຕະຫຼອດໄລຍະ 9 ປີຜ່ານມາ ພ້ອມທັງມອບບັນດາໂຄງການຍ່ອຍທີ່ ທລຍ ໄດ້ສະໜັບສະໜູນງົບປະມານ ໃນຜ່ານມາ ໃຫ້ອົງການປົກຄອງແຂວງ, ພະແນກການທີ່ກ່ຽວຂ້ອງ ເປັນຜູ້ຄຸ້ມຄອງ ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ ປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ແຈ້ງປິດຫ້ອງການ ທລຍ ແຂວງຫຼວງພະບາງ ຢ່າງເປັນທາງການ.

ກອງປະຊຸມ ໄດ້ໃຫ້ກຽດກ່າວເປີດຢ່າງເປັນທາງການ ຂອງທ່ານຮອງເຈົ້າແຂວງແຂວງຫຼວງພບາງ ເຊິ່ງທ່ານໄດ້ ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານ ໂຄງການ ທລຍ ຕໍ່ກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງຫຼວງພະບາງ ໂດຍປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງການບໍລິການຂອງລັດ ເຊັ່ນ: ຫົນທາງ, ໂຮງຮຽນ, ນໍ້າລິນ ເພື່ອບໍລິໂພກ ແລະ ການຜະລິດກະສິກຳ.

ຈາກ​ນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ທລຍ ຢູ່ແຂວງຫຼວງພະບາງ ໃນໃລຍະ 9 ປີ ຜ່ານມາ ນັບແຕ່ປີ 2012-2021 ໂດຍທ່ານ ຕຸ້ຍ ໂພລາວັນ, ຫົວໜ້າຫ້ອງການ ທລຍ ແຂວງຫຼວງພະບາງ ໄດ້ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເຊິ່ງໄດ້ລາຍງານວ່າ: ທລຍ ແຂວງຫຼວງພະບາງ ໄດ້ຈັດຕັ້ງປະຕິບັດໂຄງການ ຢູ່ 6 ເມືອງ ຄື: ເມືອງນໍ້າບາກ,  ເມືອງວຽງຄໍາ, ເມືອງໂພນໄຊ, ເມືອງພູຄູນ, ເມືອງໂພນທອງ, ເມືອງປາກແຊງ ໂດຍໄດ້ສະໜັບສະໜູນທັງໝົດ 413 ໂຄງການຍ່ອຍ, ມີມູນຄ່າ99.57 ຕື້ກວ່າກີບ, ໃນນັ້ນຊຸມຊົນ ຍັງໄດ້ປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດໄລ່ເປັນເງິນມູນຄ່າ 8.86 ຕື້ກວ່າກີບ. ບັນດາໂຄງການຍ່ອຍດັ່ງກ່າວນັ້ນ ໄດ້ກວມເອົາຂະແໜງການທີ່ກ່ຽວຂ້ອງ ຄື: ສຶກສາທິການ ແລະ ກິລາ 148 ໂຄງການ, ສາທາລະນະສຸກ 106 ໂຄງການ, ໂຍທາທິການ ແລະ ຂົນສົ່ງ 148 ໂຄງການ, ກະສິກໍາ ແລະ ປ່າໄມ້ 5 ໂຄງການ, ພະລັງງານ ແລະ ບໍ່ແຮ່ 2 ໂຄງການ ແລະ ອຸດສະຫະກຳ ແລະ ການຄ້າ 4 ໂຄງການ.

ຫລັງຈາກທີໄດ້ຮັບຝັງການລາຍງານ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ໂດຍເຫັນດີເປັນເອກະພາບຕໍ່ບົດສະຫຼຸບຜົນການຈັດຕັ້ງປະຕິບັດຂອງໂຄງການ ທລຍ ຢູ່ແຂວງອັດຕະປື ແລະ ໃນຕໍ່ໜ້າ ສະເໜີໃຫ້ລັດຖະບານ ກໍຄື ທລຍ ສືບຕໍ່ໃຫ້ການສະໜັບສະໜູນ ໂດຍສະເພາະການສະໜອງພື້ນຖານໂຄງລ່າງໃຫ້ແກ່ບ້ານທີ່ທຸກຍາກ.

 

ໃນຕອນທ້າຍຂອງກອງປະຊຸມ ທ່ານນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດທີ່ຍາດມາໄດ້ ຂອງ ທລຍ ໂດຍສະເພາະ ສາມາດຍາດແຍ່ງທຶນຮອນຈາກທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດສະເເລນ, ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ມາຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ຢູ່ແຂວງຫຼວງພະບາງ ໃນໄລຍະຜ່ານມາ. ນອກຈາກນັ້ນ ທ່ານຍັງຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຈົ່ງສືບຕໍ່ຄຸ້ມຄອງ ບັນດາໂຄງການຍ່ອຍທີ່ ທລຍ ໄດ້ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຖືກນໍາໃຊ້ຢ່າງຄຸ້ມຄ່າ ແລະ ເກີດປະໂຫຍດສູງ.