ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂອງ ທລຍ

Posting Date: 
04 Jul 2022

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂອງ ທລຍ

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ

ໃນວັນທີ 28-29 ມິຖຸນາ 2022 ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການ ຂຶ້ນທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ແລະ ໂດຍການເຂົ້າຮ່ວມຂອງຫົວໜ້າຂະແໜງ, ພະນັກງານໂພຊະນາການຂັ້ນສູນກາງ, ຂັ້ນເມືອງ ແລະ ຂັ້ນບ້ານ ຈໍານວນທັງໝົດ 55 ຄົນ, ຍິງ 30 ຄົນ.

ຈຸດປະສົງຂອງແມ່ນ ເພື່ອທົບທວນຄືນ ຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍ ຕໍ່ກັບການຈັດຕັ້ງປະຕິບັດກິດຈະກຳໂພຊະນາການ ຜ່ານມາ ຢູ່ 231 ບ້ານເປົ້າໝາຍຊຸດທີ 1.

ພາຍຫຼັງທີ່ທ່ານ ປະທານກອງປະຊຸມ ໄດ້ໃຫ້ກຽດເປີດກອງປະຊຸມແລ້ວ ຈາກນັ້ນ ທ່ານ ແສງເພັດ ວັນນະວົງ, ຫົວໜ້າຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ ໄດ້ຜ່ານບົດສະຫຼຸບຫຍໍ້ຜົນການຈັດຕັ້ງປະຕິບັດກິດຈະກຳໂພຊະນາການຢູ່ບ້ານເປົ້າໝາຍຊຸດທີ 1, ຈາກນັ້ນໄດ້ແບ່ງການຄົ້ນຄວ້າ ໂດຍອີງຕາມ 10 ກຸ່ມກິດຈະກຳຍ່ອຍຂອງວຽກງານໂພຊະນາການ.

 

ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ໄດ້ກ່າວເນັ້ນວ່າ: ວຽກງານໂພຊະນາການ ແມ່ນໂຕຊີ້ວັດຫຼັກຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ຊຶ່ງມັນແມ່ນໜ້າວຽກເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດໂພຊະນາການແຫ່ງຊາດ ຮອດປີ 2025 ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້. ສະນັ້ນ ສະເໜີໃຫ້ພະນັກງານໂພຊະນາການຂັ້ນບ້ານ ແລະ ຂັ້ນເມືອງ ນໍາເອົາຈິດໃຈຜົນຂອງກອງປະຊຸມໄປຜັນຂະຫຍາຍສູ່ວຽກງານຕົວຈິງທີ່ຕົນເອງຮັບຜິດຊອບຢ່າງມີຜົນສໍາເລັດ ໃຫ້ສືບຕໍ່ບຸກບືນສູ້ຊົນເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນເອງຮັບຜິດຊອບ ເພື່ອບັນລຸເປົ້າໝາຍທີ່ວາງໄວ້.

 

ພາຍຫຼັງສໍາເລັດໃນການຈັດກອງປະຊຸມດັ່ງກ່າວຢູ່ເມືອງວັງວຽງ, ຈາກນັ້ນໃນວັນທີ 1 ກໍລະກົດ 2022 ຕາງໜ້າໃຫ້ແກ່ຂະແໜງ   ຈຳນວນ 11 ທ່ານ ລວມມີ ພະນັກງານໂພຊະນາການສູນກາງ, ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ເຂົ້າຮ່ວມກອງປະຊຸມນໍາຊ່ຽວຊານໂພຊະນາການຂອງທະນາຄານໂລກ ເພື່ອນໍາເອົາຜົນຂອງກອງປະຊຸມຖອດຖອນບົດຮຽນ ຢູ່ເມືອງວັງວຽງ ໄປປຶກສາຫາລື ແລະ ຮັບຮອງຄືນອີກທື່ອໜຶ່ງນໍາຜູ້ໃຫ້ທຶນ.  ຜົນຂອງກອງປະຊຸມ ທັງສອງລະດັບ ໄດ້ມີການຮັບຮອງເອົາການປັບປຸງ ແລະ ປ່ຽນແປງ ທາງດ້ານນິຕິກຳ, ວິທີການ, ເຄື່ອງມືສື່ສານ ແລະ ອຸປະກອນຮັບໃຊ້ຈຳນວນໜ່ຶງ ໂດຍແນໃສ່ໃຫ້ການຈັດຕັ້ງປະຕິບັດວຽກງານໂພຊະນາການ ສໍາລັບບ້ານເປົ້າໝາຍຊຸດທີ 2 ຈໍານວນ 239 ບ້ານ ທີ່ຈະຈັດຕັ້ງປະຕິບັດໃນໄວໆນີ້ ໃຫ້ມີລັກສະນະງ່າຍດາຍ, ແທດເໝາະກັບທ້ອງຖິ່ນ, ເຊື່ອມສານກັບກົນໄກຂອງຂະແໜງການລັດ ແລະ ຮັບປະກັນໃຫ້ມີການປ່ຽນແປງພຶດຕິກຳ ແລະ ຄວາມສິນເຄີຍທາງດ້ານໂພຊະນາການຂອງກຸ່ມເປົ້າໝາຍ.

 

ທ່ານ ນາງ ຈູນຕ່າ ຄານ, ຊ່ຽວຊານດ້ານໂພຊະນາການຂອງທະນາຄານໂລກກ່າວວ່າ: ຂ້າພະເຈົ້່າ ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຟັງການລາຍງານສະພາບຄວາມເປັນຈິງໃນການປັບປ່ຽນບາງວຽກຈາກພະນັກງານບ້ານ ແລະ ເມືອງ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ, ຂ້າພະເຈົ້າຮັບຮູ້ວ່າພະນັກງານບ້ານ ແລະ ເມືອງ ໄດ້ເປັນຜູ້ທີ່ມີຄວາມເສຍສະຫຼະສູງ, ມີຈິດໃຈສູ້ຊົນຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຢູ່ພື້ນທີ່ເປົ້າໝາຍຂອງ ທລຍ ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນທີ່ວາງໄວ້, ຂໍຊົມເຊີຍພະນັກງານບ້ານ ແລະ ເມືອງທີ່ບຸກບືນສູ້ຊົນເອົາໃຈໃສ່ວຽກງານຂອງຕົນເອງ ແລະ ມີຜົນສໍາເລັດຢ່າງປະຈັກຕາ.