ລົງຕິດຕາມຊຸກຍູ້ກິດຈະກຳປັບປຸງຊີວິດການເປັນຢູ່ ຂອງສະມາຊິກ ກຊກ

Posting Date: 
05 Jul 2022

ລົງຕິດຕາມຊຸກຍູ້ກິດຈະກຳປັບປຸງຊີວິດການເປັນຢູ່ ຂອງສະມາຊິກ ກຊກ

 

ໂດຍ: ຄຳຫລ້າ ສຸວັນນາ, ພະນັກງານ ປັບປຸງຊີວິດການເປັນຢູ່ ຂັ້ນບ້ານ, ທລຍ ເມືອງຂວາ

         

ໃນວັນທີ 7 ມິຖຸນາ 2022 ຜ່ານມາ, ພະນັກງານປັບປຸງຊີວິດການເປັນຢູ່ ຂັ້ນບ້ານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງຂວາ, ແຂວງຜົ້ງສາລີ ໄດ້ລົງຕິດຕາມຊຸກຍູ້ກິດຈະກຳ ປັບປຸງຊີວິດການເປັນຢູ່ ຂອງສະມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ບ້ານສົບອັດ, ເມືອງຂວາ, ແຂວງຜົ້ງສາລີ. ໃນການລົງຊຸກຍູ້ຄັ້ງນີ້ ໄດ້ຕິດຕາມ-ກວດກາ ການຝາກເງິນ, ການຄຸ້ມຄອງກອງທຶນ ໂດຍສະເພາະ ການລົງບັນຊີ ແລະ ເກັບກຳຂໍ້ມູນການດໍາເນີນກິດຈະກຳສ້າງລາຍຮັບ ຂອງສະມາຊິກ ກຊກ, ຊຶ່ງມີສະມາຊິກ ກຊກ ເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 34 ຄົນ.

ການລົງຊຸກຍູ້ຕິດຕາມໃນຄັ້ງນີ້ ເຫັນວ່າ ການລົງບັນຊີແຕ່ລະປະເພດ ຂອງຄະນະບໍລິຫານ ກຊກ (ຄບກ) ມີຄວາມຖືກຕ້ອງ ແລະ ໂປ່ງໃສ. ຈາກການລາຍງານຂອງຄະນະ ຄບກ ແລະ ສະມາຊິກ ກຊກ ມາຮອດປັດຈຸບັນນີ້ ບ້ານສົບອັດ ໄດ້ຮັບເງິນທຶນສະໜັບສະໜູນຈາກ ທລຍ ຈຳນວນ 49.680.000 ກີບ ແລະ ໄດ້ປ່ອຍກູ້ໃຫ້ສະມາຊິກ 22 ຄົນ ລວມມູນຄ່າ 45.000.000 ກີບ (ເງິນທືນຍັງເຫຼືອຢູ່ບັນຊີ 4.680.000 ກີບ). ການຝາກເງິນຂອງສະມາຊິກ ກຊກ ບ້ານສົບອັດ ໃນເດືອນມິຖຸນາ 2022 ນີ້ມີເງິນຝາກ 495.000 ກີບ ໂດຍສະມາຊິກຜູ້ຝາກເງິນທັງໝົດ 36 ຄົນ ແລະ ມາຮອດເດືອນມິຖຸນາ 2022 ນີ້ ມີເງິນຝາກສະສົມທັງໝົດ 12.245.000 ກີບ ແລະ ໄດ້ປ່ອຍກູ້ໃຫ້ສະມາຊິກ 2 ຄົນ ມູນຄ່າ 7.000.000 ກີບ ເພື່ອໄປເຮັດກິດຈະກຳສ້າງລາຍຮັບ.

ມາຮອດປັດຈຸບັນນີ້ ສະມາຊິກ ກຊກ ຈຳນວນ 14 ຄົນ ໄດ້ມີລາຍຮັບຈາກການຂາຍໝູ 31 ໂຕ ຫຼື ເທົ່າກັບ 1.160 ກິໂລກະຣາມ, ຄິດເປັນເງິນທັງໝົດ 36.283.000 ກີບ ຊຶ່ງສາມາດສົ່ງເງິນຕົ້ນທຶນຄືນໃຫ້ກຸ່ມທ້ອນເງິນ ກຊກ ຈໍານວນໜຶ່ງ ແລະ ຍັງມີໝູແມ່ພັນ-ພໍ່ພັນ ແລະ ລູກໝູນ້ອຍຈໍານວນໜຶ່ງ ທີ່ເປັນຕົ້ນທຶນ ແລະ ສາມາດຂະຫຍາຍໄດ້ຕື່ມອີກ.

 

ນອກຈາກນີ້, ພະນັກງານປັບປຸງຊີວິດການເປັນຢູ່ ຂັ້ນບ້ານ ທລຍ ຍັງໄດ້ເເນະນໍາໃຫ້ຄວາມຮູ້ ແລະ ນໍາພາສະມາຊິກ ກຊກ ໃນການສັກວັກຊີນປ້ອງກັນພະຍາດສັດ, ສອນການນໍາໃຊ້ຢາຕ້ານເຊື້ອໃນການປິ່ນປົວສັດ, ສັກຢາຂ້າແມ່ພະຍາດກາຝາກ ແລະ ສັກຢາບຳລຸງໃຫ້ສັດລ້ຽງ, ພ້ອມທັງຊຸກຍູ້ໃຫ້ສະມາຊິກ ກຊກ ລົງມືຈັດຕັ້ງປະຕິບັດເອງ ເພື່ອເປັນການສ້າງຄວາມເຂັມແຂງໃຫ້ເຂົາເຈົ້າ ສາມາດປະຕິດບັດເອງໄດ້ໃນຕໍ່ຫນ້າ.