ຊີວິດການເປັນຢູ່ປະຊາຊົນເຂດຫ່າງໄກສອກຫຼີກ ເມືອງບຸນໃຕ້ ໄດ້ຮັບການພັດທະນາ

Posting Date: 
07 Jul 2022

ຊີວິດການເປັນຢູ່ປະຊາຊົນເຂດຫ່າງໄກສອກຫຼີກ ເມືອງບຸນໃຕ້ ໄດ້ຮັບການພັດທະນາ

 

ໂດຍ: ວິໄລ ແກ້ວອິ່ນຄຳ,  ທລຍ ເມືອງບຸນໃຕ້, ແຂວງຜົ້ງສາລີ

 

ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ)3 ໄລຍະເພີ່ມທຶນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດໂຄງການ ຢູ່ 7 ກຸ່ມບ້ານ, 15 ບ້ານ ຂອງເມືອງບຸນໃຕ້, ແຂວງຜົ້ງສາລີ ນັບຕັ້ງແຕ່ປີ 2021-2022, ກວມເອົາປະຊາກອນທັງ  ໝົດ 7.645 ຄົນ, ຍິງ 3.735 ຄົນ, ຄອບຄົວທຸກ 1.160 ຄອບຄົວ, ຊົນເຜົ່າ 6.250 ຄົນ.   

ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະ 2 ປີ ຜ່ານມາ ເຫັນວ່າ: ປະຊາຊົນພາຍໃນ 7 ກຸ່ມບ້ານ, 15 ບ້ານເປົ້າ ໝາຍ ທີ່ຢູ່ເຂດຫ່າງໄກສອກຫຼີກ ຂອງເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຮັບການພັດທະນາທາງດ້ານເສດຖະກິດ ໂດຍຊີວິດການເປັນຢູ່ຂອງເຂົາເຈົ້າ ດີຂຶ້ນເທື່ອລະກ້າວ ພາຍຫລັງ ປະຊາຊົນພາຍໃນບັນດາບ້ານເປົ້າໝາຍ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດບັນດາກິດຈະກຳພັດທະນາ ໂດຍສະເພາະດ້ານປັບປຸງຊີວິດການເປັນຢູ່, ໂພຊະນາການແລະ ພື້ນຖານໂຄງລ່າງ.ວຽກງານປັບປຸງຊີວິດການເປັນຢູ່ແມ່ນວຽກໜຶ່ງທີ່ສໍາຄັນທີ່ໄດ້ປະກອບສ່ວນເຂົ້າໃນພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກໃຫ້ປະຊາຊົນໃນຂອບເຂດພື້ນທີ່ເປົ້າໝາຍຂອງ ໂຄງການ ທລຍ. ຫ້ອງການທລຍ ຂັ້ນເມືອງ ປະຈໍາເມືອງບຸນໃຕ້ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນເມືອງລົງຈັດຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຢູ່15 ບ້ານ ຈໍານວນ 77 ກຸ່ມ, ມີສະມາຊິກທັງໝົດ 961 ຄົນ.

ໃນຕົ້ນປີ 2021ທລຍ ໄດ້ມອບເງິນຕົ້ນທຶນທັງໝົດ 1,060,944,000 ກີບ ໃຫ້ 77 ກຸ່ມເຫຼົ່ານັ້ນ ໂດຍຜ່ານບັນຊີທະນາຄານທຸລະກິດປະຈໍາເມືອງ ທີ່ມີຄະນະບໍລິຫານກອງທຶນຊ່ວຍເຫຼືອກັນແກ້ໄຂຄວາມທູກຍາກຂັ້ນບ້ານ ເປັນຜູ້ຄຸ້ມຄອງ ແລະ ບໍລິຫານ. ເງິນຕົ້ນທຶນຈໍານວນດັ່ງກ່າວ ສົມທົບກັບເງິນຝາກຂອງສະມາຊິກ ກຊກ ໃຊ້ເປັນທຶນກູ້ຢືມໃຫ້ແກ່ສະມາຊິກ ກຊກ  ໂດຍ ສະມາຊິກ ກຊກ ຜູ້ທີ່ຈະກູ້ຢືມທຶນຈາກກອງທຶນ ຕ້ອງໄດ້ເຂົ້າຮ່ວມການຝຶກອົບຮົມດ້ານເຕັກນິກ-ວິຊາການຈາກນັກວິຊາການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເປັນຕົ້ນແມ່ນ ເຕັກນິກການປູກຝັງ, ລ້ຽງສັດ, ສັດຕະວະແພດ ເພື່ອຮັບປະກັນການນໍາໃຊ້ທຶນກູ້ຢືມຢ່າງມີປະສິດທິພາບ. ນອກຈາກນີ້ທລຍ ແລະ ຫ້ອງການເມືອງທີ່ກ່ຽວຂ້ອງ ຍັງໄດ້ເອົາໃຈໃສ່ປຸກລະດົມ ຊຸກຍູ້ ສະມາຊິກ ກຊກ ຝາກເງິນປະຫຍັດຂອງຕົນ ເພື່ອນໍາໃຊ້ໃນຢາມເຈັບເປັນ,ສົ່ງເສີມລູກຮຽນໜັງສື,ຊື້ເຂົ້າກິນ,ສ້ອມແປງ ແລະ ກໍ່ສ້າງເຮືອນຫຼັງໃໝ່ ແລະປ່ອຍກູ້ເຮັດກິດຈະກໍາສ້າງລາຍຮັບ.ຜ່ານການປຸກລະດົມການທ້ອນເງິນ ຜ່ານມາເຫັນວ່າ ສະມາຊິກ ໄດ້ມີການຕື່ນຕົວເຂົ້າຮ່ວມການຝາກເງິນເປັນປົກກະຕິ ເຊິ່ງມາຮອດປັດຈຸບັນ ໃນ 15 ບ້ານເປົ້າໝາຍ ມີເງິນຝາກສະສົມທັງໝົດ140,059,000 ກີບ. ຄຽງຄູ່ກັບການການປຸກລະດົມຊຸກຍູ້ໃຫ້ສະມາຊິກຝາກເງິນປະຫຍັດໃນແຕ່ລະເດືອນແລ້ວ ທລຍ ຍັງໄດ້ລົງຕິດຕາມການປ່ອຍກູ້ເງິນຕົ້ນທຶນ ໃຫ້ແກ່ສະມາຊິກ ກຊກ ຢູ່15ບ້ານເປົ້າໝາຍ, ມາຮອດປັດຈຸບັນ ສະມາຊິກ ກຊກ548 ຄົນ ກວມເອົາ 57.02% ຂອງຈຳນວນສະມາຊິກທັງໝົດ ໄດ້ກູ້ຢືມເງິນຈາກກອງທຶນ ໄປເຮັດກິດຈະກຳ ປູກຝັງ, ລ້ຽງສັດ, ຫັດຖະກຳ ລວມເປັນເງິນທັງໝົດ 921,828,000 ກີບ ກວມເອົາ 86,88% ຂອງເງິນຕົ້ນທຶນທັງໝົດ; ໃນນັ້ນ ສະມາຊິກ 29 ຄົນ ກູ້ຢືມເງິນຈໍານວນ 27,000,000 ສໍາຫຼັບລ້ຽງແບ້,161 ຄົນ ກູ້ຢືມເງິນ 366,748,000 ກີບ ເພື່ອລ້ຽງໝູ,262 ຄົນ ກູ້ຢືມເງິນ 397,080,000 ກີບ ເພື່ອລ້ຽງສັດປີກ,37 ຄົນ ກູ້ຢືມເງິນ 91,000,0,000 ກີບ ເພື່ອລ້ຽງປາ,41 ຄົນກູ້ຢືມເງິນ 41,000,000 ກີບ ເພື່ອຕໍ່າຫູກ,15 ຄົນກູ້ຢືມເງິນ 26,000,000 ກີບ ເພື່ອຄ້າຂາຍຍ່ອຍ, 2 ຄົນກູ້ຢືມເງິນ2,000,000 ກີບ ເພື່ອປູກຫຍ້າລ້ຽງສັດ, ແລະ 1 ຄົນ ກູ້ຢືມເງິນ 1,000,000 ກີບ ເພື່ອປູກເຫັດ. ສໍາລັບ ການປ່ອຍກູ້ຈາກເງິນຝາກຂອງສະມາຊິກ ກຊກ ແມ່ນໄດ້ປ່ອຍກູ້ໃຫ້27ຄົນ ເປັນເງິນທັງໝົດ 76,000,000 ກວ່າກີບ ເທົ່າ 54.26%ຂອງຈໍານວນເງິນຝາກສະສົມ; ໃນນັ້ນ ສະມາຊິກ 5 ຄົນ ກູ້ຢືມ 10,000,000 ກີບ ເພື່ອການສຶກສາຂອງລູກ,12ຄົນກູ້ຢືມ  36,000,000 ກີບ ເພື່ອປິ່ນປົວພະຍາດແລະ10ຄົນກູ້ຢືມ 30,000,000 ກີບ ເພື່ອຊື້ເຂົາກິນ.

 

ຜ່ານການນໍາໃຊ້ເງິນກູ້ຢືມຈາກກອງທຶນກຊກຂອງບ້ານ, ສະມາຊິກກຊກສາມາດສ້າງລາຍຮັບຈາກກິດຈະກໍາຕ່າງໆໄດ້ຫຼາຍກວ່າ 400,000,000 ກວ່າກີບເຮັດໃຫ້ສະມາຊິກ ກຊກມີຊີວິດການເປັນຢູ່ດີຂື້ນກວ່າເກົ່າແລະເຮັດໃຫ້ຄອບຄົວຄ່ອຍໆ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.