ທລຍ ເມືອງບຸນໃຕ້ ສໍາເລັດການຝືກອົບຮົມສວນຄົວໂພຊະນາການ ໃຫ້ແກ່ຄອບຄົວຕົວແບບ ຢູ່ບ້ານເປົ້າໝາຍຊຸດທີ 1

Posting Date: 
15 Nov 2022

ທລຍ ເມືອງບຸນໃຕ້ ສໍາເລັດການຝືກອົບຮົມສວນຄົວໂພຊະນາການ

ໃຫ້ແກ່ຄອບຄົວຕົວແບບ ຢູ່​ບ້ານເປົ້າໝາຍຊຸດທີ 1

 

ໂດຍ: ພອນສັກ  ພັນທະສິດ, ໂພຊະນາການ ທລຍ ເມືອງບຸນໃຕ້

          ໃນລະຫວ່າງວັນທີ 1-2 ພະຈິກ 2022 ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງ ບຸນໃຕ້, ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມການເປັນຄູຝຶກວຽກງານສວນຄົວໂພຊະນາການ ໃຫ້ແກ່ຄອບຄົວຕົວແບບ ໃນບ້ານເປົ້າໝາຍຊຸດທີ 1 ຢູ່ທີ່ສະໂມສອນເມືອງບຸນໃຕ້. ຈຸດປະສົງ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວສວນຄົວຕົວແບບ ໃນ 15 ບ້ານເປົ້າໝາຍ ໃຫ້ມີຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດທຸກໜ້າວຽກຂອງການເຮັດສວນຄົວເພື່ອສົ່ງເສີມໂພຊະນາການ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນພາຍໃຕ້ການເປັນຄູຝຶກຂອງວິຊາການຈາກເຄືອຂ່າຍຊາວກະສິກອນ ແລະ ກຸ່ມບໍລິການດ້ານກະສິກຳ (CLICK) ໂດຍເຂົ້າຮ່ວມເປັນນັກສໍາມະນາກອນຂອງ 15 ຄອບຄົວຕົວແບບ ແລະ ເຂົ້າຮ່ວມສັງເກດການຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ 2 ທ່ານ, ພະນັກງານ ທລຍ ເມືອງ 2 ທ່ານ, ແລະ ພະນັກງານ ທລຍ ຂັ້ນບ້ານ 3 ທ່ານ.

          ຊຸດຝຶກອົບຮົມຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ພາກທິດສະດີໄດ້ທົບທວນຄືນກ່ຽວກັບ 18 ຊະໜິດຂອງແນວພັນພືດ ທີ່ໄດ້ສົ່ງເສີມໃນໄລຍະຜ່ານມາ ວ່າມີຂໍ້ດີ, ຂໍ້ຫຍຸ້ງຍາກ ແນວໃດ ແລະ ພືດຊະໜິດໃດທີ່ເໝາະສົມຄວນຈະສົ່ງເສີມຕໍ່ ຊຶ່ງສັງລວມພືດທີຈະໄດ້ສົ່ງເສີມໃນຕໍ່ໜ້າມີຢູ່ 9 ຊະໜິດ ຄື: ໝາກ ນອດ, ມັນດ້າງ, ຖົ່ວຂຽວ, ໝາກອຶ, ຖົ່ວພູ, ຖົ່ວຂົ້ວ, ຜັກບົ້ງ, ຜັກກາດຊອມ, ຜັກຫົມ. ນອກນັ້ນ ນັກສຳມະນາກອນຍັງສະເໜີຢາກໃຫ້ໂຄງການ ທລຍ ສົ່ງເສີມພືດຊະໜິດອື່ນຕື່ມອີກເຊັ່ນ: ຜັກກະຫຼ່ຳປີ, ຫອມປ້ອມ, ເຜືອກ. ຈາກນັ້ນ ຍັງໄດ້ແບ່ງອອກເປັນ 3 ກຸ່ມ ເພື່ອລົງພາກປະຕິບັດຕົວຈິງໃນການເຮັດສວນຄົວໂພຊະນາການ.

 

          ຜ່ານການຝຶກອົບຮົມເປັນເວລາ 2 ວັນ ເຫັນໄດ້ວ່າ ບັນດານັກສໍາມະນາກອນ ສາມາດກໍາໄດ້ເນື້ອໃນບົດຮຽນ ແລະ ຄວາມຮູ້ໃນການເຮັດສວນຄົວ ໂດຍສະເພາະ ຄອບຄົວຕົວແບບສວນຄົວ ຈາກ 15 ບ້ານ ຈະສາມາດນໍາເອົາບົດຮຽນທີ່ໄດ້ ໄປຈັດຕັ້ງປະຕິບັດຕົວຈິງ ປູກຜັກຢູ່ສວນຄົວຂອງຕົນ ແລະ ຖ່າຍຖອດຄວາມຮູ້ໃຫ້ແກ່ຄົນອື່ນພາຍໃນບ້ານຂອງຕົນ.