ກອງປະຊຸມປຶກສາຫາລື ກ່ຽວກັບກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR)

Posting Date: 
07 Apr 2023

ກອງປະຊຸມປຶກສາຫາລືກ່ຽວກັບກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR)

ໂດຍ: ທລຍ ສູນກາງ

 

ໃນວັນທີ 30 ມີນາ 2023 ຜ່ານມາ, ກອງປະຊຸມປຶກສາຫາລືກ່ຽວກັບກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (Community Livelihood Enhancement And Resilience - CLEAR) ໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ແລະ ອອນລາຍທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ. ສຸລາພອນ ອິນທະວົງ, ຮອງຫົວໜ້າກົມແຜນການ​ແລະ​ການຮ່ວມມື​, ກະຊວງ ກະສິກໍາແລະປ່າໄມ້ ແລະ ການເຂົ້າຮ່ວມຂອງບັນດາທ່ານຫົວໜ້າກົມ/ຮອງຫົວໜ້າກົມ ຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງທີ່ກ່ຽວຂ້ອງ, ຫົວໜ້າ/ຮອງຫົວໜ້າ ອົງການຈັດຕັ້ງສັງຄົມ, ຜູ້ໃຫ້ທຶນ ແລະ  ຄູ່ຮ່ວມພັດທະນາ, ບັນດາທ່ານຫົວໜ້າພະແນກ/ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ແລະ ພະແນກການກ່ຽວຂ້ອງຂັ້ນແຂວງ ໃນ 6 ແຂວງເປົ້າໝາຍຂອງໂຄງການ CLEAR (ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ເຊກອງ ແລະ ສາລະວັນ) ບັນດາທ່ານຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ ແລະ ຫ້ອງການກ່ຽວຂ້ອງຂັ້ນເມືອງ ໃນ 12 ເມືອງເປົ້າໝາຍຂອງໂຄງການ CLEAR (ເມືອງຍອດອູ, ເມືອງຜົ້ງສາລີ,ເມືອງງາ, ເມືອງປາກແບງ, ເມືອງແອດ, ເມືອງກວັນ, ເມືອງພູກູດ, ເມືອງໜອງແຮດ, ເມືອງຕະໂອ້ຍ, ເມືອງສະໝ້ວຍ, ເມືອງກະລຶມ, ແລະ ເມືອງດາກຈຶງ) ເຂົ້າຮ່ວມຢ່າງພ້ອມພຽງ.

 

 

ທ່ານ ປອ. ສຸລາພອນ ອິນທະວົງ ກ່າວວ່າ: ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ຈະເປັນໂຄງການໜຶ່ງ ຂອງກະຊວງກະສິກຳ ແລະ ປ່າໄມ້ ທີ່ຈະຖືກຈັດຕັ້ງປະຕິບັດໂດຍກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ເປັນໂຄງການພັດທະນາທີ່ນໍາໃຊ້ຮູບແບບ ການພັດທະນາໂດຍຊຸມຊົນເປັນເຈົ້າ ຫຼື CDD ໂດຍເປັນການສືບຕໍ່ບົດຮຽນ ຈາກໂຄງການ ທລຍ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ເກືອບໄລຍະ 20 ກວ່າປີຜ່ານມາ ແລະ ການຖອດຖອນບົດຮຽນ ຈາກບັນດາໂຄງການພັດທະນາໂດຍຊຸມຊົນເປັນເຈົ້າອື່ນໆ ທີ່ໄດ້ຈັດຕັ້ງປະຕິບັດຢູ່ບັນດາປະເທດໃນຂົງເຂດພາກພື້ນ, ມາຮອດປະຈຸບັນນີ້ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍສົມທົບກັບທິມງານຊ່ຽວຊານຂອງ ທະນາຄານໂລກ ແລະ ພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖີ່ນ ໄດ້ສໍາເລັດເບື້ອງຕົ້ນ ໃນການກະກຽມ ໂຄງການ CLEAR ເປັນຕົ້ນແມ່ນ ເອກະສານໂຄງການ (Project Appraisal Document), ກອບການຄຸ້ມຄອງດ້ານສີ່ງແວດລ້ອມ ແລະ ສັງຄົມ (Environmental and Social Management Framework), ການກໍານົດພື້ນທີ່ ເປົ້າໝາຍໂຄງການ ຂັ້ນແຂວງ ແລະ ຂັ້ນເມືອງ  ແລະ ໃນວັນທີ 22 ມີນາ 2023 ຜ່ານມາ ໃນທີ່ປະຊຸມທົບທວນຄືນ (Decision Review Meeting) ທະນາຄານໂລກ ໄດ້ຕົກລົງອະນຸມັດນໍາສະເໜີີໂຄງການ CLEAR ເພື່ອພິຈາລະນາໃນຂັ້ນຕໍ່ໄປ ກໍຄື ການປະເມີນການກະກຽມໂຄງການຄັ້ງສຸດທ້າຍ (Appraisal Mission) ໃນເດືອນເມສາ 2023 ແລະ ການເຈລະຈາຮັບເອົາໂຄງການ (Negotiation) ໃນເດືອນພຶດສະພາ 2023. ກອບ ແລະ ເຄື່ອງມືການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ (ES Framework and Instruments) ຂອງທະນາຄານໂລກ ຈະຖືກນໍາໃຊ້ໃນໂຄງການນີ້. ໂດຍການສະໜັບສະໜູນຈາກທີມງານຂອງ ທລຍ, ທີມງານຊ່ຽວຊານດ້ານສິ່ງແວດລ້ອມ ແລະ ສັງຄົມ ໄດ້ສໍາເລັດຮ່າງເອກະສານ ກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ຊຶ່ງປະກອບດ້ວຍ ແຜນປະຕິບັດງານດ້ານສິ່ງແວດລ້ອມ ແລະ ສັງຄົມ (ESCP), ແຜນການມີສ່ວນຮ່ວມຂອງພາກສວ່ນທີ່ກ່ຽວຂ້ອງ (SEP), ກອບການຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ (ESMF), ແລະ ເອກະສານດ້ານສິ່ງແວດລ້ອມ ແລະ ສັງຄົມ ອື່ນ ທີ່ຕິດພັນກັບກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ກໍໄດ້ຖືກກະກຽມ ເຊັ່ນ: ແຜນການຄຸ້ມຄອງແຮງງານ (LMP), ກອບນະໂຍບາຍການຈັດສັນຍົກຍ້າຍ ແລະ ຊົດເຊີຍ (RPF), ແລະ ການຕອບໂຕ້ໃນກໍລະນີເກີດມີເຫດການສຸກເສີນ (CERC). ເຄື່ອງມືດ້ານສິ່ງແວດລ້ອມ ແລະ ສັງຄົມ ເຫຼົ່ານີ້ ຈະຖືກນຳໃຊ້ໃນທຸກກິດຈະກຳ ຂອງອົງປະກອບທີ 1, 2, 3, ແລະ 4 ຂອງໂຄງການ CLEAR, ໃນຂະນະທີ່ ການຕອບໂຕ້ສຸກເສີນ (CERC) ຈະຖືກນຳໃຊ້ ເມື່ອມີເຫດການໄພພິບັດສຸກເສີນເກີດຂຶ້ນ. ໂດຍປະຕິບັດຕາມ ມາດຕະຖານດ້ານສິ່ງແວດລ້ອມ ແລະ ສັງຄົມ (ESS10) ຂອງທະນາຄານໂລກ ແມ່ນຕ້ອງໃຫ້ມີສ່ວນຮ່ວມຂອງພາກສວ່ນທີ່ກ່ຽວຂ້ອງ ແລະ ການເຜີຍຂໍ້ມູນ ກ່ຽວກັບກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບກອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ສໍາລັບໂຄງການ CLEAR ດັ່ງກ່າວນີ້ຂຶ້ນໃນມື້ນີ້.