ທລຍ ເມືອງຄໍາ ເຂົ້າຮ່ວມ ວັນໂພຊະນາການ

Posting Date: 
21 Aug 2023

ທລຍ ເມືອງຄໍາ ເຂົ້າຮ່ວມ ວັນໂພຊະນາການ

 

ໂດຍ: ບົວສອນ ສີລິວົງ, ພະນັກງານໂພຊະນາການ ທລຍ ເມືອງຄໍາ, ແຂວງຊຽງຂວາງ

 

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2023 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຄຳ ໄດ້ເຂົ້າຮ່ວມຈັດວັນໂພຊະນາການ ທີ່ບ້ານແລ້ງ, ເມືອງຄໍາ, ແຂວງຊຽງຂວາງ. ການຈັດວັນໂພຊະນາການໃນຄັ້ງນີ້ ໄດ້ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ວັນນາ ເຮືອງແກ່ນທານ, ກຳມະການພັກເມືອງ, ຮອງເຈົ້າເມືອງ ເມືອງຄໍາ ແລະ ມີບັນດາໂຄງການທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອ ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ເຂົ້າຮ່ວມ ປະກອບມີ 5 ໂຄງການ ຄື: ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ້ມທຶນ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ, ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ, ໂຄງການຂະຫຍາຍນ້ຳປະປາຊຸມຊົນ ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3.  ການຈັດວັນໂພຊະນາການ ໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 98 ຄົນ, ຍິງ 76 ຄົນ.

ຈຸດປະສົງ ຂອງການຈັດວັນໂພຊະນາການໃນຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ຊຸມຊົນ ໄດ້ເຂົ້າເຖິງຂໍ້ມູນ-ຂ່າວສານດ້ານໂພຊະນາການ ພ້ອມທັງ ສ້າງຄວາມເຂົ້າໃຈໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດ ກໍ່ຄືພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ເຂົ້າໃຈກ່ຽວກັບການກິນຢູ່ທີ່ມີໂພຊະນາການ ແລະ ການເຮັດວຽກຮ່ວມກັນກັບຫຼາຍຂະແໜງການ ຢູ່ພາຍໃນບ້ານຂອງຕົນ.

ໃນພິທີ ນາຍບ້ານ ບ້ານແລ້ງ ໄດ້ລາຍງານໂດຍຫຍໍ້ ບັນດາກິດຈະກຳ ຂອງບັນດາໂຄງການທີ່ໃຫ້ການສະໜັບສະໜູນພາຍໃນບ້ານ ເຊັ່ນ: ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສ້າງຕັ້ງກຸ່ມຊ່ວຍເຫຼືອກັນ ມີສະມາຊິກທັງໝົດ 73 ຄົນ, ກຸ່ມໂພຊະນາການບ້ານ ມີຊະມາຊິກທັງໝົດ 37 ຄົນ, ໄດ້ມີການເຄື່ອນໄຫວ ຝາກເງິນເປັນປະຈໍາທຸກໆເດືອນ ມາຮອດປະຈຸບັນໄດ້ມີເງີນຝາກຂອງກຸ່ມທັງໝົດ 14.180.000 ກີບ, ໄດ້ຮັບເງີນທຶນສະໜັບສະໜູນຈາກໂຄງການ ທລຍ ເປັນເງິນທັງໝົດ 234.545.600 ກີບໃນນັ້ນ 224.000.000 ກີບ ສໍາລັບກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ 10.545.600 ກີບ ສໍາລັບກິດຈະກໍາໂພຊະນາການ. ນອກຈາກນັ້ນ, ຍັງໄດ້ຮັບເງິນສະໜັບສະໜູນ ຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ຈໍານວນໜຶ່ງ ແລະ ໄດ້ເຄື່ອນໄຫວ ຕິດຕາມການຊັ່ງນ້ຳໜັກ, ແທກລວງສູງຂອງເດັກ ເປັນປະຈຳທຸກໆເດືອນ.

 

ໃນງານວັນໂພຊະນາການດັ່ງກ່າວ ໂຄງການ ທລຍ ເມືອງຄໍາ ໄດ້ມີການວາງສະແດງຮູບພາບການເຄື່ອນໄຫວວຽກງານສົ່ງເສີມດ້ານໂພຊະນາການ ຢູ່ບ້ານເປົ້າໝາຍຂອງໂຄງການ ພ້ອມທັງສາທິດການປຸງແຕ່ງອາຫານເສີມສຳລັບ ເດັັກອາຍຸ 6-23 ເດືອນ ໃຫ້ຜູ້ເຂົ້າຮ່ວມໄດ້ຊີມ ແລະ ໃຫ້ຄວາມຮູ້ ກ່ຽວກັບບັນດາສູດອາຫານສໍາລັບເດັກຂອງໂຄງການ ທລຍ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ນຳໄປໝູນໃຊ້ປຸງແຕ່ງໃຫ້ລູກຂອງຕົນໃນຄົວເຮືອນຂອງຕົນ.