ທລຍ ເຂົ້າຮ່ວມວັນໂພຊະນາການ ທີ່ບ້ານເມືອງນາ

Posting Date: 
05 Jul 2023

ທລຍ ເຂົ້າຮ່ວມວັນໂພຊະນາການ ທີ່ບ້ານເມືອງນາ

ໂດຍ: ເມືອງ ຈັນທິສອນ, ໂພຊະນາການ ທລຍ ເມືອງກວັນ

ໃນຕອນເຊົ້າຂອງວັນທີ  20 ເດືອນມິຖຸນາ ປີ 2023 ຜ່ານມາ  ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາເມືອງກວັນ ໄດ້ເຂົ້າຮ່ວມຈັດວັນໂພຊະນາການ  ຢູ່ບ້ານເມືອງນາ,  ເມືອງກວັນ, ແຂວງຫົວພັນ. ການຈັດວັນໂພຊະນາການໃນຄັ້ງນີ້ ໄດ້ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ອຳພອນ ສອນວິໄລ, ຮອງເລຂາພັກເມືອງ, ຜູ້ປະຈໍາການ ເມືອງກວັນ, ແຂວງຫົວພັນ  ແລະ ມີບັນດາໂຄງການທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ເພື່ອປັປປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອ ທີ່ສະໜັບສະໜູນຈາກທະນາຄານໂລກ ເຂົ້າຮ່ວມ ຄື: ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ; ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ; ໂຄງການຂະຫຍາຍນໍ້າປະປາ, ສຸຂາພິບານ ແລະ ອະນາໄມ; ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະທີ 3 ຊຶ່ງລວມຜູ້ເຂົ້າຮ່ວມທັງໝົດ  116 ທ່ານ (ຍິງ 62 ທ່ານ).

ຈຸດປະສົງຂອງການຈັດວັນໂພຊະນາການ ແມ່ນເພື່ອເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ຊຸມຊົນ ໄດ້ເຂົ້າເຖິງຂໍ້ມູນ-ຂ່າວສານ ດ້ານໂພຊະນາການ ພ້ອມທັງ  ສ້າງຄວາມເຂົ້າໃຈໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດ ກໍຄືພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ເຂົ້າໃຈກ່ຽວກັບການກິນການຢູ່ທີ່ມີໂພຊະນາການ ແລະ ການເຮັດວຽກຮ່ວມກັນກັບຫຼາຍຂະແໜງ ການຢູ່ພາຍໃນບ້ານຂອງຕົນ.

 

ໃນການເຂົ້າຮ່ວມວັນໂພຊະນາການໃນຄັ້ງນີ້ ທລຍ ເມືອງກວັນ ຍັງໄດ້ມີການວາງສະແດງຮູບພາບການເຄື່ອນໄຫວວຽກງານສົ່ງເສີມດ້ານໂພຊະນາການຢູ່ບ້ານເປົ້າໝາຍຂອງຕົນ ພ້ອມທັງ ສາທິດການປຸງແຕ່ງອາຫານເສີມສໍາລັບເດັກອາຍຸ 6-23 ເດືອນ ໃຫ້ຜູ້ເຂົ້າຮ່ວມ ໄດ້ຊີມ  ແລະ ໄດ້ຮຽນຮູ້ ສູດອາຫານສໍາລັບເດັກອາຍຸ 6-23 ເດືອນ ຂອງ ທລຍ.