ບ້ານນາກັບການປັບປຸງຊີວິດການເປັນຢູ່

Posting Date: 
28 Sep 2022

ບ້ານນາກັບການປັບປຸງຊີວິດການເປັນຢູ່

 

ໂດຍ: ສອນເພັດ ວົງວິໄລທອງ, ວິຊາການປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ເມືອງຂວາ

 

ບ້ານນາ ເປັນບ້ານຊົນເຜົ່າກຶມມຸ  ຂຶ້ນກັບກຸ່ມບ້ານແສນລາດ, ເມືອງຂວາແຂວງຜົ້ງສາລີ ຕັ້ງຢູ່ຫ່າງຈາກເທດສະບານເມືອງຂວາ 47 ກິໂລແມັດ. ບ້ານນາ ປະກອບມີທັງໝົດ 70 ຄອບຄົວ,ອາຊີບຫຼັກຂອງປະຊາຊົນພາຍໃນບ້ານ ແມ່ນເຮັດນາ, ເຮັດໄຮ່ເຂົ້າ, ປູກ ຢາງພາລາ ແລະ ຖືເອົາການປູກພືດ ແລະ ລ້ຽງສັດ ເປັນອາຊີບສຳຮອງ.

 

ບ້ານນາ ເປັນບ້ານເປົ້າໝາຍໜຶ່ງຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໂດຍໄດ້ສະໜັບສະໜຸນ ກິດຈະກິດປັບປຸງຊິວິດການເປັນຢູ່ ມາແຕ່ເດືອນທັນວາ ປີ 2020. ບ້ານດັ່ງກ່າວ ໄດ້ເອກະພາບ ສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ໄດ້ທັງໝົດ 5 ກຸ່ມ ແລະ ມີສະມາຊິກເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 69 ທ່ານ. ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ສະໜອງເງິນຕົ້ນທຶນໃຫ້ກຸ່ມ ກຊກ ທັງໝົດ 76,176,000 ກີບ, ມີສະມາຊິກກູ້ຍືມເງິນທັງໝົດ 69 ຄົນ, ຍິງ 69 ຄົນ ແລະ ສາມາດປ່ອຍເງິນຕົ້ນທຶນໃຫ້ສະມາຊິກ ກຊກ ຍືມ ຈຳນວນ 70,000,000 ກີບ ເພື່ອໄປເຮັດກິດຈະກໍາ ລ້ຽງໝູ, ປູກພຶດ, ລ້ຽງເປັດ ແລະ ລ້ຽງໄກ່. ການກຳນົດໄລຍະເວລາໃນການກູ້ຍຶມເງິນຂອງສະມາຊິກແມ່ນ 11 ເດືອນ, ອັດຕາດອກເບ້ຍ ແມ່ນແຍກອອກເປັນສອງປະເພດ ຄື: ກິດຈະກຳການປູກການລ້ຽງ ແມ່ນ 0,5% ຕໍ່ເດືອນ ແລະ ກິດຈະກໍາການຄ້າຂາຍແມ່ນ 1% ຕໍ່ເດຶອນ. ນອກຈາກນັ້ນ ຄະນະກໍາມະການບໍລິຫານກອງທຶນ ກຊກ (ຄບກ) ຂັ້ນບ້ານ ຍັງໄດ້ຕິດຕາມເປັນປົກກະຕິ ໃນການຝາກເງິນປະຈຳເດືອນຂອງສະມາຊິກ ກຊກ ແລະ ໄດ້ກຳນົດເອົາວັນທີ 10 ຂອງທຸກດືອນ ເປັນມື້ຝາກເງິນຂອງສະມາຊິກ ກຊກ ພາຍໃນບ້ານ. ສະມາຊິກ ກຊກ ທັງໝົດພາຍໃນບ້ານ ເຫັນດີເປັນເອກະພາບຕົກລົງກັນ ຝາກເງິນເລີ່ມແຕ່ 5,000 ຫາ 100,000 ກີບ ຕໍ່ຄົນຕໍ່ເດືອນ ຊຶ່ງມາຮອດບັນຈຸບັນ ເງິນຝາກຂອງສະມາຊິກ ກຊກ ມີທັງໝົດ 13,835,000 ກີບ, ໄດ້ປ່ອຍກູ້ເງິນຝາກຂອງສະມາຊິກທັງໝົດ 6,000,000 ກີບ, ພ້ອມກັນນັ້ນ, ກໍສາມາດເກັບກູ້ເງິນຕົ້ນທຶນຄຶນນໍາສະມາຊິກ ກຊກ ຈຳນວນ 1 ຄົນ ເປັນຈຳນວນເງິນ 1,000,000 ກີບ ແລະ ເກັບລາຍຮັບດອກເບ້ຍຈາກການປ່ອຍກູ້ທັງໝົດ 1,922,000 ກີບ.