ສະມາຊິກ ກຊກ ບ້ານຫາດງາໃຕ້, ເມືອງສໍາພັນ, ແຂວງຜົ້ງສາລີ ຕື່ນຕົວສັກວັກຊີນປ້ອງກັນພະຍາດໃຫ້ສັດລ້ຽງ

Posting Date: 
06 May 2024

ສະມາຊິກ ກຊກ ບ້ານຫາດງາໃຕ້, ເມືອງສໍາພັນແຂວງຜົ້ງສາລີ

ຕື່ນຕົວສັກວັກຊີນປ້ອງກັນພະຍາດໃຫ້ສັດລ້ຽງ

 

ໂດຍ: ທ. ສົມຈັນ ໄຊຈຸມພອນວິຊາການປັບປຸງຊີວິດການເປັນຢູ່ຂັ້ນບ້ານ ທລຍ

 

ພາຍຫຼັງທີ່ ສັດຕະວະແພດ ບ້ານຫາດງາໃຕ້ ຈໍານວນ 2 ຄົນ ໄດ້ເຂົ້າຮ່ວມຝຶກອົບຮົມສັດຕະວະແພດ ຊຶ່ງຈັດໂດຍໂຄງການ ທລຍ ຢູ່ເມືອງສໍາພັນ ແລະ ໄດ້ຮຽນຮູ້ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນແມ່ນ ວິທີການສັກວັກຊິນ, ຕໍາແໜ່ງການສັກຢາວັກຊິນ, ປະລິມານວັກຊີນທີ່ໃຊ້, ວິທີການເກັບຮັກສາຢາວັກຊິນ, ການສັກຢາປິ່ນປົວສັດ, ຊ່ວງໄລຍະເວລາທີ່ພະຍາດມັກລະບາດຕາມແຕ່ລະດູການ ເຊັ່ນ: ອະຫິວາສັດປີກ, ອະຫິວາໝູ, ປາກເປື່ອຍລົງເລັບ, ໄຂ້ເລືອດດໍາ ແລະ ເຕົ້າໂຮມເລືອດງົວ, ຄວາຍ ແລະ ພະຍາດອື່ນໆ; ພວກເຂົາເຈົ້າ ໄດ້ນໍາເອົາ ຄວາມຮູ້ ທີ່ໄດ້ຈາກການຝຶກອົບຮົມ ໄປເຜີຍແຜ່, ອະທິບາຍ ໃຫ້ສະມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ບ້ານຫາດງາໃຕ້ ໃຫ້ຮູ້ໄດ້ເຖີງ ຜົນດີຈາກການສັກຢາວັກຊິນປ້ອງກັນພະຍາດໃຫ້ສັດລ້ຽງ ແລະ ຜົນເສຍຫາຍໃນກໍລະນີ ບໍ່ມີການສັກຢາວັກຊີນ.

ໃນວັນທີ 23 ເມສາ 2024, ກຸ່ມ ກຊກ ບ້ານຫາດງາໃຕ້ ໄດ້ເຕົ້າໂຮມສະມາຊິກຜູ້ລ້ຽງສັດປີກ, ໝູ, ງົວ ແລະ ຄວາຍ ມາສັກຢາວັກຊິນປ້ອງກັນພະຍາດສັດລ້ຽງ ໂດຍໄດ້ສັກວັກຊີນໃຫ້ສັດປິກ 103 ໂຕ, ໝູ 51 ໂຕ, ງົວ ແລະ ຄວາຍ 81 ໂຕ.