ການສົ່ງເສີມໂພຊະນາການ ຢູ່ບ້ານກີວວົງວິໄລ, ເມືອງໃໝ່

Posting Date: 
16 Aug 2023

ການສົ່ງເສີມໂພຊະນາການ ຢູ່ບ້ານກີວວົງວິໄລ, ເມືອງໃໝ່

 

ໂດຍ: ພອນຄຳ ດວງພູມາ, ໂພຊະນາການຂັ້ນບ້ານ, ທລຍ ເມືອງໃໝ່, ແຂວງຜົ້ງສາລີ

ໃນວັນທີ 21 ກໍລະກົດ 2023 ທີ່ຜ່ານມາ, ກຸ່ມໂພຊະນາການ ບ້ານກີວວົງວິໄລ, ເມືອງໃໝ່, ແຂວງ ຜົ້ງສາລີ ໄດ້ຈັດກອງປະຊຸມໃຫ້ຄວາມຮູ້ທາງດ້ານໂພຊະນາການ ພ້ອມກັບສາທິດການປຸງແຕ່ງ ອາຫານເສີມໃຫ້ແກ່ແມ່ ແລະ ເດັກ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 94 ຄົນ ໃນນັ້ນມີແມ່ຍິງຖືພາ 6 ຄົນ, ແມ່ລູກອ່ອນ 9 ຄົນ, ເດັກອາຍຸ 0-5 ເດືອນ 9 ຄົນ, ເດັກອາຍຸ 6-23 ເດືອນ 35 ຄົນ, ແມ່ ແລະ ຜູ້ດູແລເດັກ 35 ຄົນ.

ການຈັດກອງປະຊຸມໂພຊະນາການໃນຄັ້ງນີ້ ໄດ້ຕົ້ມເຂົ້າປຽກຕາມສູດທີ 6 ໂດຍມີສ່ວນປະກອບຫຼັກ ຄື: ແປ້ງບົດທີ່ເຮັດມາຈາກເຂົ້າຈ້າວ ຫຼື ເຂົ້າໜຽວ, ແປ້ງຖົ່ວຂຽວ, ໝາກມ່ວງ, ນົມຈືດ ແລະ ນ້ຳມັນພືດ.

 

      ການສາທິດປຸງແຕ່ງອາຫານເສີ່ມໃຫ້ແມ່ ແລະ ເດັກ ແມ່ນໄດ້ຈັດຕັ້ງປະຕິບັດ 1 ຄັ້ງ ຕໍ່ອາທິດ ຢູ່ບັນດາບ້ານເປົ້າໝາຍຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ເພື່ອຊ່ວຍເຮັດໃຫ້ເດັກນ້ອຍມີສຸຂະພາບທີ່ແຂງແຮງ, ໄດ້ຮັບທາດອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ແລະ ເປັນການສາທິດວິທີການເຮັດອາຫານເສີມສູດຕ່າງໆ ເພື່ອໃຫ້ຜູ້ເປັນແມ່ນຳໄປແຕ່ງອາຫານໃຫ້ລູກກິນເປັນປົກກະຕິ ໃນຊີວິດປະຈຳວັນ.