ການຍົກລະດັບເສດຖະກິດຄອບຄົວຂອງເມືອງທ່າປາງທອງມີບາດກ້າວພົ້ນເດັ່ນ [1]
ການຍົກລະດັບເສດຖະກິດຄອບຄົວຂອງເມືອງທ່າປາງທອງມີບາດກ້າວພົ້ນເດັ່ນ
ໂດຍ: ຄອນທິບ ພວງເພັດ
ການສົ່ງເສີມວຽກງານປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການຂອງ ທລຍ ຢູ່ 24 ບ້ານ ນັບແຕ່ທ້າຍ ປີ2015 ມາ ໄດ້ສ້າງຕັ້ງກຸ່ມ ກຊກ ທັງໝົດ 192 ກຸ່ມ,ມີສາມະຊິກທັງໝົດ 1,920 ຄົນ.(ເປັນຍິງທັງໝົດ)ກິດຈະກໍາທີ່ຊຸມຊົນຄັດເລືອກເພື່ອສ້າງລາຍຮັບແມ່ນ: ການລ້ຽງ ສັດປີກ, ລ້ຽງໝູ, ລ້ຽງແບ້, ລ້ຽງປາ, ຂາຍເຄື່ອງຍ່ອຍ ແລະ ຫັດຖະກໍາ. ມາຮອດເດືອນ 5/2019 ເຂົາເຈົ້າມີຜົນງານທີ່ພົ້ນເດັ່ນໂດຍສະເພາະສາມາດຂາຍສິນຄ້າໄດ້ທັງໝົດ 356,870,000 ກີບ ໃນນັ້ນ ລາຍຮັບທີ່ພົ້ນເດັ່ນກວ່າໝູ ແມ່ນການຂາຍໄກ່ ຊຶ່ງກວາມເອົາ 124,695,000 ກີບ ແລະ ບ້ານທີ່ພົ້ນເດັ່ນມີລາຍຮັບຈາກການຂາຍໄກ່ແມ່ນ ບ້ານສັງກູ ມີລາຍຮັບທັງໝົດ 23,575,000 ກີບ, ສາມາດມີລາຍຮັບໂດຍສະເລ່ຍ 1.720.000 ກີບ ຕໍ່ເດືອນຕໍ່ສະມາຊິກຜູ້ໜຶ່ງ. ລາຍຮັບອັນດັບ 2 ຈາກການຂາຍແບ້ ຍອດຂາຍທັງໝົດ 85,195,000 ກີບ, ລາຍຮັບອັນດັບທີ່ 3 ແມ່ນໄດ້ມາຈາກການຂາຍໝູ ແລະ ຂາຍເຄື່ອງຍ່ອຍ. ການຂາຍສັດແມ່ນສົ່ງຂາຍເຂົ້າຕະຫຼາດເມືອງ ແລະ ແຂວງ, ຕະຫຼາດປີ້້ງໄກ່ນາປົ່ງ, ອີກສ່ວນໜຶ່ງກໍແມ່ນພໍ່ຄ້າແມ່ຄ້າມາຊື້ຢູ່ກັບບ້ານເອງ. ມາໃນປະຈຸບັນເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ.
ການທີ່ເຮັດໃຫ້ບ້ານມີລາຍຮັບທີ່ພົ້ນເດັ່ນເພາະໄກ່ ແລະ ສັດລ້ຽງຂອງຊາວບ້ານ ບໍ່ຕາຍຄືແຕ່ ກອ່ນ ຍ້ອນໄດ້ຮັບການຍອດຢາວັກຊີນ ນິວເຄເຊີນໄອທູໄກ່ທີ່ລ້ຽງເປັນປົກກະຕິໂດຍຊາວບ້ານເອງ. ໃນເດືອນພຶດສະພາທີ່ຜ່ານມາສາມາດສັກຢາປ້ອງກັນພະຍາດໃຫ້ໄກ່ໄດ້ທັງໝົດ 1,020ໂຕ, ສັກຢາກັນອະ ຫິວາສັດປີກໄດ້ທັງໝົດ 1,512 ໂຕ, ຖ່າຍພະຍາດໃຫ້ແບ້ໄດ້ທັງໝົດ 112 ໂຕ, ສັກຢາວັກຊີນປ້ອງກັນອະຫິວາໝູໄດ້ທັງໝົດ 125 ໂຕ. ເພື່ອປະຢັດຕົ້ນທຶນຊາວບ້ານຍັງໄດ້ ເຮັດອາຫານໝັກໃຫ້ສັດໄດ້ຫຼາຍຮ້ອຍກິໂລ, ເຮັດນໍ້າໝັກເຄືອເຂົາຮໍປົນໃສ່ອາຫານໃຫ້ສັດກິນ ຈຶ່ງເຮັດໃຫ້ສັດລ້ຽງຂອງເຂົາເຈົ້າຈະເລີນເຕິບໂຕ ແຂງແຮງບໍ່ຕາຍຄືແຕ່ກອ່ນ.
ພິເສດ ບ້ານສັງກູ່ຍັງສາມາດທ້ອນເງິນໄດ້ພາຍໃນເດືອນ ພຶດສະພານີ້ຈໍານວນ 10.050,000 ກີບ, ມາເຖິງປະຈຸບັນ ສາມະຊິກ ກຊກ ສາມາດທ້ອນເງີນໄດ້ຈໍານວນທັງໝົດ421.832,000 ກີບ ແລ້ວ.