ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ທລຍ ແຂວງຫຼວງພະບາງ ປະຈຳໄຕມາດ ທີ IV (ເດືອນ 10-12/2020) [1]
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ
ທລຍ ແຂວງຫຼວງພະບາງ ປະຈຳໄຕມາດ ທີ IV (ເດືອນ 10-12/2020)
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງຫຼວງພະບາງ ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້; ອັນໜຶ່ງແມ່ນເພື່ອເປັນການສະຫຼຸບ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ໄຕມາດທີ່ 4 ປີ 2020 ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ.
ໃນວັນທີ 6 ພະຈິກ 2020, ທລຍ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈຳໄຕມາດ ທີ IV (ເດືອນ 10-12/2020) ຂຶ້ນທີ່ຫ້ອງປະຊຸມ ຂອງຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ, ພະແນກກະສິກຳ-ປ່າໄມ້ ແຂວງຫຼວງພະບາງ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ຕຸ້ຍ ໂພລາວັນ ຫົວໜ້າ ທລຍ ປະຈຳແຂວງຫຼວງພະບາງ, ເຊິ່ງພິເສດໃນຄັ້ງນີ້ໄດ້ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈິດ ທະວີໃສ, ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ທ່ານ ແກ່ນຈັນ ພິລາວັນ ຮອງເຈົ້າເມືອງໂພນໄຊ, ທ່ານ ຫົງເງິນ ສະເດັດຕັນ, ຫົວໜ້າຂະແໜງວິສະວະກໍາ, ທ່ານ ຍຸດທະວິນ ສີຫາພົມ, ຫົວໜ້າໜ່ວຍງານຈັດຊື້-ຈັດຈ້າງ ແລະ ທ່ານ ທອງສຸກ ທອງບັນດິດ ວິຊາການ ແລະ ພະນັກງານ ທລຍ ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດ 27 ຄົນ, ຍິງ 11 ຄົນ.
ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ມີຄໍາເຫັນ ແລະ ເນັ້ນໜັກ:
1. ຜົນງານການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃນໄລຍະ 17 ປີ ໃນຂອບເຂດ 10 ແຂວງເປົ້າໝາຍ ພ້ອມດ້ວຍງົບປະມານ ໂດຍສັງຂອບ
2. ທ່ານໄດ້ເນັ້ນໃຫ້ເຫັນແຜນຍຸດທະສາດການຍາດແຍ່ງທຶນຊ່ວຍເຫຼືອ ກໍຄືການຕໍ່ລອງກັບຜູ້ໃຫ້ທຶນ ເພື່ອເຮັດໃຫ້ວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ ) ໄດ້ດຳເນີນສືບຕໍ່ສະໜັບສະໜູນດ້ານການພັດທະນາດ້ານພື້ນຖານໂຄງລ່າງພື້ນຖານ ແລະ ຄຽງຄູ່ກັບການສົ່ງເສີມກິດຈະກໍາການສ້າງລາຍຮັບໃຫ້ແກ່ຄອບຄົວທຸກຍາກທີ່ຢູ່ເຂດຫ່າງໄກສອກຫຼີກໃຫ້ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ
3. ທ່ານໄດ້ຊີ້ໃຫ້ເຫັນແນວທາງແຜນວຽກໃນຕໍ່ໜ້າ ຂອງປີ 2021 ພ້ອມທັງປຸກລະດົມຄວາມເຂົ້າໃຈ, ກຳລັງໃຈໃຫ້ແກ່ພະນັກງານສຳຫຼັບ 6 ແຂວງໄລຍະທຶນສະສົມທີ່ຈະສິ້ນສຸດໃນທ້າຍປີ 2020 ນີ້ ແລະ ທລຍ ແຂວງຫຼວງພະບາງກໍແມ່ນແຂວງໜຶ່ງໃນນັ້ນ ໃຫ້ມີຄວາມທຸນທ່ຽງຕໍ່ການຈັດຕັ້ງ ກໍຄືໜ້າທີ່ວຽກງານຂອງຕົນ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້
4. ປຶກສາຫາລື ການມອບໂອນກໍາມະສິດຍານພະຫານະລົດໃຫຍ່ ທລຍ 2 ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງເປັນຜູ້ນໍາໃຊ້ໃນຕໍ່ໜ້າ
5. ແນະນຳທີ່ປະຊຸມໃຫ້ປະສານແຕ່ລະຂະແໜງການສົ່ງແຜນຍຸດທະສາດການພັດທະນາ2021-2030 ຂອງຂະແໜງ ພັດທະນາຊົນນະບົດແລະສະຫະກອນແຂວງຫຼວງພະບາງໃນ6 ເມືອງເປົ້າໝາຍ ເພື່ອສະເໜີຫາຂັ້ນເທິງຂໍທຶນການຊ່ວຍເຫຼືອຈາກສາກົນ.