ຄອບຄົວຕົວແບບໃນການປັບປຸງຊີວິດການເປັນຢູ່ ບ້ານບວມສົມ

Posting Date: 
10 Apr 2023

ຄອບຄົວຕົວແບບໃນການປັບປຸງຊີວິດການເປັນຢູ່ ບ້ານບວມສົມ

ໂດຍ: ລູນີ ອຸທິພົນ, ປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ເມືອງຫຼາ, ແຂວງອຸດົມໄຊ

 

           ທ້າວ ຄໍາແສງ ແລະ ຄອບຄົວຂອງລາວ ອາໃສຢູ່ບ້ານບວມສົມ, ເມືອງຫຼາ, ແຂວງອຸດົມໄຊ ຊຶ່ງເປັນບ້ານເປົ້າ ໝາຍຊຸດທີ 1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ. ລາວ ແລະ ເມຍ ມີລາຍຮັບຈາກການຮັບຈ້າງອອກແຮງງານທົ່ວໄປແບບລາຍວັນ ແລະ ມີລາຍຮັບຜູ້ລະ 60.000 ກີບຕໍ່ຄົນຕໍ່ວັນ.

ຄອບຄົວຂອງລາວ ໄດ້ມີໂອກາດເຂົ້າຮ່ວມການຮັບຟັງ ການແນະນຳໂຄງການ ທລຍ ແລະ ວິທີການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ). ທັງສອງຜົວເມຍ ໄດ້ມີຄວາມເຂົ້າເຖິງຈຸດປະສົງຂອງໂຄງການທີ່ຈະຊ່ວຍຄອບຄົວທຸກຍາກພາຍໃນບ້ານ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ພາຍຫຼັງ ຄູ່ຜົວເມຍ ໄດ້ກັບໄປເຮືອນ ແລະ ໄດ້ອະທິບາຍສິ່ງທີ່ພວກຕົນເອງໄດ້ຍິນ ແລະ ຟັງຈາກກອງປະຊຸມໃນຄັ້ງນັ້ນ ສູ່ສະມາຊິກຄອບຄົວຂອງຕົນເອງຟັງ ຄື: ລູກຊາຍກົກທີ່ມີຄອບຄົວແລ້ວ ແລະ ລູກນ້ອຍ 3 ຄົນ. ທັງສອງຜົວເມຍໄດ້ຕັດສິນໃຈສະມັກເປັນສະມາຊິກ ກຸ່ມ ກຊກ ໂດຍໃຫ້ເມຍເປັນຜູ້ຕາງໜ້າຄອບຄົວ ແລະ ໄດ້ນໍາເງິນມາຝາກກັບ ກອງທຶນ ກຊກ ໃນແຕ່ລະເດືອນ ລວມທັງເຂົ້າຮ່ວມປະຊຸມ ກຊກ ຢ່າງເປັນປົກກະຕິ ນັບຕັ້ງແຕ່ເດືອນ ມັງກອນ ປີ 2021 ຈົນມາຮອດປະຈຸບັນມີເງິນຝາກທັງໝົດ 225.000 ກີບ. ພາຍຫຼັງ ການຝາກເງິນ ຜ່ານໄປ 6 ຄັ້ງ ແລະ ບໍ່ຂາດການປະຊຸມ ລວມທັັງໄດ້ໄດ້ມີໂອກາດເຂົ້າຮ່ວມການຝຶກອົບຮົມເຕັກນິກການລ້ຽງໄກ່, ເມຍຂອງລາວໄດ້ຮັບສິດໃນການກູ້ຢືມເງິນຈາກກອງທຶນ ກຊກ  ຊຶ່ງຖືວ່າເປັນການເຂົ້າເຖິງແຫຼ່ງທຶນກູ້ໃນຄັ້ງທໍາອິດ ຂອງຄອບຄົວລາວ.

          ທ້າວ ຄຳແສງ ແລະ ເມຍ ໄດ້ສະເໜີ ແລະ ຂຽນແຜນທຸລະກິດຄົວເຮືອນເພື່ອຂໍກູ້ຢືມທຶນ ເພື່ອສ້າງລາຍຮັບ