ກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຢູ່ແຂວງອຸດົມໄຊ

Posting Date: 
06 Feb 2023

ກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)

ປະຈຳປີ 2022 ແລະ ທິດທາງແຜນການປີ 2023ຢູ່ແຂວງອຸດົມໄຊ

ໂດຍ: ທລຍ ສູນກາງ

ໃນວັນທີ 27 ມັງກອນ 2023 ຜານມາ, ກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານ ໂຄງການ ທລຍ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຢູ່ແຂວງອຸດົມໄຊ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໂດຍເປັນກຽດເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ ແຂວງອຸດົມໄຊ ແລະ ການເຂົ້າຮ່ວມຂອງທ່ານ ຄໍາພອນ ມູນລະໄມ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ, ທ່ານ ປອ ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການ ທລຍ, ທ່ານ ວິໄລພອນ ຄໍາມະນີ, ຮອງເຈົ້າເມືອງ ເມືອງຫຼາ, ທ່ານ ສົມຈັນ ທາວີວັນຮັກ, ຮອງເຈົ້າເມືອງ ເມືອງນາໝໍ້, ມີບັນດາພະແນກການອ້ອມຂ້າງແຂວງ, ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫຼາ ແລະ ເມືອງນາໝໍ້, ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ເມືອງຫຼາ ແລະ ເມືອງນາໝໍ້ ຕະຫຼອດຮອດ ພະນັກງານ ທລຍ ຈາກ 2 ເມືອງເປົ້າໝາຍ ເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 19ທ່ານ.

ຫຼັງຈາກ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ ແຂວງອຸດົມໄຊ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ, ທ່ານ ສຸວັນ ໄຊທອງແກ້ວ, ຜູ້ຊ່ວຍປະສານງານ ທລຍ ແຂວງອຸດົມໄຊ ໄດ້ນໍາສະເໜີຜົນຂອງການຈັດຕັ້ງປະຕິບັດວຽກງານ ໂຄງການ ທລຍ ໃນໄລຍະ 1 ປີຜ່ານມາ ແລະ ແຜນວຽກ ປີ 2023  ຊຶ່ງການຈັດຕັ້ງປະຕິບັດ ໂຄງການ ທລຍ 3 ໄລຍະເພີ່ມທຶນ ຢູ່ແຂວງອຸດົມໄຊ ມີຜົນສໍາເລັດຫຼາຍສົມຄວນ ໂດຍສະເພາະ ກິດຈະກໍາກໍ່ສ້າງພື້ນຖານໂຄງລ່າງຂອງຊຸມຊົນ, ກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມດ້ານໂພຊະນາການໃຫ້ແກ່ຊຸມຊົນຜູ້ທຸກຍາກຫ່າງໄກສອກຫຼີກ ໃນນັ້ນ ເມືອງຫຼາ ກວມເອົາ 5 ບ້ານ, ເມືອງນາໝໍ້ 14 ບ້ານ.

ໃນກອງປະຊຸມນີ້ ທ່ານ ປອ ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການ ທລຍ ກໍໄດ້ກ່າວມີຄໍາເຫັນ ໂດຍເປັນເອກະພາບກັບ ການລາຍງານສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ໂຄງການ ທລຍ ຢູ່ແຂວງອຸດົມໄຊ ໃນປີ 2022 ແລະ ການນໍາສະເໜີແຜນວຽກ ປີ 2023 ແລະ ຂໍຂອບໃຈພາກສວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ທີໃຫ້ການຮ່ວມມື ພ້ອມກັນຈັດຕັ້ງປະຕິບັດ ເຮັດໃຫ້ຫຼາຍວຽກງານສຳເລັດຕາມແຜນທີ່ວາງໄວ້.

ໃນຕອນທ້າຍກອງປະຊຸມ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ ແຂວງອຸດົມໄຊ ໄດ້ກ່າວວ່າ: ຈາກການຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດ ຄວາມຄືບໜ້າວຽກງານໂຄງການຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການນໍາສະເໜີທິດທາງແຜນການ, ຂ້າພະເຈົ້າ ຕີລາຄາສູງ ຕໍ່ກັບຜົນສໍາເລັດດັ່ງກ່າວ ເຊິ່ງສະແດງໃຫ້ເຫັນ ເຖິງຜົນສໍາເລັດ ການຈັດຕັ້ງປະຕິບັດ ກິດຈະກໍາຂອງໂຄງການ ສາມາດ ບັນລຸໄດ້ຕາມລະດັບຄາດໝາຍ ແລະ ຕົວຊີ້ວັດຕ່າງໆ ທີ່ກໍານົດໄວ້;ບັນດາກິດຈະກໍາ ແລະ ຜົນງານຂອງວຽກງານໂຄງການ ໄດ້ສະແດງໃຫ້ເຫັນວ່າມັນໄດ້ປະກອບສ່ວນໂດຍກົງຕໍ່ກັບວຽກງານພັດທະນາຊົນນະບົດ ແລະ ການແກ້ໄຂບັນຫາດ້ານໂພຊະນາການ ແລະ ແກ້ໄຂຄວາມທຸກຍາກ, ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເວົ້າລວມ, ເວົ້າສະເພາະ ປະກອບສ່ວນໂດຍກົງເຂົ້າໃສ່ແຜນພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງພະແນກກະສິກໍາ ແລະ ປ່າໄມ້ ວາງອອກ; ຜົນສໍາເລັດຂອງໂຄງການດັ່ງກ່າວນີ້ ໄດ້ສະແດງໃຫ້ເຖິງບາດກ້າວໃໝ່ຂອງວຽກງານ ແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ແລະ ການສະໜັບສະໜູນ ຂອງຄູ່ຮ່ວມພັດທະນາ ແລະ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໃນວຽກງານໂພຊະນາການ ແລະ ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ ຕອບສະໜອງຄວາມຕ້ອງການຕົວຈິງຂອງປະຊາຊົນບັນດາເຜົ່າ ເຊິ່ງໄດ້ກາຍເປັນເງື່ອນໄຂພື້ນຖານອັນດີ ໃຫ້ແກ່ການປະເມີນຜົນ ເພື່ອກະກຽມໂຄງການໃໝ່ໃນອະນາຄົດຂອງກອງທຶນຫຼຸດຜ່ອນຄວາມທຸກຍາກໃຫ້ມີຄວາມສອດຄ່ອງກັບທິດທາງນະໂຍບາຍ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງແຂວງ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ວາງອອກ.

ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການ ທລຍ ກໍ່ຍ້ອນມີການຊີ້ນໍາ ຢ່າງໄກ້ຊິດ ຈາກຄະນະພັກ-ຄະນະນໍາ ຂອງ ແຂວງ ແລະ ຄະນະນໍາ ຂອງກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຄືພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍ ຄະນະຮັບຜິດຊອບໂຄງການ ແຕ່ສູນກາງ ຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ ປະສານງານກັນ ຢ່າງກົມກຽວ, ຊຶ່ງໃນໄລຍະປີ 2023 ນີ້, ກອງທຶນຫຼຸດຜ່ອນຄວາມທຸກຍາກ ຍັງຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ກິດຈະກໍາຂອງໂຄງການ ໃນ 20 ບ້ານເປົ້າໝາຍຊຸດທີ 2 ຕາມແຜນກິດຈະກໍາຢູ່ 2 ເມືອງເປົ້າໝາຍ ຄື: ເມືອງນາໝໍ້ ແລະ ເມືອງຫຼາ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ກຳນົດໄວ້; ສິ່ງສໍາຄັນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຄະນະຮັບຜິດຊອບໂຄງການ ພ້ອມດ້ວຍວິຊາການ ທັງສູນກາງ ແລະ ທ້ອງຖິ່ນ ຈະຕ້ອງອອກແຮງ ສືບຕໍ່ແກ້ໄຂບັນຫາ ທີ່ຍັງຄ້າງຄາ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຄວາມຫຼົ່ງລຽນ, ປັບປຸງຂອດການປະສານງານ, ລະບົບສ່ອງແສງລາຍງານ ໃຫ້ເປັນລະບົບຕໍ່ເນື່ອງ, ພ້ອມກັນຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ໃຫ້ມີໝາກຜົນອັນໃໝ່, ສ້າງຕັ້ງ ແລະ ພັດທະນາກຸ່ມຕົວແບບ ໃຫ້ມີຄວາມພົ່ນເດັ່ນ ເພື່ອເປັນບ່ອນຖອດຖອນບົດຮຽນ ແລະ ຂະຫຍາຍອອກສູ່ບ້ານອື່ນໆ.