ການມາຕິດຕາມເທື່ອທໍາອິດຂອງການຈັດຕັ້ງປະຕິບັດ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງທີມງານທະນາຄານໂລກ

Posting Date: 
30 Aug 2023

ການມາຕິດຕາມເທື່ອທໍາອິດຂອງການຈັດຕັ້ງປະຕິບັດ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງທີມງານທະນາຄານໂລກ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນລະຫວ່າງວັນທີ 23-25 ສິງຫາ 2023 ຜ່ານມາ, ທີມງານທະນາຄານໂລກ ນໍາໂດຍທ່ານ ເບັນຈາມິນ ເບີກຮາດ (Benjamin Burckhart),ຜູ້ຊ່ຽວຊານອາວຸໂສ ດ້ານພັດທະນາສັງຄົມ ແລະ ຫົວໜ້າຄະນະທິມງານຈັດຕັ້ງປະຕິບັດ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ພ້ອມດ້ວຍຄະນະຊ່ຽວຊານ ແລະ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ໄປຢ້ຽມຢາມເມືອງ, ແຂວງ ເປົ້າໝາຍຂອງໂຄງການ CLEAR ຢູ່ແຂວງສະຫວັນນະເຂດ ແລະ ແຂວງ ສາລະວັນ ເພື່ອປຶກສາຫາລືກັບອົງການປົກຄອງທ້ອງຖິ່ນ ໃນການກໍານົດບ້ານເປົ້າ   ໝາຍໂຄງການ ໃຫ້ສອດຄ່ອງກັບແຜນພັດທະນາຊົນນະບົດແກ້ໄຂຄວາມທູກຍາກຂອງແຂວງ ແລະ ເມືອງ.

 

ໂຄງການ CLEAR ຈະເລີ່ມຈັດຕັ້ງປະຕິບັດກິດຈະກໍາ ໃນຕົ້ນປິ 2024 ເປັນຕົ້ນໄປ ຈົນຮອດທ້າຍປີ 2027 ຢູ່ 450 ບ້ານ ໃນ 14 ເມືອງ ຂອງ 7 ແຂວງ ຄື: ຊຽງຂວາງ, ອຸດົມໄຊ, ຜົ້ງສາລີ, ຫົວພັນ, ສາລະວັນ, ເຊກອງ ແລະ ສະຫວັນນະເຂດ ຊຶ່ງຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງຊີວິດການເປັນຢູ່ ສ້າງລາຍຮັບຂອງຊາວຊົນນະບົດໃຫ້ດີຂຶ້ນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ຕິດພັນກັບແກ້ໄຂບັນຫາດ້ານພື້ນຖານໂຄງລ່າງອັນຈໍາເປັນ ທີ່ສະໜັບສະໜນຕໍ່ກິດຈະກໍາປັບປຸງຊີວິດການເປັນຢູ່, ສົ່ງເສີມກິດຈະກໍາດ້ານໂພຊະນາການ ແລະ ອາຫານທີ່ເປັນປະໂຫຍດຕໍ່ສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອແກ້ໄຂບັນຫາການຂາດສານອາຫານ. ໂຄງການ ປະກອບມີ 5 ອົງປະກອບໃຫຍ່ ຄື: 1) ການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ແລະ ການສ້າງຄວາມເຂັ້ມແຂງ, 2) ການປັບປຸງຊີວິດການເປັນຢູ່, 3) ການເຂົ້າເຖິງແຫຼ່ງອາຫານ ແລະ ການສົ່ງເສີມດ້ານໂພຊະນາການທີ່ດີ, 4) ການຄຸ້ມຄອງບໍລິຫານໂຄງການ ແລະ ການພັດທະນາລະບົບຕິດ ຕາມປະເມີນຜົນ ແລະ ຂໍ້ມູນຂ່າວສານ, 5) ນະໂຍບາຍ ນໍາໃຊ້ທຶນໂຄງການ ໃນຍາມເກີດໄພພິບັດສຸກເສີນ.